• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ 3 ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ຕົກ​ລົງ​ເຫັນ​ດີ​ສືບ​ຕໍ່ຊຸກ​ຍູ້​ການ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ

ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ນະຄອນຫຼວງ ກົວລາ ລໍາເປີ (ມາເລເຊຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານວາລະຮັບປະທານອາຫານເຊົ້າ ສົມທົບກັບການເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ, Samdech Thipadei Hun Manet ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ນາຍົກລັດຖະມົນຕີ 3 ປະເທດ ຮັບປະທານອາຫານເຊົ້າ ສົມທົບກັບການເຮັດວຽກ

ທີ່ວາລະເຮັດວຽກ, ນາຍົກລັດຖະມົນຕີສາມທ່ານຕົກລົງເຫັນດີຕີລາຄາຫຼາຍກົນໄກຮ່ວມມືສອງຝ່າຍ ແລະ ລະຫວ່າງສາມຝ່າຍ ຫວຽດນາມ - ກຳປູເຈຍ - ລາວ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ພົ້ນເດັ່ນແມ່ນການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງຕຳຫຼວດ/ກະຊວງພາຍໃນ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຂອງສາມປະເທດ; ເຫັນດີໂດຍຖືວ່າ ຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນຍຸດທະສາດ ຈະແມ່ນພື້ນຖານໃຫ້ແກ່ການຮ່ວມມືແບບຍືນຍົງຍາວນານໃນບັນດາຂົງເຂດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ລະຫວ່າງສອງປະເທດ, ສາມປະເທດ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການເງິນ, ການສຶກສາ, ວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ.

        ສາມຝ່າຍເຫັນດີຊຸກຍູ້ການຜັນຂະຫຍາຍການຮ່ວມມືພັດທະນາເຂດຊາຍແດນ; ສົມທົບກັນຄົ້ນຄວ້າສ້າງຕັ້ງບັນດາເຂດເສດຖະກິດຂ້າມຊາຍແດນ, ສຳຫຼວດກວດຄືນປັບປຸງບັນດາຂໍ້ຕົກລົງເພື່ອແນໃສ່ສ້າງກອບນິຕິທຳທີ່ສະດວກເພື່ອພະຍາຍາມຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ຂຶ້ນເປັນ 5 ຕື້ USD ແລະ ຫວຽດນາມ - ກຳປູເຈຍ ຂຶ້ນເປັນ 20 ຕື້ USD; ຊຸກຍູ້ຂໍ້ລິເລີ່ມ “3 ປະເທດ, ຈຸດນັດພົບດຽວ” ແລະ ສົມທົບກັບ ໄທ ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ຄົມມະນາຄົມຂົນສົ່ງລະຫວ່າງສີ່ປະເທດ.

(ແຫຼ່ງຄັດຈາກ VOV)

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວັນທີ 27 ພຶດສະພາ, ສະເຫຼີມສະຫຼອງ 11 ປີແຫ່ງວັນມູນເຊື້ອກົມຮັກສາສັນຕິພາບ ຫວຽດນາມ (27/5/2014 – 27/5/2025). ວິວັດການ 11 ປີແຫ່ງວັນເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ ສປຊ ໄດ້ຢັ້ງຢືນຖານະບົດບາດ ຫວຽດນາມ ບົນແຜນທີ່ປົກປັກຮັກສາສັນຕິພາບ ໂລກ.

Top