ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງ ຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມສະຫຼຸບໂຄງການ ແລະ ຂະບວນການແຂ່ງຂັນ “ທັງປະເທດລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ”. ນີ້ແມ່ນບັ້ນເຄື່ອນໄຫວສັງຄົມທີ່ມີຄວາມໝາຍສຳຄັນເປັນພິເສດ, ໂດຍໄດ້ຮັບການຂະໜານນາມວ່າ “ກິດຈະກຳລະດັບຊາດພິເສດ”.
ຕາມບົດລາຍງານຂອງກະຊວງຊົນເຜົ່າ ແລະ ສາສະໜາແລ້ວ, ໂຄງການດັ່ງກ່າວໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 334.234 ຫຼັງ ລວມມູນຄ່າເກືອບ 50.000 ຕື້ດົ່ງ (ເກືອບ 1,9 ຕື້ USD). ດ້ວຍໝາກຜົນນີ້, ຫວຽດນາມ ກໍບັນລຸເປົ້າໝາຍໄວກວ່າ 5 ປີ ເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກແມ່ນປີ 2030.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: VOV5)
ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ:
“ນີ້ແມ່ນຜົນງານມະຫັດສະຈັນ ປະກອບສ່ວນເຂົ້າໃນໂຄງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ປັບປຸງພື້ນຖານໃຫ້ແກ່ທັດສະນະພັດທະນາເພື່ອຄວາມຍຸຕິທຳ, ຄວາມກ້າວໜ້າສັງຄົມ ແລະ ຍືນຍົງຂອງປະເທດໃນຍຸກສະໄໝໃໝ່. ເຮືອນແຕ່ລະຫຼັງລ້ວນແຕ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ - “ເປັນຂອງຂັວນ”, “ຊາຍຄາແຫ່ງຄວາມອົບອຸ່ນໃໝ່”, “ຄວາມຮັກແພງ”, ການແບ່ງປັນກັບຜູ້ປະສົບກັບຄວາມຫຍຸ້ງຍາກ, ຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີ. ຫັນແຜນນະໂຍບາຍ, ແນວທາງຖືກຕ້ອງຂອງພັກໃຫ້ປະກົດຜົນເປັນຈິງ; ສະແດງທາດແທ້ອັນດີງາມ, ຈຸດດີຂອງລະບອບການເມືອງຂອງເຮົາ; ຢັ້ງຢືນບັນດາຄຸນຄ່າວັດທະນະທຳມະນຸດ ແລະ ມູນເຊື້ອສິນທຳອັນດີງາມຂອງຊາດ; ປຸກລຸກຄວາມເຊີດຊູ, ຄວາມເອກອ້າງທະນົງໃຈຂອງຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເຂົ້າໃນການນຳພາຂອງພັກ; ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.”
(ແຫຼ່ງຄັດຈາກ VOV)