• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ໂກ​ລາ ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື ໃຕ້ - ໃຕ້

“ນຳການພົວພັນ ຫວຽດນາມ - ອັງໂກລາ ຂຶ້ນລະດັບສູງໃໝ່, ກາຍເປັນຂົວຕໍ່ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຟະລິກາ” ແມ່ນຫົວຂໍ້ບົດກ່າວປາໄສຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃນວາລະປະຊຸມຄົບຄະນະພິເສດຂອງສະພາແຫ່ງຊາດ ອັງໂກລາ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 07 ສິງຫາ ຕາມເວລາທ້ອງຖິ່ນ.
ບັນກາການການກ່າວຄຳປາໄສຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ

ໃນບົດກ່າວປາໄສ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ໃນນະໂຍບາຍສັງລວມຂອງການພົວພັນຕ່າງປະເທດ, ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານກັບພາກພື້ນ ອາຟະລິກາ, ພິເສດແມ່ນກັບ ອັງໂກລາ. ຫວຽດນາມ ປາດຖະໜາຢາກນຳການພົວພັນ ຫວຽດນາມ - ອັງໂກລາ ກ້າວເຂົ້າສູ່ໄລຍະໃໝ່ທີ່ເລິກເຊິ່ງກວ່າ ກ່ຽວກັບທາງດ້ານການເມືອງ, ເສດຖະກິດທີ່ເຂັ້ມແຂງກວ່າ, ແລະ ເປີດກວ້າງການພົບປະແລກປ່ຽນປະຊາຊົນ; ຊຸກຍູ້ການຮ່ວມມືກັບ ອັງໂກລາ ຢ່າງແຮງກວ່າອີກ, ສ້າງສາຍພົວພັນ “ຄູ່ຮ່ວມມືທີ່ຮ່ວມມືພ້ອມກັນພັດທະນາ”, ນຳການພົວພັນ ຫວຽດນາມ - ອັງໂກລາ ກາຍເປັນຕົວແບບໃຫ້ແກ່ການຮ່ວມມື ໃຕ້ - ໃຕ້. ທ່ານປະທານປະເທດ ຫວຽດນາມ ກໍໄດ້ສະເໜີບັນດາການກຳນົດທິດໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟະລິກາ ໃນໄລຍະຈະມາເຖິງ. ທ່ານເຊື່ອໝັ້ນຢ່າງແນວແນ່ວ່າ, ຖ້າພວກເຮົາເພີ່ມທະວີບັນດາກິດຈະກຳສົ່ງເສີມການຄ້າ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍນັ້ນ, ເລື່ອງຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 1 ຕື້ USD ໃນໄລຍະຈະມາເຖິງແມ່ນມີຄວາມເປັນໄປໄດ້ສູງ. ພ້ອມດຽວກັນນັ້ນ ແມ່ນເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນລະຫວ່າງສອງປະເທດ.  ພາຍຫຼັງບົດກ່າວປາໄສ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານນາງ Carolina Cerqueira ປະທານສະພາແຫ່ງຊາດ ອັງໂກລາ.

        ຮອດຕອນຄ່ຳຂອງວັນດຽວກັນ, ທ່ານປະທານາປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ກໍໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັງໂກລາ (12 ພະຈິກ 1975 – 12 ພະຈິກ 2025) ໂດຍສະຖານທູດ ຫວຽດນາມ ຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Luanda.

        ກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

        “ເຄິ່ງສະຕະວັດຜ່ານມາໄດ້ພິສູດໃຫ້ເຫັນວ່າ ໄລຍະຫ່າງດ້ານພູມີສາດ ບໍ່ສາມາດກີດຂວາງນ້ຳໃຈຄວາມຜູກພັນຮັກໄຄ່ລະຫວ່າງປະຊາຊົນສອງປະເທດໄດ້. ຈາກຜູ້ຊ່ຽວຊານດ້ານກະສິກຳ, ການແພດ 11 ທ່ານທຳອິດທີ່ເດີນທາງໄປຍັງ ອັງໂກລາ ໃນຊຸມປີ 1970, ໄລ່ມາຮອດປັດຈຸບັນ, ມີຄູອາຈານ, ແພດໝໍ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ນັບສິບພັນຄົນມາດຳລົງຊີວິດ, ເຮັດວຽກຢູ່ໂຮງຮຽນ, ຮາກຖານສາທາລະນະສຸກ, ນິຄົມກະເສດ, ກິດຈະກຳກໍ່ສ້າງແຫ່ງຕ່າງໆຂອງ ອັງໂກລາ.  ເຂົາເຈົ້າໄດ້ພ້ອມກັບປະຊາຊົນ ອັງໂກລາ ນັບທັງໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ ກໍໄດ້ມີປະກອບສ່ວນຢ່າງໜ້າຕັ້ງ, ເຕັມໄປດ້ວຍຄວາມເອກອ້າງທະນົງໃຈໃຫ້ແກ່ວິວັດການສ້າງສາ ແລະ ພັດທະນາປະເທດ ອັງໂກລາ.”

        ສຳລັບຝ່າຍ ອັງໂກລາ, ທ່ານ Tete Antonio ລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ ຫວຽດນາມ ທີ່ເປັນໜຶ່ງໃນປະເທດທຳອິດທີ່ຮັບຮອງເອົາ ສາທາລະນະລັດ ອັງໂກລາ ກໍຄືການໜູນຊ່ວຍຂອງ ຫວຽດນາມ ທີ່ມີຕໍ່ ອັງໂກລາ. ພ້ອມທັງຖືວ່າ ສອງປະເທດຕ້ອງພ້ອມກັນຊອກຫາ, ຂຸດຄົ້ນກາລະໂອກາດໃໝ່ ເພື່ອເສີມຂະຫຍາຍກຳລັງບົ່ມຊ້ອນໃນການຮ່ວມມືກັນຢ່າງຮອບດ້ານ.

        ໃນຊຸມວັນຜ່ານມາ, ສື່ມວນຊົນ ອັງໂກລາ ໄດ້ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ. ສື່ມວນຊົນ ອົງໂກລາ ໄດ້ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ແມ່ນເຫດການການເມືອງ - ການທູດສຳຄັນ, ສ້າງພື້ນຖານໃຫ້ແກ່ການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອັງໂກລາ ນັບມື້ນັບມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ”

“ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ...."

Top