ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງກົນໄກ, ນະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຕິດຄັດໃນການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ
ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ (ພາບ: quochoi.vn)
ຕອນເຊົ້າວັນທີ 15 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫຼວງ ຮ່າໂນ້ຍ, ໃນລາຍການເຮັດວຽກຂອງກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ພາຍຫຼັງຮັບຟັງໃບສະເໜີ ແລະ ບົດລາຍງານກວດກາ ໃບສະເໜີຂອງລັດຖະບານ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງກົນໄກ, ນະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຕິດຄັດໃນການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນປະເທດຊາດເປັນດີຈີຕອນ. ບັນດາຜູ້ແທນໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງນະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຕິດຄັດໃນການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ. ທ່ານເລຂາທິການໃຫຍ່ ໂຕເລິມ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຢືນຢັນວ່າ:
“ເປົ້າໝາຍຂອງ ຫວຽດນາມ ແມ່ນຕ້ອງສົ່ງເສີມ, ບໍ່ພຽງແຕ່ແມ່ນແກ້ໄຂ. ພວກເຮົາຕ້ອງລົງທຶນ ແລະ ຕ້ອງມີເວລາ. ຖ້າປະຕິບັດຖືກຕ້ອງຂົງເຂດວິທະຍາສາດຈະແມ່ນໄຊຊະນະທີ່ຍິ່ງໃຫຍ່. ໃນຕໍ່ໜ້າ, ກົດໝາຍວ່າດ້ວຍວິທະຍາສາດ - ເຕັກໂນໂລຊີ ໄດ້ສຸມໃສ່ບັນດາບັນຫາດັ່ງກ່າວ; ພ້ອມກັນນັ້ນ, ທັງລະບົບການເມືອງຕ້ອງສືບຕໍ່ປັບປຸງໃຫ້ກ້າວໜ້າ, ຄົບຊຸດ ແລະ ຕິດແທດກັບສະພາບຕົວຈິງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ”.
ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ເກີນເທີ ແລ້ວ, ນອກຈາກກົນໄກສະເພາະ, ໃນມະຕິ ແລະ ພຶດຕິກຳຕົວຈິງຕ້ອງຄົ້ນຄວ້າບັນດາກົນໄກພິເສດໃຫ້ແກ່ການພັດທະນາພື້ນຖານໂຄງລ່າງວິທະຍາສາດ - ເຕັກໂນໂລຊີ. ກ່ຽວກັບກົນໄກພິເສດເພື່ອດຶງດູດແຫຼ່ງຊັບພະຍາກອນມະນຸດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ:
“ຕ້ອງດຶງດູດການພັດທະນາວິສາຫະກິດພາກເອກະຊົນກ່ຽວກັບວິທະຍາສາດ, ດຶງດູດແຫຼ່ງກຳລັງຈາກພາຍນອກເພື່ອໃຫ້ເຂົາເຈົ້າມາ ຫວຽດນາມ, ປະກອບສ່ວນຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ດ້ວຍນະໂຍບາຍພາສີ, ຄ່າ, ທີ່ດິນ, ສັນຍາແຮງງານ. ຕ້ອງມີບັນດານະໂຍບາຍສະເພາະ, ພິເສດ”.
(ແຫຼ່ງຄັດຈາກ VOV)