• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວຈະເປີດປະຕູຕະຫຼາດ, ເພີ່ມທະວີການນຳເຂົ້າຈາກ ອາເມລິກາ

2 ປະເທດຕ້ອງເພີ່ມທະວີການຮ່ວມມືຫຼາຍກວ່າໃນຂົງເຂດກະສິກຳ ເພື່ອໃຫ້ແຕ່ລະຝ່າຍຫັນຜະລິດຕະພັນ, ສະບົບສະໜອງເປັນຫຼາຍຮູບຫຼາຍແບບ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ແລະ ທ່ານ Marc E. Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: moit.gov.vn)

ຕອນເຊົ້າວັນທີ 14 ກຸມພາ, ກົມຕະຫຼາດເອີລົບ - ທະວີບອາເມລິກາ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ຫາກໍ່ເຮັດວຽກກັບທ່ານ Marc E. Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ. ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ, 2 ປະເທດຕ້ອງເພີ່ມທະວີການຮ່ວມມືຫຼາຍກວ່າໃນຂົງເຂດກະສິກຳ ເພື່ອໃຫ້ແຕ່ລະຝ່າຍຫັນຜະລິດຕະພັນ, ສະບົບສະໜອງເປັນຫຼາຍຮູບຫຼາຍແບບ. ຫວຽດນາມ ພ້ອມແລ້ວທີ່ຈະເປີດປະຕູຕະຫຼາດ, ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນກະເສດຂອງ ອາເມລິກາ, ພ້ອມກັນນັ້ນ, ກໍ່ປາດຖະໜາວ່າ ອາເມລິກາ ຈະເປີດປະຕູຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ຫຼາຍກວ່າອີກ.

ສ່ວນທ່ານເອກອັກຄະລັດຖະທູດ Marc E. Knapper ໃຫ້ຮູ້ວ່າ, ທັງພາກລັດ ແລະ ເອກະຊົນຂອງ ອາເມລິກາ ລ້ວນແຕ່ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ ແລະ ສອດຄ່ອງກັບທ່າອ່ຽງພັດທະນາ, ຄື: ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານດິນຟ້າອາກາດ ແລະ ການຄ້ຳປະກັນດ້ານສະບຽງອາຫານ, ເຕັກໂນໂລຊີສູງ… ອາເມລິກາ ປາດຖະໜາຢາກໄດ້ເຂົ້າຮ່ວມບັນດາໂຄງການໃຫຍ່, ສຳຄັນຂອງ ຫວຽດນາມ ຢ່າງເລິກເຊິ່ງກວ່າ.

(ແຫຼ່ງຄັດຈາກ VOV)

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງກົນໄກ, ນະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຕິດຄັດໃນການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ

Top