• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ດ້ວຍ​ຈິດ​ໃຈຮຽນ​ຮູ້, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຄຳ​ໝັ້ນ​ສັນ​ຍາ​ຜູກ​ພັນ​ຍາວ​ນານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2045, ປັບປຸງຄວາມສາມັກຄີ, ບົດບາດເປັນໃຈກາງ ແລະ ເປັນເຈົ້າຕົນເອງໃນຍຸດທະສາດຂອງ ອາຊຽນ.
  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນໃນງານລ້ຽງ (ພາບ: VOV5)  

ເມື່ອກ່າວຄຳເຫັນໃນງານລ້ຽງສະເຫຼີມສະຫຼອງ 30 ປີ ຫວຽດນາມ ເຂົ້າຮ່ວມ  ອາຊຽນ (28/07/1995 – 28/07/2025), ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມ ອາຊຽນ ດ້ວຍຈິດໃຈຮຽນຮູ້, ມີຄວາມຮັບຜິດຊອບ ແລະ ສຳຄັນກວ່າແມ່ນ ໝັ້ນໝາຍຈະຜູກພັນຍາວນານ.

ຕໍ່ໜ້າບັນດາການຜັນແປຢ່າງເລິກເຊິ່ງຂອງຍຸກສະໄໝ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2045, ປັບປຸງຄວາມສາມັກຄີ, ບົດບາດເປັນໃຈກາງ ແລະ ເປັນເຈົ້າຕົນເອງໃນຍຸດທະສາດຂອງ ອາຊຽນ.

ໂດຍຕາງໜ້າບັນດາປະເທດສະມາຊິກ, ໃນຖານະປະເທດປະທານ ອາຊຽນ 2025, ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ Dato Tan Yang Thai ຊີ້ແຈ້ງວ່າ:

“ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີລັກສະນະສ້າງສັນ - ຢຶດໝັ້ນຊຸກຍູ້ການເຊື່ອມໂຍງເສດຖະກິດ, ເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນໂດຍອີງໃສ່ລະບຽບກົດໝາຍ. ໃນຕະຫຼອດ 3 ທົດສະວັດຜ່ານມາ, ຫວຽດນາມ ໄດ້ຢັ້ງຢືນບົດບາດເປັນເສົາຄ້ຳທີ່ບໍ່ອາດຂາດໄດ້ໃນ ອາຊຽນ, ດ້ວຍບັນດາການປະກອບສ່ວນຍຸດທະສາດ ແລະ ແທດຈິງ”.

(ແຫຼ່ງຄັດຈາກ VOV)

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ພິທີເປີດສະຫຼອງແມ່ນການສືບທອດມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ, ແມ່ນສັນຍາລັກໃຫ້ແກ່ການສືບທອດຂອງຄົນລຸ່ນຕ່າງໆ, ໃຫ້ແກ່ການກຽມພ້ອມພັດທະນາ, ຮ່ວມມືລະຫວ່າງ ລັດເຊຍ ແລະ ຫວຽດນາມ.

Top