ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ 30 ປີກອ່ນ, ຫວຽດນາມເຂົ້າເປັນສະມາຊິກ ອາຊຽນ ດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ປາດຖະໜາຢາກປະກອບສ່ວນຢ່າງມີປະສິດທິຜົນ.
ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ
ວັນທີ 8 ສິງຫາ, ອາຊຽນ ສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ(08/08/1967 – 08/08/2025). 58 ປີຜ່ານມາ, ອາຊຽນ ແມ່ນຮູບແບບກ່ຽວກັບຜົນສຳເລັດ ຂອງການຮ່ວມມື ແລະ ເຊື່ອມຕໍ່ໃນພາກພື້ນ, ດ້ວຍບົດບາດ ແລະ ອິດທິພົນຊື່ສຽງທີ່ນັບມື້ນັບສູງຂຶ້ນ. ໃນວິວັດການນັ້ນ, ຫວຽດນາມ ດ້ວຍ 30 ປີທີ່ເປັນສະມາຊິກ, ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ປະກອບສ່ວນຢັ້ງຢືນຖານະຕ່ຳແໜ່ງ ແລະ ບົດບາດຂອງ ອາຊຽນ ບົນເວທີສາກົນ. ໃນບົດຂຽນ “ວິວັດການ 30 ປີ: ຈາກຄວາມຄາດຫວັງລວມໄປສູ່ ສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ” ເນື່ອງໃນໂອກາດນີ້, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ 30 ປີກອ່ນ, ຫວຽດນາມເຂົ້າເປັນສະມາຊິກ ອາຊຽນ ດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ປາດຖະໜາຢາກປະກອບສ່ວນຢ່າງມີປະສິດທິຜົນ. ຈາກແງ່ມູມຂອງພາກພື້ນ, ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຢັ້ງຢືນວ່າ:
ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າທີ່ສຸດຂອງ ອາຊຽນ ໃນໄລຍະ 30 ປີຜ່ານມາ. ສິ່ງນີ້ສະແດງໃຫ້ເຫັນຜ່ານບັນດາຂໍ້ລິເລີ່ມ, ຂໍ້ສະເໜີເຊິ່ງ ຫວຽດນາມ ຍົກອອກມາໃນຖານະຕຳແໜ່ງທີ່ແຕກຕ່າງກັນ. ອາດເວົ້າໄດ້ວ່າ ຫວຽດນາມ ໄດ້ປະກອບສ່ວນເຂົ້າວິວັດການພັດທະນາ ແລະ ຫັນປ່ຽນບັນດາກົນໄກໂດຍອາຊຽນນຳໜ້າ, ນຳມາເຊິ່ງຜົນປະໂຫຍດ ແລະ ປັບປຸງປະຊາຄົມ ອາຊຽນ. ການພັດທະນາເສດຖະກິດຢ່າງວອ່ງໄວຂອງ ຫວຽດນາມ ເປັນໜ້າປະທັບໃຈ, ດ້ວຍຕົວເລກປະກອບສ່ວນ GDP ຂອງ ຫວຽດນາມ ມີຄວາມໃຫ້ແກ່ພາກພື້ນແມ່ນໃຫຍ່ຫຼວງທີ່ສຸດ. ເພາະສະນັ້ນ, ໃນ 30 ປີຜ່ານມາ, ຂ້າພະເຈົ້າຄິດວ່າ ຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງຕາມຫຼາຍວິທີໃຫ້ແກ່ການພັດທະນາຂອງ ອາຊຽນ.
(ແຫຼ່ງຄັດຈາກ VOV)