ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຈະເດີນໄປຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ແຕ່ວັນທີ 10 – 13 ສິງຫາ. ການຢ້ຽມຢາມເປັນການຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ປາດຖະໜາຢາກນຳການພົວພັນຮ່ວມມືກັບ ສ.ເກົາຫຼີ ພັດທະນາຂຶ້ນສູ່ລະດັບສູງໃໝ່, ພ້ອມທັງແຜ່ກະຈາຍສານທີ່ວ່າ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ຕ້ອງມີການຮ່ວມເດີນທາງຈາກບັນດາເພື່ອນມິດສາກົນ, ພິເສດແມ່ນຈາກບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນມີ ສ.ເກົາຫຼີ.
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນໃນເຫດການ “ພົບປະ ສ.ເກົາຫຼີ ປີ 2025” (ພາບ: TTXVN)
ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນແຂກຕ່າງປະເທດທຳອິດຂອງອຳນາດການປົກຄອງປະທານາທິບໍດີຄົນໃໝ່ ທ່ານ Lee Jae Myung ແລະ ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງເລຂາທິການໃຫຍ່ ຫວຽດນາມ ພາຍຫຼັງ 11 ປີ.
ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ພິເສດ ພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ ເມື່ອເດືອນທັນວາ 2022.
ຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ
ການພົວພັນ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຜ່ານມາ ບັນລຸໄດ້ຫຼາຍບາດກ້າວກະໂດດຂັ້ນ ແລະ ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.
ປັດຈຸບັນ, ສ.ເກົາຫຼີ ຢືນອັນດັບທີ 1 ໃນການລົງທຶນໂດຍກົງເຂົ້າ ຫວຽດນາມ, ຢືນອັນດັບທີ 2 ກ່ຽວກັບການຮ່ວມມືພັດທະນາ (ODA), ແຮງງານ ແລະ ການທ່ອງທ່ຽວ ແລະ ຢືນອັນດັບທີ 3 ກ່ຽວກັບການຮ່ວມມືດ້ານການຄ້າ. ກົງກັນຂ້າມ, ຫວຽດນາມ ແມ່ນຄູ່ຮ່ວມມືທາງດ້ານເສດຖະກິດໃຫຍ່ສຸດຂອງ ສ.ເກົາຫຼີ ໃນ ອາຊຽນ, ກວມເອົາ 30% ການລົງທຶນ ແລະ 50% ຍອດວົງການການຄ້າລະຫວ່າງ ສ.ເກົາຫຼີ ກັບ ອາຊຽນ. ສອງປະເທດພວມມຸ່ງໄປເຖິງເປົ້າໝາຍ ຍົກວົງເງິນການຄ້າສອງຝ່າຍຂຶ້ນ 100 ຕື້ USD ໃນປີ 2025 ແລະ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງ ແລະ ຍືນຍົງ.
ສອງປະເທດຍາມໃດກໍສ້າງເງື່ອນໄຂຮ່ວມມືລົງທຶນໃຫ້ກັນຢ່າງສະດວກທີ່ສຸດ. ໃນເຫດການ “ພົບປະ ສ.ເກົາຫຼີ ປີ 2025” ທີ່ໄດ້ດຳເນີນໃນເດືອນພຶດສະພາ ຜ່ານມາ, ຢູ່ ຫວຽດນາມ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
“ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກດີ ແລະ ຈະແຈ້ງ, ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ການຄຸ້ມຄອງແບບອັດສະລິຍະ, ດຳເນີນການປະຕິວັດກ່ຽວກັບກົງຈັກການຈັດຕັ້ງ, ຫຼຸດຂັ້ນຕອນ, ລົບລ້າງກົນໄກຂໍ-ໃຫ້, ຍູ້ແຮງການຈັດແບ່ງຂັ້ນ, ສິດອຳນາດຕາມທິດຍອດຢ້ຽມ, ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ສ້າງເງື່ອນໄຂສະດວກ ແລະ ຕັ້ງໜ້າໜູນຊ່ວຍແກ້ໄຂບັນດາຂໍ້ຕິດຂັດ ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີວິສາຫະກິດ ສ.ເກົາຫຼີ ລົງທຶນຍາວນານ ແລະ ສະຖຽນລະພາບຢູ່ ຫວຽດນາມ”.
ປັດຈຸບັນ, ສ.ເກົາຫຼີ ພວມຕັ້ງໜ້າຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດແກ່ນສານ, ເຊັ່ນ: ອຸດສາຫະກຳເຕັກໂນໂລຢີສູງ, ການຫັນເປັນດີຈີຕອນ, ປັນຍາປະດິດ, ພະລັງງານ, ໃນນັ້ນ ມີໄຟຟ້ານິວເຄຼຍ, ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ.
ປັດຈຸບັນ ມີປະມານ 100 ຄູ່ພົວພັນຂັ້ນທ້ອງຖິ່ນລະຫວ່າງສອງປະເທດໄດ້ຮັບການສ້າງຕັ້ງຂຶ້ນ. ນອກຈາກນັ້ນແລ້ວ, ປັດຈຸບັນ ກໍ່ຍັງມີຄອບຄົວວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ເກືອບ 100.000 ຄອບຄົວ ອີກດ້ວຍ. ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດສະໜອງແຂກທ່ອງທ່ຽວຈຳນວນຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ. ສະເພາະປີ 2024, ມີແຂກທ່ອງທ່ຽວ ສ.ເກົາຫຼີ ຈຳນວນ 4,6 ລ້ານເທື່ອຄົນມາ ຫວຽດນາມ. ໃນເຫດການ Korea Travel Festa 2025 ທີ່ໄດ້ດຳເນີນເມື່ອເດືອນ ມິຖຸນາ ຜ່ານມາຢູ່ນະຄອນ ໂຮ່ຈີມິນ, ທ່ານ Kim Jong Hoon, ຮັກສາການກົມໃຫຍ່ທ່ອງທ່ຽວ. ສ. ເກົາຫຼີ, ເນັ້ນໜັກວ່າ:
“ເຫດການແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວ ຫວຽດນາມ ເຂົ້າຮ່ວມ, ສຳຜັດໂດຍກົງ ແລະ ເຊື່ອມຕໍ່ກັບວັດທະນະທຳ ສ.ເກົາຫຼີ ຜ່ານບັນດາກິດຈະກຳຕົວຈິງ. ຜ່ານນັ້ນ, ກໍປະກອບສ່ວນປຸກລຸກຄວາມສົນໃຈ ແລະ ນ້ຳໃຈຕັ້ງໜ້າກັບການທ່ອງທ່ຽວ ສ.ເກົາຫຼີ ໃນໃຈມະຫາຊົນ ຫວຽດນາມ”.
ການຢ້ຽມຢາມມຸ່ງໄປເຖິງການພັດທະນາແບບຍືນຍົງຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ
ໃນສະພາບການນັ້ນ, ການຢ້ຽມຢາມທາງລັດຖະກິດ ຢູ່ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຄັ້ງນີ້ ໄດ້ສ່ອງແສງໃຫ້ເຫັນການພັດທະນາຂອງສາຍພົວພັນ ຫວຽດນາມ - ສ.ເກົາຫຼີ ຢ່າງຈະແຈ້ງ, ເຊິ່ງການນຳສອງປະເທດໄດ້ເພີ່ມພູນຄູນສ້າງໃນຕະຫຼອດ 3 ທົດສະວັດຜ່ານມາ. ບັນດາການແລກປ່ຽນ, ປຶກສາຫາລືໃນການຢ້ຽມຢາມ ແມ່ນຄຳໝັ້ນສັນຍາໃຫ້ແກ່ການພັດທະນາແບບຍືນຍົງຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.
ຕາມທ່ານ ຫວູໂຮ່ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສ.ເກົາຫຼີ ແລ້ວ, ການຢ້ຽມຢາມຄັ້ງນີ້ອາດຈະມີກິດຈະກຳຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ ດ້ວຍບັນດາຈຸດເນັ້ນໜັກຍຸດທະສາດກ່ຽວກັບດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ວັດທະນະທຳ ແລະ ສິລະປະ ແລະ ນັບທັງການພົບປະແລກປ່ຽນປະຊາຊົນ. ບັນດາການແລກປ່ຽນຈະມີລັກສະນະຍຸດທະສາດ, ກຳນົດທິດໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາໃນສັງກາດໃໝ່ ທີ່ພວມໄດ້ຮັບການສ້າງຕັ້ງຢູ່ທັງ ຫວຽດນາມ ແລະ ສ.ເກົາຫຼີ. ການຢ້ຽມຢາມ ຍັງສ້າງຄວາມຫວັງຈະເປີດໂສມໜ້າໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ, ການເຕີບໂຕທັງດ້ານປະລິມານ, ການປ່ຽນແປງດ້ານຄຸນນະພາບ ແລະ ແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ອີກດ້ວຍ.
ໂລກ ແລະ ພາກພື້ນເວົ້າລວມ, ສອງປະເທດ ຫວຽດນາມ ແລະ ສ.ເກົາຫຼີ ເວົ້າສະເພາະ, ກໍພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່. ຈຸດເວລາທີ່ມີໂອກາດສະດວກ ແລະ ສິ່ງທ້າທາຍສະຫຼັບສັບຊ້ອນນີ້ ແມ່ນຈຸດເວລາອັນເໝາະສົມເພື່ອໃຫ້ການນຳສອງປະເທດພ້ອມກັນສົ່ງສານກ່ຽວກັບຄວາມຕັດສິນໃຈຮ່ວມມືຢ່າງແໜ້ນແຟ້ນ ແລະ ຮອບດ້ານ. ບັນດາເນື້ອໃນແລກປ່ຽນລະອຽດໃນການຢ້ຽມຢາມຄັ້ງນີ້ ຈະມີລັກສະນະຍຸດທະສາດ, ກຳນົດທິດໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາໃນສັງກາດໃໝ່ທີ່ພວມໄດ້ສ້າງຕັ້ງຂຶ້ນຢູ່ທັງສອງປະເທດ./.