ເສດຖະກິດ

ລ້ຽງເຜິ້ງ ເອົານໍ້າເຜິ້ງ ດ້ວຍເຕັກໂນໂລຊີ 4.0

ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ,ສະຖາບັນກະສິກຳແມ່ນຫົວໜ່ວຍທຳອິດຂອງຫວຽດນາມ ປະສົບຜົນສຳເລັດໃນການລ້ຽງເຜິ້ງ ເພື່ອເອົານ້ຳເຜິ້ງ ດ້ວຍການນຳໃຊ້ເຕັກໂນໂລຊີ 4.0. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ,​ໄດ້​ສ້າງ​ປະສິດທິ​ຜົນ​ສູງທາງດ້ານ​ເສດຖະກິດ​ໃນ​ການ​ຂຸດ​ຄົ້ນ​ນ້ຳ​ເຜິ້ງ ​ແລະ ຖ່າຍທອດ​ຂະ​ບວນການ​ເຕັກ​ໂນ​ໂລ​ຊີ​ລ້ຽງ​ເຜິ້ງ​ໃຫ້​ຜູ້​ລ້ຽງ​ເຜິ້ງຢູ່ ຫວຽດນາມ.

ປັດຈຸບັນ, ຫວຽດນາມແມ່ນປະເທດທີ 6 ໃນໂລກທີ່ສົ່ງອອກນ້ຳເຜິ້ງ, ໃນນັ້ນເປັນອັນດັບ 1 ໃນບັນດາປະເທດສົ່ງອອກນ້ຳເຜິ້ງໄປຍັງສ ອາເມລິກາ. ຄວາມສາມາດບົ່ມຊ້ອນດ້ານການລ້ຽງເຜິ້ງຢູ່ ຫວຽດນາມ ຍັງມີຫຼາຍກາລະໂອກາດພັດທະນາ ແລະ ເປີດກວ້າງ. ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ, ສະຖາບັນ ກະສິກຳ ຮ່າໂນ້ຍ ແມ່ນໜ່ວຍງານນຳໜ້າຂະແໜງການ ເຜິ້ງ ໄດ້ຄົ້ນຄວ້າ ແລະ ຖ່າຍທອດບັນດາຂະບວນການເຕັກໂນໂລຊີລ້ຽງເຜິ້ງໃຫ້ບັນດາຜູ້ລ້ຽງເຜິ້ງໃນທົ່ວປະເທດ ຫວຽດນາມ, ພ້ອມກັນນັ້ນ ກໍ່ແມ່ນບ່ອນຜະລິດ ບັນດາຜະລິດຕະພັນນ້ຳເຜິ້ງທີ່ມີຄຸນນະພາບສູງ ເພື່ອສະໜອງໃຫ້ບັນດາຕະຫຼາດພາຍໃນ ແລະ ຮັບໃຊ້ການສົ່ງອອກ.

ມາຍັງສູນຄົ້ນຄວ້າ ແລະລ້ຽງເຜິ້ງເຂດຮ້ອນ ໃນເດືອນມິຖຸນານີ້, ພວກຂ້າພະເຈົ້າຮູ້ສຶກວ່າຕົນເອງໄດ້ກັບມາຢູ່ໃນທຳມະຊາດ, ບ່ອນທີ່ຝູງເຜິ້ງກຳລັງຫາດູດເກສອນ. ​ໃນ​ສວນ​ລຳ​ໄຍມີ​ຕູ້​ລ້ຽງ​ເຜິ້ງ​ນັບ​ຮ້ອຍ​ກ່ອງ​ຖືກ​ວາງ​ໄວ້​ເປັນ​ແຖວ, ຝູງ​ເຜິ້ງ​ພວມ​ບິນວ່ອນອອກໄປ​ທົ່ວ​ທຸກ​ແຫ່ງ​ຫົນເພື່ອ​ດູດເກສອນ, ສ້າງ​ລະບົບ​ນິ​ເວດ​ທຳ​ມະ​ຊາດ​ທີ່​ສົດ​ຊື່ນ​ຢູ່​ຂອບເຂດສະຖາບັນ​ກະສິກຳ​ຫວຽດນາມ.

ສູນ​ຄົ້ນ​ຄວ້າ ​ແລະ ລ້ຽງ​ເຜິ້ງ​ເຂດ​ຮ້ອນ, ສະຖາບັນ ກະສິກຳ ຮ່າໂນ້ຍ ​ແມ່ນ​ຕົວ​ແບບ​ທຳ​ອິດ​ຂອງ​ຫວຽດນາມ ​ໄດ້​ຕິດ​ພັນ​ກັບ​ການ​ຄົ້ນຄວ້າ ​ແລະ ຝຶກອົບຮົມການລ້ຽງ​ເຜິ້ງ. ພາບ: ຫວຽດເກື່ອງ/VNP
ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ - ຜູ້ອໍານວຍການສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ພວມກວດກາຄຸນນະພາບຂອງ ເຜິ້ງ. ພາບ: ຫວຽດເກື່ອງ/VNP
ກວດກາຄຸນນະພາບຂອງ ເຜິ້ງ. ພາບ: ຫວຽດເກື່ອງ/VNP
ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ - ຜູ້ອໍານວຍການສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ພວມແນະນຳວິທີການເກັບນຳ້ເຜິ້ງໃຫ້ແກ່ນັກສຶກສາ. ພາບ: ຫວຽດເກື່ອງ/VNP

ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ໄດ້ສ້າງຕັ້ງເມື່ອປີ 2006, ແມ່ນສະຖານ ແຫ່ງທຳອິດຢູ່ ຫວຽດນາມ ທັງຄົ້ນຄວ້າ ທັງຝຶກອົບຮົບກ່ຽວກັບເຜິ້ງ. ປັດຈຸ​ບັນ, ສູນ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ການ​ຜະລິດ ​ແລະ ລ້ຽງ​ເຜິ້ງຕາມ​ມາດຕະຖານ Vietgap​ເພື່ອ​ຊ່ວຍ​ເພີ່ມ​ຜ​ົນຜະລິດ ​ແລະ ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ນ້ຳ​ເຜິ້ງ, ​ເພີ່ມ​ຄວາມ​ສາມາດ​ໃນການແກ່ງ​ແຍ້​ງກັບ​ຜະລິດ​ຕະພັນ​ສົ່ງ​ອອກ. ຮູບແບບການລ້ຽງເຜິ້ງຕາມເຕັກໂນໂລຊີ 4.0 ຊ່ວຍໃຫ້ຂໍ້ມູນກ່ຽວກັບຜະລິດຕະພັນມີຄວາມຈະແຈ້ງ, ສາມາດຕິດຕາມແຫຼ່ງທ່ີມາ ຂອງຜະລິດຕະພັນເຊັ່ນ: ແນວພັນ, ແຫຼ່ງດອກໄມ້, ອາຫານເສີມ ແລະ ປ້ອງກັນພະຍາດທີ່ໃຊ້ເຂົ້າໃນຂະບວນການເບິ່ງແຍງຝູງເຜິ້ງ.

ນອກຈາກນັ້ນ, ສູນຍັງເປັນຫົວໜ່ວຍທຳອິດຂອງຫວຽດນາມ ທີ່ປະສົບຜົນສຳເລັດ ໃນການປະສົມພັນທຽມໃຫ້ນາງ ພະຍາເຜິ້ງ (ແມ່ ເປັ້ງ), ສະໜອງ ນາງພະຍາເຜິ້ງ ນັບຮ້ອຍໂຕ ແລະ ເຜິ້ງນັບພັນໂຕໃຫ້ແກ່ຜູ້ລ້ຽງເຜິ້ງຫວຽດນາມ. ຜົນສຳ​ເລັດ​ດັ່ງກ່າວ​ນີ້​ໄດ້​ສ້າງ​ຊື່ສຽງ​ຂອງ​ຂະ​ແໜງ​ການ​ລ້ຽງ​ເຜິ້ງ​ຫວຽດນາມ​ອອກໄປ​ສູ່​ໂລກ. ສູນ​ດັ່ງກ່າວ​ໄດ້​ຕ້ອນຮັບ​ນັກ​ຝຶກ​ງານ, ນັກ​ສຶກສາ, ຜູ້​ລ້ຽງ​ເຜິ້ງ​ຈາກ​ບັນດາ​ປະ​ເທດ​ຄື: ສ ອາ​ເມ​ລິ​ກາ, ສ.​ເກົາຫຼີ, ຍີ່​ປຸ່ນ, ​ເບ​ລາຣຸດ... ມາ​ຢ້ຽມຢາມ ​ແລະ ຮຽນ​ຮູ້.

ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ເປັນບ່ອນນໍາໜ້າກັບທ່າອ່ຽງການລ້ຽງເຜິ້ງສາກົນ, ລົງທຶນທາງດ້ານເຕັກໂນໂລຊີ ແລະ ນຳໃຊ້ເຕັກນິກທີ່ກ້າວໜ້າ, ຕັ້ງແຕ່ນັ້ນມາຊ່ວຍໃຫ້ຜູ້ລ້ຽງເຜິ້ງປ່ຽນການລ້ຽງເຜິ້ງຈາກການລ້ຽງເຜິ້ງແບບກ່ອງດຽວມາເປັນກ່ອງຄູ ເພື່ອຍົກສູງຄຸນນະພາບຂອງນໍ້າເຜິ້ງ. ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ, ຜູ້ອໍານວຍການສູນແຫ່ງນີ້ ໄດ້ກ່າວວ່າ: ການລ້ຽງເຜິ້ງຕາມແບບກ່ອງຄູ່ ສາມາດສວຍໃຊ້ພື້ນທີ່ເປີດຂອງທໍາມະຊາດ, ເຜິ້ງລ້ຽງສະອາດ, ແຫຼ່ງນໍ້າເຜິ້ງບໍລິສຸດ, ດັ່ງນັ້ນ ຄຸນນະພາບຂອງຜະລິດຕະພັນຈຶ່ງສູງກວ່າແຫຼ່ງນໍ້າເຜິ້ງທີ່ເກັບກ່ຽວໄດ້ຈາກກ່ອງດຽວເຖິງ 5 ເທົ່າ.

ທ່ານ ຮຈ. ດຣ ຟ້າມຮົ່ງຖາຍ - ຜູ້ອໍານວຍການສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ ແລະ ເຈົ້າໜ້າທ່ີ ກໍາລັງດໍາເນີນ ຂັ້ນຕອນການປະສົມພັນໃຫ້ ນາງພະຍາເຜິ້ງ (ແມ່ເປັ້ງ). ພາບ: ຫວຽດເກື່ອງ/VNP
ຂັ້ນຕອນການປະສົມພັນໃຫ້ ນາງພະຍາເຜິ້ງ (ແມ່ເປັ້ງ). ພາບ: ຫວຽດເກື່ອງ/VNP
ນຳໃຊ້ blockchain ຊ່ວຍໃຫ້ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງ ເຂດຮ້ອນສາມາດຕິດຕາມແຫຼ່ງທ່ີມາ ຂອງຜະລິດຕະພັນເຊັ່ນ: ແນວພັນ, ແຫຼ່ງດອກໄມ້, ອາຫານເສີມ ແລະ ປ້ອງກັນພະຍາດ ທີ່ໃຊ້ເຂົ້າໃນຂະບວນການເບິ່ງແຍງ ຝຸງເຜິ້ງ. ພາບ: ຫວຽດເກື່ອງ/VNP
ຜະລິດຕະພັນນໍ້າເຜິ້ງທີ່ມີຄຸນນະພາບຢູ່ສູນຄົ້ນຄວ້າ ແລະ ລ້ຽງເຜິ້ງເຂດຮ້ອນ. ພາບ: ຫວຽດເກື່ອງ/VNP

ມາ​ຮອດ​ປັດຈຸ​ບັນ, ສູນ​ດັ່ງກ່າວຜະລິດເຜິ້ງສາຍພັນພາຍໃນປະເທດ​ໄດ້100 ​ຝູງ ​ແລະ ເຜິ້ງ​ສາຍ​ພັນ​ຕ່າງປະ​ເທດໄດ້ 200 ຝູງ, ສູນ​ເປັນ​ເຈົ້າ​ຂອງ​ການປະສົມພັນທຽມໃຫ້ຝູງແມ່ເຜິ້ງ, ສະນັ້ນ ຕັ້ງ​ແຕ່​ຂັ້ນຕອນການ​​ຄັດ​ເລືອກນາງພະຍາເຜິ້ງ ກໍ່ໄດ້ປະຕິບັດເປັນຢ່າງດີ, ຈາກ​ນັ້ນ​ຈຶ່ງມີ​ເຜິິ້ງຄຸນະພາບດີ. ໃນແຕ່ລະປີ, ສູນໄດ້ຈັດການຝຶກຝົນ ແລະ ເຝິກອົບຮົມໃຫ້ແກ່ຜູ້ລ້ຽງເຜິ້ງກວ່າ 3.000 ຄົນ ເພື່ອເຂົ້າເຖິງເຕັກນິກການລ້ຽງເຜິ້ງທີ່ທັນສະໄໝຂອງໂລກ.

ໃນ​ໄລຍະ 2 ປີ 2020-2022, ສູນ​ຄົ້ນ​ຄວ້າ ​ແລະ ​ລ້ຽງ​ເຜິ້ງ​ເຂດ​ຮ້ອນ ​ໄດ້​ຊ່ວຍເຫຼືອແຂວງ ​ເຊີນ​ລາ ​ແລະ ​ແຂວງ ເງະອານ ສ້າງ 7 ຕົວ​ແບບ​ລ້ຽງ​ເຜິ້ງ​ຕ່າງປະເທດ ​ເພື່ອ​ຂຸດ​ຄົ້ນ​ນ້ຳ​ເຜິ້ງ​ໃສ່​ກ່ອງຕາມ​ມາດຕະຖານ VietGap ດ້ວຍ​ການ​ລ້ຽງ​ເຜິ້ງ 715 ​ຮັງ ມີຍອດມູນຄ່າເຖິງ 3,5 ຕື້ດົ່ງ.

ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ


top