• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ ຫວຽດ​ນາມ - ຝ​ລັ່ງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນເນັ້ນໜັກເຖິງຄວາມສຳຄັນຂອງການຢ້ຽມຢາມ, ຕີລາຄາການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ຝລັ່ງ ທີ່ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ກາຍເປັນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ພົບປະກັບທ່ານປະທານາທິບໍດີ ສ.ຝລັ່ງ Emmanuel Macron

ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ພົບປະກັບທ່ານປະທານາທິບໍດີ ສ.ຝລັ່ງ Emmanuel Macron ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ທາງລັດຖະກິດ.

ໃນການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນເນັ້ນໜັກເຖິງຄວາມສຳຄັນຂອງການຢ້ຽມຢາມ, ຕີລາຄາການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ຝລັ່ງ ທີ່ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ກາຍເປັນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມື ກ່ຽວກັບເສດຖະກິດສີຂຽວ, ດີຈີຕອນ, ເຕັກໂນໂລຢີສູງ, ປັນຍາປະດິດ, ພື້ນຖານໂຄງລ່າງດີຈີຕອນ, ຕົວເມືອງອັດສະລິຍະ, ກະສິກຳ, ການຮ່ວມມືຢູ່ທ້ອງຖິ່ນ, ການຮ່ວມມືສາມຝ່າຍ.

ສ່ວນທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຕີລາຄາສູງບົດບາດຂອງ ສະພາແຫ່ງຊາດ ຫວຽດນາມໃນການປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ຝລັ່ງ, ທ່ານສະເໜີເພີ່ມທະວີການຮ່ວມມືລັດຖະສະພາສອງປະເທດ, ພິເສດແມ່ນສ້າງເງື່ອນໄຂໃນການໃຫ້ສັດຕະຍາບັນບັນດາຂໍ້ຕົກລົງ, ສົນທິສັນຍາສອງຝ່າຍ. ທ່ານປະທານາທິບໍດີ Emmanuel Macron ໃຫ້ຮູ້ວ່າຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງປະຕິບັດສຳເລັດບັນດາລະບຽບການໂດຍໄວເພື່ອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ສະຫະພາບ ເອີລົບ ແລະ ຫວຽດນາມ, ທ່ານໃຫ້ຮູ້ວ່າຈະແລກປ່ຽນກັບ EC ກ່ຽວກັບການພິຈາລະນາແກ້ບັດເຫຼືອງ IUU ສຳລັບສິນຄ້າສົ່ງອອກຂອງ ຫວຽດນາມໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.

Top