ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ,ສະຖາບັນກະສິກຳແມ່ນຫົວໜ່ວຍທຳອິດຂອງຫວຽດນາມ ປະສົບຜົນສຳເລັດໃນການລ້ຽງເຜິ້ງ ເພື່ອເອົານ້ຳເຜິ້ງ ດ້ວຍການນຳໃຊ້ເຕັກໂນໂລຊີ 4.0. ນັບແຕ່ນັ້ນເປັນຕົ້ນມາ,ໄດ້ສ້າງປະສິດທິຜົນສູງທາງດ້ານເສດຖະກິດໃນການຂຸດຄົ້ນນ້ຳເຜິ້ງ ແລະ ຖ່າຍທອດຂະບວນການເຕັກໂນໂລຊີລ້ຽງເຜິ້ງໃຫ້ຜູ້ລ້ຽງເຜິ້ງຢູ່ ຫວຽດນາມ.
ປັດຈຸບັນ, ຫວຽດນາມແມ່ນປະເທດທີ 6 ໃນໂລກທີ່ສົ່ງອອກນ້ຳເຜິ້ງ, ໃນນັ້ນເປັນອັນດັບ 1 ໃນບັນດາປະເທດສົ່ງອອກນ້ຳເຜິ້ງໄປຍັງສ ອາເມລິກາ. ຄວາມສາມາດບົ່ມຊ້ອນດ້ານການລ້ຽງເຜິ້ງຢູ່ ຫວຽດນາມ ຍັງມີຫຼາຍກາລະໂອກາດພັດທະນາ ແລະ ເປີດກວ້າງ. ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ, ສະຖາບັນ ກະສິກຳ ຮ່າໂນ້ຍ ແມ່ນໜ່ວຍງານນຳໜ້າຂະແໜງການ ເຜິ້ງ ໄດ້ຄົ້ນຄວ້າ ແລະ ຖ່າຍທອດບັນດາຂະບວນການເຕັກໂນໂລຊີລ້ຽງເຜິ້ງໃຫ້ບັນດາຜູ້ລ້ຽງເຜິ້ງໃນທົ່ວປະເທດ ຫວຽດນາມ, ພ້ອມກັນນັ້ນ ກໍ່ແມ່ນບ່ອນຜະລິດ ບັນດາຜະລິດຕະພັນນ້ຳເຜິ້ງທີ່ມີຄຸນນະພາບສູງ ເພື່ອສະໜອງໃຫ້ບັນດາຕະຫຼາດພາຍໃນ ແລະ ຮັບໃຊ້ການສົ່ງອອກ.
ມາຍັງສູນຄົ້ນຄວ້າ ແລະລ້ຽງເຜິ້ງເຂດຮ້ອນ ໃນເດືອນມິຖຸນານີ້, ພວກຂ້າພະເຈົ້າຮູ້ສຶກວ່າຕົນເອງໄດ້ກັບມາຢູ່ໃນທຳມະຊາດ, ບ່ອນທີ່ຝູງເຜິ້ງກຳລັງຫາດູດເກສອນ. ໃນສວນລຳໄຍມີຕູ້ລ້ຽງເຜິ້ງນັບຮ້ອຍກ່ອງຖືກວາງໄວ້ເປັນແຖວ, ຝູງເຜິ້ງພວມບິນວ່ອນອອກໄປທົ່ວທຸກແຫ່ງຫົນເພື່ອດູດເກສອນ, ສ້າງລະບົບນິເວດທຳມະຊາດທີ່ສົດຊື່ນຢູ່ຂອບເຂດສະຖາບັນກະສິກຳຫວຽດນາມ.
ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ, ສະຖາບັນ ກະສິກຳ ຮ່າໂນ້ຍ ແມ່ນຕົວແບບທຳອິດຂອງຫວຽດນາມ ໄດ້ຕິດພັນກັບການຄົ້ນຄວ້າ ແລະ ຝຶກອົບຮົມການລ້ຽງເຜິ້ງ. ພາບ: ຫວຽດເກື່ອງ/VNP
ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ - ຜູ້ອໍານວຍການສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ພວມກວດກາຄຸນນະພາບຂອງ ເຜິ້ງ. ພາບ: ຫວຽດເກື່ອງ/VNP
ກວດກາຄຸນນະພາບຂອງ ເຜິ້ງ. ພາບ: ຫວຽດເກື່ອງ/VNP
ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ - ຜູ້ອໍານວຍການສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ພວມແນະນຳວິທີການເກັບນຳ້ເຜິ້ງໃຫ້ແກ່ນັກສຶກສາ. ພາບ: ຫວຽດເກື່ອງ/VNP
ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ໄດ້ສ້າງຕັ້ງເມື່ອປີ 2006, ແມ່ນສະຖານ ແຫ່ງທຳອິດຢູ່ ຫວຽດນາມ ທັງຄົ້ນຄວ້າ ທັງຝຶກອົບຮົບກ່ຽວກັບເຜິ້ງ. ປັດຈຸບັນ, ສູນໄດ້ນຳໃຊ້ເຕັກໂນໂລຊີສູງໃນການຜະລິດ ແລະ ລ້ຽງເຜິ້ງຕາມມາດຕະຖານ Vietgapເພື່ອຊ່ວຍເພີ່ມຜົນຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນນ້ຳເຜິ້ງ, ເພີ່ມຄວາມສາມາດໃນການແກ່ງແຍ້ງກັບຜະລິດຕະພັນສົ່ງອອກ. ຮູບແບບການລ້ຽງເຜິ້ງຕາມເຕັກໂນໂລຊີ 4.0 ຊ່ວຍໃຫ້ຂໍ້ມູນກ່ຽວກັບຜະລິດຕະພັນມີຄວາມຈະແຈ້ງ, ສາມາດຕິດຕາມແຫຼ່ງທ່ີມາ ຂອງຜະລິດຕະພັນເຊັ່ນ: ແນວພັນ, ແຫຼ່ງດອກໄມ້, ອາຫານເສີມ ແລະ ປ້ອງກັນພະຍາດທີ່ໃຊ້ເຂົ້າໃນຂະບວນການເບິ່ງແຍງຝູງເຜິ້ງ.
ນອກຈາກນັ້ນ, ສູນຍັງເປັນຫົວໜ່ວຍທຳອິດຂອງຫວຽດນາມ ທີ່ປະສົບຜົນສຳເລັດ ໃນການປະສົມພັນທຽມໃຫ້ນາງ ພະຍາເຜິ້ງ (ແມ່ ເປັ້ງ), ສະໜອງ ນາງພະຍາເຜິ້ງ ນັບຮ້ອຍໂຕ ແລະ ເຜິ້ງນັບພັນໂຕໃຫ້ແກ່ຜູ້ລ້ຽງເຜິ້ງຫວຽດນາມ. ຜົນສຳເລັດດັ່ງກ່າວນີ້ໄດ້ສ້າງຊື່ສຽງຂອງຂະແໜງການລ້ຽງເຜິ້ງຫວຽດນາມອອກໄປສູ່ໂລກ. ສູນດັ່ງກ່າວໄດ້ຕ້ອນຮັບນັກຝຶກງານ, ນັກສຶກສາ, ຜູ້ລ້ຽງເຜິ້ງຈາກບັນດາປະເທດຄື: ສ ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ເບລາຣຸດ... ມາຢ້ຽມຢາມ ແລະ ຮຽນຮູ້.
ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ເປັນບ່ອນນໍາໜ້າກັບທ່າອ່ຽງການລ້ຽງເຜິ້ງສາກົນ, ລົງທຶນທາງດ້ານເຕັກໂນໂລຊີ ແລະ ນຳໃຊ້ເຕັກນິກທີ່ກ້າວໜ້າ, ຕັ້ງແຕ່ນັ້ນມາຊ່ວຍໃຫ້ຜູ້ລ້ຽງເຜິ້ງປ່ຽນການລ້ຽງເຜິ້ງຈາກການລ້ຽງເຜິ້ງແບບກ່ອງດຽວມາເປັນກ່ອງຄູ ເພື່ອຍົກສູງຄຸນນະພາບຂອງນໍ້າເຜິ້ງ. ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ, ຜູ້ອໍານວຍການສູນແຫ່ງນີ້ ໄດ້ກ່າວວ່າ: ການລ້ຽງເຜິ້ງຕາມແບບກ່ອງຄູ່ ສາມາດສວຍໃຊ້ພື້ນທີ່ເປີດຂອງທໍາມະຊາດ, ເຜິ້ງລ້ຽງສະອາດ, ແຫຼ່ງນໍ້າເຜິ້ງບໍລິສຸດ, ດັ່ງນັ້ນ ຄຸນນະພາບຂອງຜະລິດຕະພັນຈຶ່ງສູງກວ່າແຫຼ່ງນໍ້າເຜິ້ງທີ່ເກັບກ່ຽວໄດ້ຈາກກ່ອງດຽວເຖິງ 5 ເທົ່າ.
ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ - ຜູ້ອໍານວຍການສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ແລະ ເຈົ້າໜ້າທ່ີ ກໍາລັງດໍາເນີນ ຂັ້ນຕອນການປະສົມພັນໃຫ້ ນາງພະຍາເຜິ້ງ (ແມ່ເປັ້ງ). ພາບ: ຫວຽດເກື່ອງ/VNP
ຂັ້ນຕອນການປະສົມພັນໃຫ້ ນາງພະຍາເຜິ້ງ (ແມ່ເປັ້ງ). ພາບ: ຫວຽດເກື່ອງ/VNP
ນຳໃຊ້ blockchain ຊ່ວຍໃຫ້ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງ ເຂດຮ້ອນສາມາດຕິດຕາມແຫຼ່ງທ່ີມາ ຂອງຜະລິດຕະພັນເຊັ່ນ: ແນວພັນ, ແຫຼ່ງດອກໄມ້, ອາຫານເສີມ ແລະ ປ້ອງກັນພະຍາດ ທີ່ໃຊ້ເຂົ້າໃນຂະບວນການເບິ່ງແຍງ ຝຸງເຜິ້ງ. ພາບ: ຫວຽດເກື່ອງ/VNP
ຜະລິດຕະພັນນໍ້າເຜິ້ງທີ່ມີຄຸນນະພາບຢູ່ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ. ພາບ: ຫວຽດເກື່ອງ/VNP
ມາຮອດປັດຈຸບັນ, ສູນດັ່ງກ່າວຜະລິດເຜິ້ງສາຍພັນພາຍໃນປະເທດໄດ້100 ຝູງ ແລະ ເຜິ້ງສາຍພັນຕ່າງປະເທດໄດ້ 200 ຝູງ, ສູນເປັນເຈົ້າຂອງການປະສົມພັນທຽມໃຫ້ຝູງແມ່ເຜິ້ງ, ສະນັ້ນ ຕັ້ງແຕ່ຂັ້ນຕອນການຄັດເລືອກນາງພະຍາເຜິ້ງ ກໍ່ໄດ້ປະຕິບັດເປັນຢ່າງດີ, ຈາກນັ້ນຈຶ່ງມີເຜິິ້ງຄຸນະພາບດີ. ໃນແຕ່ລະປີ, ສູນໄດ້ຈັດການຝຶກຝົນ ແລະ ເຝິກອົບຮົມໃຫ້ແກ່ຜູ້ລ້ຽງເຜິ້ງກວ່າ 3.000 ຄົນ ເພື່ອເຂົ້າເຖິງເຕັກນິກການລ້ຽງເຜິ້ງທີ່ທັນສະໄໝຂອງໂລກ.
ໃນໄລຍະ 2 ປີ 2020-2022, ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ໄດ້ຊ່ວຍເຫຼືອແຂວງ ເຊີນລາ ແລະ ແຂວງ ເງະອານ ສ້າງ 7 ຕົວແບບລ້ຽງເຜິ້ງຕ່າງປະເທດ ເພື່ອຂຸດຄົ້ນນ້ຳເຜິ້ງໃສ່ກ່ອງຕາມມາດຕະຖານ VietGap ດ້ວຍການລ້ຽງເຜິ້ງ 715 ຮັງ ມີຍອດມູນຄ່າເຖິງ 3,5 ຕື້ດົ່ງ.
ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ