ຝ່າຍ ອີຢູ ໄດ້ຊົມເຊີຍ ບັນດາຄວາມຄືບໜ້າຂອງ ຫວຽດນາມ ໃນຂົງເຂດສ້າງກົດໝາຍ.
ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ) ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາປົກປ້ອງສິດທິມະນຸດຕາມບັນດາເອກະສານສິດທິມະນຸດສາກົນເຊິ່ງ 2 ຝ່າຍລ້ວນແຕ່ເປັນສະມາຊິກ; ພ້ອມກັນນັ້ນ, ເນັ້ນໜັກເຖິງຄວາມສົນໃຈລວມໃນເລື່ອງສືບຕໍ່ໂອ້ລົມສົນທະນາ ແລະ ຮ່ວມມືກ່ຽວກັບບັນດາບັນຫາສິດທິມະນຸດ ບົນຈິດໃຈສ້າງສັນແລະ ເປີດອົກເປີດໃຈ, ອີງໃສ່ຄວາມເຄົາລົບ ແລະ ຄວາມເຂົ້າໃຈລວມ. ນີ້ແມ່ນບັນດາຄວາມເຫັນດີເຫັນພ້ອມທີ່ ຫວຽດນາມ ແລະ ອີຢູ ບັນລຸໄດ້ໃນການໂອ້ລົມສົນທະນາມະນຸດສະທຳປະຈຳປີ, ຈັດຂຶ້ນຢູ່ ຮ່າໂນ້ຍ, ໃນວັນທີ 21 ກໍລະກົດ. ວາລະໂອ້ລົມສົນທະນາຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ຟ້າມຫາຍແອັງ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ, ແລະ ທ່ານນາງ Paola Pampaloni, ຮອງຫົວໜ້າຝ່າຍບໍລິຫານ, ອົງການກະທຳການຕ່າງປະເທດເອີລົບ, ພາກພື້ນ ອາຊີ - ປາຊີຟິກ.
ກ່ຽວຂ້ອງເຖິງສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR), ຝ່າຍ ຫວຽດນາມ ໄດ້ແບ່ງປັນບັນດາຄວາມກ້າວໜ້າໃນການຊຸກຍູ້ບັນດາສິດພົນລະເຮືອນ ແລະ ການເມືອງ; ບັນດາຄວາມກ້າວໜ້າໃນການເພີ່ມທະວີອຳນາດນິຕິບັນຍັດ ແລະ ຄວາມມານະພະຍາຍາມສ້າງໂຄງປະກອບລະບົບບໍລິຫານຄືນໃໝ່, ຫັນກົງຈັກລັດເປັນກະທັດລັດເພື່ອຍົກສູງປະສິດທິຜົນ, ຮັບໃຊ້ປະຊາຊົນເປັນຢ່າງດີກວ່າ ແລະ ຊຸກຍູ້ການຊົມໃຊ້ບັນດາສິດໃນສັງກາດໃໝ່ຂອງການພັດທະນາປະເທດຊາດ.
ຝ່າຍ ອີຢູ ໄດ້ຊົມເຊີຍ ບັນດາຄວາມຄືບໜ້າຂອງ ຫວຽດນາມ ໃນຂົງເຂດສ້າງກົດໝາຍ, ພ້ອມກັນນັ້ນ, ສົ່ງເສີມ ຫວຽດນາມ ເພີ່ມທະວີການເຂົ້າຮ່ວມບັນດາກົນໄກຂອງສະຫະປະຊາຊາດ, ພິເສດແມ່ນດ້ວຍຖານະເປັນສະມາຊິກຂອງສະພາສິດທິມະນຸດ.
(ແຫຼ່ງຄັດຈາກ VOV)