• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເຫັນດີຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ

2 ຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍຢ່າງມິປະສິດທິຜົນຂໍ້ຕົກລົງຮ່ວມມືໄລຍະ 2021 – 2025 ແລະ ສົມທົບກັນກວດກາຄືນ, ສ້າງຂໍ້ຕົກລົງຮ່ວມມືໃນໄລຍະຕໍ່ໄປ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ (ພາບ: VGP)

ຕອນເຊົ້າວັນທີ 14 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການພົບປະເຈລະຈາກັບທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍຢ່າງມິປະສິດທິຜົນຂໍ້ຕົກລົງຮ່ວມມືໄລຍະ 2021 – 2025 ແລະ ສົມທົບກັນກວດກາຄືນ, ສ້າງຂໍ້ຕົກລົງຮ່ວມມືໃນໄລຍະຕໍ່ໄປ; ຮັກສາກົນໄກທາບທາມຄວາມເຫັນດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ແລະ ທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດປະຈຳປີ; ຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ໂດຍສະເພາະແມ່ນສຳລັບລຸນນັກການທູດໜຸ່ມ 2 ປະເທດ; ສືບຕໍ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ດຳລົງຊີວິດເປັນປົກກະຕິ….

ເພື່ອບັນລຸເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 5 ຕື້ USD ໂດຍໄວ, 2 ຝ່າຍເຫັນດີຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງກົນໄກ, ນະໂຍບາຍໃຫ້ບຸລິມະສິດ ແລະ ສົ່ງເສີມການຄ້າ 2 ຝ່າຍ, ຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ. 2 ຝ່າຍກໍ່ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ…

(ແຫຼ່ງຄັດຈາກ VOV)

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງກົນໄກ, ນະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຕິດຄັດໃນການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ

Top