• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ”

“ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ...."
ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ກ່າວຄຳເຫັນທີ່ພິທີ

ພິທີສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (ວັນທີ 8 ສິງຫາ 1967 – 08 ສິງຫາ 2025) ພາຍໃຕ້ຫົວຂໍ້ “ມຸ່ງໄປເຖິງອະນາຄົດເຊື່ອມໂຍງ ແລະ ຍື່ນຍົງ”, ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານຄະນະເລຂາທິການ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນວັນທີ 08 ສິງຫາ. ກ່າວຄຳເຫັນທີ່ພິທີ, ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ເນັ້ນໜັກວ່າ:

“ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ. ບັນດາການກະທຳດັ່ງກ່າວ ບໍ່ພຽງແຕ່ແມ່ນສິ່ງຈົບງາມເທົ່ານັ້ນ, ຫາກຍັງແມ່ນຄວາມສາມັກຄີເພື່ອຫັນບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ ແລະ ມີຄວາມໝາຍສຳລັບຈຸດປະສົງຍາວນານໃຫ້ແກ່ ອາຊຽນ. ລັກສະນະກວມລວມ ກໍມີຄວາມໝາຍຮັບປະກັນວ່າ ທຸກປະເທດ, ທຸກປະຊາຄົມ ແລະ ປະຊາຊົນທຸກຄົນລ້ວນແຕ່ມີສຽງເວົ້າ ແລະ ພ້ອມກັນແບ່ງປັນກ່ຽວກັບຂໍ້ຂ້ອງໃຈ. ສິ່ງດັ່ງກ່າວກໍມີຄວາມໝາຍວ່າ ການພັດທະນາຈະໄປຮອດບັນດາໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກທີ່ສຸດ, ບ່ອນທີ່ແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບການມອບສິດຢ່າງແທ້ຈິງ ແລະ ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງໃນພື້ນຖານເສດຖະກິດດີຈີຕອນ.”

(ແຫຼ່ງຄັດຈາກ VOV)

ນຳ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ໂກ​ລາ ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື ໃຕ້ - ໃຕ້

ນຳ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ໂກ​ລາ ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື ໃຕ້ - ໃຕ້

“ນຳການພົວພັນ ຫວຽດນາມ - ອັງໂກລາ ຂຶ້ນລະດັບສູງໃໝ່, ກາຍເປັນຂົວຕໍ່ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຟະລິກາ” ແມ່ນຫົວຂໍ້ບົດກ່າວປາໄສຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃນວາລະປະຊຸມຄົບຄະນະພິເສດຂອງສະພາແຫ່ງຊາດ ອັງໂກລາ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 07 ສິງຫາ ຕາມເວລາທ້ອງຖິ່ນ.

Top