ທ່ານສະເໜີໃຫ້ SK ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ຜັນຂະຫຍາຍບັນດາໂຄງການໃຫ້ໄວທີ່ສຸດ, ແທດຈິງ ແລະ ມີປະສິດທິຜົນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Chey Tae-won, ປະທານກຸ່ມບໍລິສັດ SK, ທັງເປັນປະທານຫ້ອງການອຸດສາຫະກຳ ແລະ ການຄ້າ (KCCI), ສ.ເກົາຫຼີ)
ຕອນບ່າຍວັນທີ 14 ກຸມພາ, ຢູ່ສຳນັກງານຫ້ອງວ່າການສູນກາງພັກ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນມາມ ໂຕເລິມ ໄດ້ຕ້ອນຮັບທ່ານ Chey Tae-won, ປະທານກຸ່ມບໍລິສັດ SK, ທັງເປັນປະທານຫ້ອງການອຸດສາຫະກຳ ແລະ ການຄ້າ (KCCI), ສ.ເກົາຫຼີ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ແລະ ສ.ເກົາຫຼີ ພວມມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນການຄ້າ 150 ຕື້ USD ໃນປີ 2030; ທ່ານສະເໜີໃຫ້ SK ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ຜັນຂະຫຍາຍບັນດາໂຄງການໃຫ້ໄວທີ່ສຸດ, ແທດຈິງ ແລະ ມີປະສິດທິຜົນ.
ສ່ວນທ່ານປະທານ Chey Tae-won ປາດຖະໜາຢາກຮ່ວມມືກັບຝ່າຍ ຫວຽດນາມ ຜັນຂະຫຍາຍບັນດາມາດຕະການດ້ານພະລັງງານ, ສົມທົບກັບການພັດທະນາບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງ, ຄື: ການລົງທຶນກໍ່ສ້າງພື້ນຖານໂຄງລ່າງໄຟຟ້າອາຍແກັດ LNG ຢູ່ ຫວຽດນາມ, ສົມທົບກັບການພັດທະນາບັນດາໂຄງການຮ່ວມມືມີຄວາມສາມາດບົ່ມຊ້ອນ ກ່ຽວຂ້ອງເຖິງສູນຂໍ້ມູນ AI, ກະສິກຳເຕັກໂນໂລຊີສູງ ແລະ logistics.
(ແຫຼ່ງຄັດຈາກ VOV)