• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານສະເໜີກົນໄກ, ນະໂຍບາຍພິເສດສະເພາະໃນການລົງທຶນກໍ່ສ້າງໂຄງການໄຟຟ້ານິວເຄຼຍ ນິງທ້ວນ

ບັນດາກົນໄກນະໂຍບາຍພິເສດສະເພາະທີ່ໄດ້ສະເໜີກ່ຽວຂ້ອງເຖິງບັນດາບັນຫາ, ຄື: ການອະນຸຍາດຜັນຂະຫຍາຍພ້ອມດຽວກັນບັນດາວຽກງານກ່ຽວກັບການເຈລະຈາສັນຍາ, ຂໍ້ຕົກລົງກັບບັນດາຄູ່ຮ່ວມມືໄປພ້ອມກັບວິວັດການສ້າງສຳເນົາເອກະສານ
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ (ພາບ: quochoi.vn)

ຕອນເຊົ້າວັນທີ 14 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ໃນຂອບເຂດກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ສະເໜີໃບສະເໜີກ່ຽວກັບບັນດາກົນໄກ, ນະໂຍບາຍພິເສດສະເພາະການລົງທຶນກໍ່ສ້າງໂຄງການໄຟຟ້ານິວເຄຼຍ ນິງທ້ວນ.

ບັນດາກົນໄກນະໂຍບາຍພິເສດສະເພາະທີ່ໄດ້ສະເໜີກ່ຽວຂ້ອງເຖິງບັນດາບັນຫາ, ຄື: ການອະນຸຍາດຜັນຂະຫຍາຍພ້ອມດຽວກັນບັນດາວຽກງານກ່ຽວກັບການເຈລະຈາສັນຍາ, ຂໍ້ຕົກລົງກັບບັນດາຄູ່ຮ່ວມມືໄປພ້ອມກັບວິວັດການສ້າງສຳເນົາເອກະສານ ແລະ ອະນຸມັດຜ່ານການດັດປັບແຜນນະໂຍບາຍລົງທຶນ, ອະນຸມັດຜ່ານໂຄງການລົງທຶນ; ກົນໄກ, ນະໂຍບາຍໃຫ້ແຂວງ ນິງທ້ວນ… ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ເນັ້ນໜັກວ່າ:

“ນີ້ແມ່ນໂຄງການສຳຄັນພິເສດ, ມີເຕັກໂນໂລຊີສັບສົນ, ບໍ່ມີຫຼາຍປະເທດເປັນກຳມະສິດ, ມີຄວາມຕ້ອງການທຶນທີ່ໃຫຍ່ຫຼວງ ແລະ ເປັນຄັ້ງທຳອິດທີ່ໄດ້ຮັບການລົງທຶນກໍ່ສ້າງຢູ່ ຫວຽດນາມ. ສະນັ້ນ, ຕ້ອງມີບັນດາກົນໄກ, ນະໂຍບາຍພິເສດສະເພາະ ເພື່ອຍູ້ໄວຄວາມຄືບໜ້າ, ເຮັດໃຫ້ເວລາປະຕິບັດສັ້ນລົງ”.

ບັນດາສະມາຊິກສະພາແຫ່ງຊາດ ຈະປຶກສາຫາລືຢູ່ໜ່ວຍກ່ຽວກັບບັນດາກົນໄກ, ນະໂຍບາຍພິເສດສະເພາະຂອງໂຄງການໄຟຟ້ານິວເຄຼຍ ນິງທ້ວນ ໃນວັນທີ 15 ກຸມພາ ແລະ ຢູ່ຫໍປະຊຸມໃນຕົ້ນອາທິດໜ້າ.

(ແຫຼ່ງຄັດຈາກ VOV)

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງກົນໄກ, ນະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຕິດຄັດໃນການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ

Top