ນອກຈາກ ກຳປັ່ນ AIDAstella ແລ້ວ, ໃນເດືອນ ກຸມພາ ນີ້, ຝູກວັກ ຈະຕ້ອນຮັບກຳປັ່ນທ່ອງທ່ຽວຕື່ມອີກ 2 ລຳ ດ້ວຍແຂກທ່ອງທ່ຽວກວ່າ 5.500 ຄົນ.
ຕອນເຊົ້າວັນທີ 14 ກຸມພາ, ກຳປັ່ນ AIDAstella (ອີຕາລີ) ທີ່ມີແຂກທ່ອງທ່ຽວກວ່າ 2.100 ຄົນໄດ້ເຂົ້າທຽບທ່າ ຝູກວັກ, ແຂວງ ກຽນຢາງ. ນີ້ແມ່ນກຳປັ່ນລຳທຳອິດ ນຳແຂກທ່ອງທ່ຽວມາ ຝູກວັກ ໃນປີ 2025 ດ້ວຍທາງທະເລ. ຕາມແຜນການ, ແຂກທ່ອງທ່ຽວຈະຢ້ຽມຢາມ, ຊື້ເຄື່ອງຢູ່ເກາະ ຝູກວັກ ເປັນເວລາ 1 ວັນ.
ນອກຈາກ ກຳປັ່ນ AIDAstella ແລ້ວ, ໃນເດືອນ ກຸມພາ ນີ້, ຝູກວັກ ຈະຕ້ອນຮັບກຳປັ່ນທ່ອງທ່ຽວຕື່ມອີກ 2 ລຳ ດ້ວຍແຂກທ່ອງທ່ຽວກວ່າ 5.500 ຄົນ.
ຝູກວັກ ແມ່ນນະຄອນເກາະ, ແຂກທ່ອງທ່ຽວສາມາດມາໄດ້ຜ່ານທາງທະເລ ແລະ ການບິນ. ຝູກວັກມີທ່າອາກາດສະຍານສາກົນ ແລະ ປະຈຸບັນມີທ່າກຳປັ່ນສາກົນຕື່ມອີກ, ຝູກວັກ ມີເງື່ອນໄຂຢ່າງພຽງພໍເພື່ອເຊື່ອມຕໍ່ໂລກນັບທັງທາງທະເລ ແລະ ການບິນ. ໃນໄລຍະຍາວ, ບັນດາເຮືອທ່ອງທ່ຽວສາກົນຈະເຂົ້າມາແຫ່ງນີ້ ແລະ ຈັດເຫດການໃຫຍ່ກ່ຽວກັບເຮືອທ່ອງທ່ຽວຂອງໂລກ, ເຊິ່ງຈະເປີດການພັດທະນາການທ່ອງທ່ຽວຜ່ານທາງທະເລ.
(ແຫຼ່ງຄັດຈາກ VOV)