• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອັງ​ໂກ​ລາ ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ

ສາຍພົວພັນອັນສະໜິດແໜ້ນລະຫວ່າງ ຫວຽດນາມ - ອັງໂກລາ ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະເທດເປີດກວ້າງໄລຍະພັດທະນາໃໝ່. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃນການພົບປະສອງຝ່າຍກັບທ່ານ Joao Manuel Goncalves Lourenco ປະທານາທິບໍດີ ອັງໂກລາ ທີ່ໄດ້ດຳເນີນໃນວັນທີ 07 ສິງຫາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Luanda, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ. ອັງໂກລາ ຂອງທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນໃນການຖະແຫຼງຂ່າວ

ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຖືວ່າ ສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພ້ອມກັນສ້າງສາຍພົວພັນ “ຄູ່ຮ່ວມມືທີ່ຮ່ວມມືພ້ອມກັນພັດທະນາ” ຫວຽດນາມ - ອັງໂກລາ ກາຍເປັນແບບຢາງໃຫ້ແກ່ການຮ່ວມມືໃຕ້ - ໃຕ້. ດັ່ງນັ້ນ, 2 ຝ່າຍຕ້ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ , ສາທາລະນະສຸກ, ການສຶກສາ, ກະສິກຳ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີໃຫ້ບັນດາອົງການຂອງ ອັງໂກລາ ອຳນວຍຄວາມສະດວກ, ສະຫງວນບຸລິມະສິດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຜັນຂະຫຍາຍການລົງທຶນໃນບັນດາຂົງເຂດນ້ຳມັນອາຍແກັດ, ພະລັງງານ, ການຂຸດຄົ້ນ, ປຸງແຕ່ງແຮ່ທາດ, ອຸດສາຫະກຳຫຼອມໂລຫະ... ສອງຝ່າຍເພີ່ມທະວີບັນດາກິດຈະກຳສົ່ງເສີມການຄ້າ, ເຊື່ອມຕໍ່ແລກປ່ຽນຄ້າຂາຍ, ເພື່ອແນໃສ່ຈຸດປະສົງນຳວົງເງິນການຄ້າສອງຝ່າຍບັນລຸ 1 ຕື້ USD ໃນໄລຍະຈະມາເຖິງ.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ ອັງໂກລາ ໜູນຊ່ວຍ ຫວຽດນາມ ເພີ່ມທະວີການມີໜ້າ , ເປີດກວ້າງການຮ່ວມມືທີ່ແທດຈິງກັບ ສະຫະພາບອາຟະລິກາ ແລະ ສະໜັບສະໜູນບັນດາຜູ້ສະໝັກເລືອກຕັ້ງຂອງ ຫວຽດນາມ  ເຂົ້າບັນດາອົງການຈັດຕັ້ງສາກົນ.

ສ່ວນທ່ານ Joao Manuel Goncalves Lourenco ປະທານາທິບໍດີ ອັງໂກລາ ກໍສະເໜີໃຫ້ ຫວຽດນາມ ໜູນຊ່ວຍ ອັງໂກລາ ພັດທະນາກະສິກຳ, ພິເສດແມ່ນການປູກເຂົ້າ, ຕົ້ນໄມ້ກິນໝາກ ແລະ ຫວັງວ່າ ຈະມີຫຼາຍຜະລິດຕະພັນຂອງ ຫວຽດນາມ ໄດ້ວາງຂາຍຢູ່ຕະຫຼາດ ອັງໂກລາ ຕື່ມອີກ.

        ເມື່ອສິ້ນສຸດການພົບປະສອງຝ່າຍ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ Joao Manuel Goncalves Lourenco ປະທານາທິບໍດີ ອັງໂກລາ ໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ອັງໂກລາ, ສະແດງໃຫ້ເຫັນຄຳໝັ້ນສັນຍາ, ຄວາມຕັດສິນໃຈຂອງທັງສອງຝ່າຍໃນການເປີດໄລຍະໃໝ່ຂອງການພົວພັນສອງຝ່າຍ; ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືສຳຄັນ.

        ເມື່ອພົບປະກັບສື່ມວນຊົນພາຍຫຼັງການພົບປະສອງຝ່າຍ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ຽວກັບດ້ານເສດຖະກິດ, ບົນພື້ນຖານກຳລັງບົ່ມຊ້ອນຂອງການຮ່ວມມືທີ່ໃຫຍ່ຫຼວງ ກໍຄືທ່າອ່ຽງ ແລະ ກຳລັງຂອງແຕ່ລະປະເທດ, ກໍສ້າງເງື່ອນໄຂໃຫ້ບັນດາປະເພດສິນຄ້າມີທ່າແຮງຂອງສອງປະເທດໄດ້ນຳເຂົ້າຕະຫຼາດຂອງກັນຫຼາຍກວ່າອີກ. ສອງຝ່າຍກໍຕົກລົງເປັນເອກະພາບເພີ່ມທະວີການແບ່ງປັນບັນດາໂອກາດລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດເຂົ້າຮ່ວມບັນດາໂຄງການໃນຂົງເຂດບຸລິມະສິດ, ພິເສດແມ່ນກະສິກຳ, ນ້ຳມັນອາຍແກັດ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ... ພ້ອມກັບການສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ, ເຊັ່ນ ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ກະສິກຳ; ໄລຍະຈະມາເຖິງ ສອງປະເທດກໍຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ.”

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດສະເໜີໃຫ້ ອັງໂກລາ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມ, ວິສາຫະກິດ ຫວຽດນາມ ທີ່ ດຳລົງຊີວິດ, ເຮັດວຽກ, ເຄື່ອນໄຫວດຳເນີນທຸລະກິດຢູ່ ອັງໂກລາ ຢ່າງມີສະຖຽນລະພາບ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ”

“ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ...."

Top