• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ປູກໝາກກ້ວຍເພື່ອສົ່ງອອກຢູ່ແຂວງ ຢາລາຍ

ໃນ​ຍຸດ​ທະ​ສາດ​ປັບໂຄງ​ສ້າງ ຂະແໜງກະສິກຳ ​ມຸ່ງ​ໄປ​ເຖິງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີສູງ, ຊອກ​ຫາບັນດາພືດໃໝ່​​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ​ເພື່ອ​ຜັນຂະຫຍາຍກຸ່ມ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ຫຼັກ ໃຫ້ມີຫຼາຍຮູບແບບ, ແຂວງ ຢາລາຍ​ ໄດ້​ທໍາການຄົ້ນ​ຄວ້າ​ ​ແລະ ​ໄດ້​ນຳ​ເອົາ​ແນວພັນ​ ກ້ວຍງ້າວ ​ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ອາ​ເມ​ລິ​ກາ​ໃຕ້ ເຂົ້າມາປູກ ​ແລະ ບັນລຸ​ໄດ້​ຜົນສຳ​ເລັດ​ໂດຍ​ໄວກັບຕະຫຼາດສົ່ງອອກທີ່ມີທ່າແຮງຫຼາຍແຫ່ງ.
ແຂວງ ຢາລາຍ ໄດ້ທໍາການຄົ້ນຄວ້າ ແລະ ໄດ້ນຳເອົາແນວພັນ ກ້ວຍງ້າວ ທີ່ມີຕົ້ນກຳເນີດມາຈາກ ອາເມລິກາໃຕ້ ເຂົ້າມາປູກ ແລະ ບັນລຸໄດ້ຜົນສຳເລັດໂດຍໄວກັບຕະຫຼາດສົ່ງອອກທີ່ມີ ທ່າແຮງຫຼາຍແຫ່ງ. ພາບ: ແທງຮ່ວາ/VNP 

ໃນ​ຍຸດ​ທະ​ສາດ​ປັບໂຄງ​ສ້າງ ຂະແໜງກະສິກຳ ​ມຸ່ງ​ໄປ​ເຖິງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີສູງ, ຊອກ​ຫາບັນດາພືດໃໝ່​​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ​ເພື່ອ​ຜັນຂະຫຍາຍກຸ່ມ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ຫຼັກ ໃຫ້ມີຫຼາຍຮູບແບບ, ແຂວງ ຢາລາຍ​ ໄດ້​ທໍາການຄົ້ນ​ຄວ້າ​ ​ແລະ ​ໄດ້​ນຳ​ເອົາ​ແນວພັນ​ ກ້ວຍງ້າວ ​ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ອາ​ເມ​ລິ​ກາ​ໃຕ້ ເຂົ້າມາປູກ ​ແລະ ບັນລຸ​ໄດ້​ຜົນສຳ​ເລັດ​ໂດຍ​ໄວກັບຕະຫຼາດສົ່ງອອກທີ່ມີທ່າແຮງຫຼາຍແຫ່ງ.

ເຂດ​ວັດ​ຖຸ​ດິບ​ໝາກ​ກ້ວຍ​ເພື່ອ​ສົ່ງ​ອອກ​ຂອງ​ບໍ​ລິ​ສັດ ​ຮືງ​ເຊີນ​ ແຂວງ​ ຢາ​ລາຍ. ພາບ: ແທງຮ່ວາ/VNP

ຕາມ​ຂໍ້​ມູນ​ຂອງ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ຢາລາຍ ​ໃຫ້ຮູ້ວ່າ ປັດຈຸ​ບັນ, ທົ່ວ​ແຂວງ​ມີ​ເນື້ອ​ທີ່​ກະສິກຳ​ກວ່າ 845.000 ​ເຮັກຕາ ​ເໝາະ​​ກັບ​​ຕົ້ນໄມ້​ໃຫ້ໝາກຫຼາຍ​ປະ​ເພດ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ​ ທີ່ຂຶ້ນກັບກຸ່ມ​ຜະລິດ​ຕະພັນ​ກະ​ເສດ​ຕົ້ນຕໍ​ຂອງ ​ຫວຽດນາມ. ນີ້​ແມ່ນ​ຈຸດ​ສຸມ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ​ໃນ​ຂະ​ແໜງ​ກະສິກຳ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ແນວພັນ ກ້ວຍງ້າວ ທີ່ມີຕົ້ນກຳເນີດມາຈາກ ອາເມລິກາໃຕ້ ທີ່ປູກຢູ່ ຢາລາຍ ໄດ້ມາດຕະຖານສົ່ງອອກ. ພາບ: ແທງຮ່ວາ/VNP

ປັດຈຸ​ບັນ, ທົ່ວ​ແຂວງ ຢາລາຍ​ ໄດ້​ດຶງ​ດູດ 50 ​ໂຄງການ​ປູກຝັງ ໃນ​ເນື້ອ​ທີ່​ກວ່າ 8.500 ​ເຮັກຕາ, ຍອດ​ຈຳນວນ​ເງິນ ລົງທຶນ​ກວ່າ 10.000 ຕື້​ດົ່ງ; ໃນນັ້ນ, 29 ໂຄງການ ໄດ້ຮັບຂໍ້ຕົກລົງອະນຸມັດ ຜ່ານນະໂຍບາຍການລົງທຶນ, 5 ໂຄງການ ຍັງລໍຖ້າການອະນຸມັດ ຜ່ານນະໂຍບາຍການລົງທຶນ, 4 ໂຄງການແມ່ນຢູ່ໃນບັນຊີ ລາຍຊື່ຮຽກຮ້ອງການລົງທຶນ ແລະ ພວມໄດ້ຮັບຄວາມສົນໃຈ ຈາກຜູ້ລົງທຶນ, 12 ໂຄງການແມ່ນຢູ່ໃນ ບັນຊີລາຍຊື່ຮຽກຮ້ອງ ການລົງທຶນ.

ປັດຈຸ​ບັນ, ມີ​ໂຄງການຈຳນວນໜຶ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ເຊັ່ນ: ບໍລິສັດ​ຫຸ້ນ​ສ່ວນ​ກະສິກຳ​ສາກົນ ຮວ່າງ​ແອັງ​ ຢາ​ລາຍ, ​ໂຄງການ​ປູກ​ພືດສະໝູນໄພ​ສົມທົບ​ກັບ​ການ​ປູກ​ຕົ້ນ​ໄມ້​ ກິນໝາກ ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ ຢູ່​ເມືອງ ດັກ​ດວາ, ​ສູນແນວ​ພັນ​ພືດ​ຄຸນ​ນະພາ​ບສູງ ຢູ່​ເມືອງ ຈືປື, ໂຮງງານ​ປຸງ​ແຕ່ງ​ໝາກ​ໄມ້ Quicornac ຢູ່​ນະຄອນ ໄປຼກູ, ບໍລິສັດ​ຫຸ້ນ​ສ່ວນ​ ​ສະບຽງອາຫານ ສົ່ງອອກ ດົ່ງຢາວ (Doveco ຢາລາຍ) ຢູ່​ເມືອງ ມາງຢາງ...

 

ການນຳໃຊ້ ໂດຣນ ອະນຸຍາດໃຫ້ການຄຸ້ມຄອງ ແລະ ດູແລ ໃນເຂດປູກກ້ວຍກວ້າງຂວາງແຫ່ງໜຶ່ງ ຢ່າງມີ ປະສິດທິພາບ. ພາບ: ແທງຮ່ວາ/VNP  

ການເອົາຕົ້ນກ້ວຍເຂົ້າໃນບັນຊີລາຍຊື່ແນວພັນພືດສົ່ງອອກຫຼັກ ຖືເປັນບາດກ້າວສໍາຄັນ ຂອງ ຢາລາຍ ແລະ ໄດ້ຮັບຄວາມສົນໃຈ ຈາກຫຼາຍວິສາຫະກິດ, ລວມທັງບໍລິສັດຫຸ້ນສ່ວນກະສິກໍາ ເຕັກໂນໂລຊີສູງ ຮຶງເຊີນ.

ທ່ານ ຫງວຽນ​ກວາງ​ແອັງ, ປະທານ​ສະພາບໍລິຫານ​ ບໍລິສັດ ຮຶງເຊີນ ​ໃຫ້​ຮູ້​ວ່າ: ຕົ້ນ​ກ້ວຍ​ເປັນ​ພືດ​ທີ່​ເໝາະ​ສົມ​ກັບ​ດິນ​ຟ້າ​ອາກາດ ​ແລະ ​ເງື່ອນໄຂທີ່ດິນ​​ຂອງ ຢາລາຍ. ກ່ອນ​ນີ້ 10 ປີ, ບໍລິສັດ ຮຶງ​ເຊີນ​ ໄດ້​ລົງທຶນ​ເຂົ້າໃນຂົງເຂດດັ່ງກ່າວຢູ່​ ກໍາປູ​ເຈຍ. ແຕ່ການ​ຂົນ​ສົ່ງ​ໝາກກ້ວຍໄປ​ຍັງ​ທ່າ​ກຳ​ປັ່ນ ເພື່ອ​ສົ່ງ​ອອກ​ແມ່ນ​ຢູ່​ໄກ​ເກີນ​ໄປ, ຕ້ອງ​ເສຍ​ຄ່າໃຊ້ຈ່າຍ​ຫຼາຍ. ເພາະສະນັ້ນ, ບໍລິສັດ ຈຶ່ງໄດ້ສຳຫຼວດ ແລະ ເຫັນວ່າ ຢາລາຍ ເປັນເຂດທີ່ ເໝາະສົມຫຼາຍ ໃນການປູກໝາກໄມ້ ຊະນິດນີ້.

 

ການເກັບກ່ຽວໝາກກ້ວຍ ຢູ່ບໍລິສັດ ຮືງເຊີນ. ພາບ: ແທງຮ່ວາ/VNP

 

ທ່ານ ກວາງແອັງ ໃຫ້ຮູ້ວ່າ: ພວກ​ຂ້າພະເຈົ້າມີ​ແຜນການ​ຮ່ວມ​ມື​ກັບ​ຊາວ​ກະສິກອນ ​ເພື່ອ​ຂະຫຍາຍ​ເນື້ອ​ທີ່​ປູກ, ຄົບ​ເງື່ອນ​ໄຂ​ໄດ້​ຮັບ​ QR Code ​ສຳລັບເຂດ​ປູກຝັງ ​ແລະ ​​ພື້ນຖານຫຸ້ມ​ຫໍ່​ ເພື່ອ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ. ໃນ​ຂະ​ນະ​ທີ່​ດິນ ສ່ວນຫຼາຍແມ່ນ​ຂອງ​ຊາວ​ກະ​ສິ​ກອນ​, ດັ່ງນັ້ນ ການຮ່ວມມືກັບຊາວກະສິກອນ ແມ່ນ ວິທີການເຮັດໃຫ້ ຕ່າງຝ່າຍຕ່າງມີຜົນປະໂຫຍດ”.

ເປັນ​ທີ່​ຮູ້​ກັນ​ວ່າ, ບໍລິສັດ ​ຮຶງເຊີນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ປີ 2020 ຢູ່​ເມືອງ ດັກ​ດວາ, ​ແຂວງ ຢາລາຍ, ​ແມ່ນ​ວິ​ສາ​ຫະກິດ​ລົງທຶນ​ປູກກ້ວຍ​ ມຸ່ງ​ໄປ​ເຖິງ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ບັນລຸ​ມາດຖານ GlobalGAP, ຕອບສະໜອງ​ໄດ້​ມາດຕະຖານ​ ການສົ່ງ​ອອກ​ຢ່າງ​ຄົບ​ຖ້ວນ. ປັດຈຸ​ບັນ, ວິ​ສາ​ຫະກິດໄດ້​ພັດທະນາ​ເນື້ອ​ທີ່​ປູກ​ກ້ວຍ ເພື່ອສົ່ງອອກ 400 ​ເຮັກຕາ​ ​ສົມທົບ​ກັບ​ການ​ປູກ​ພືດ​ສະໝູນໄພ.

 

ການປຸງແຕ່ງເບື້ອງຕົ້ນ ແລະ ທໍາຄວາມສະອາດ ໝາກກ້ວຍໃນໂຮງງານ. ພາບ: ແທງຮ່ວາ/VNP

ເມື່ອ​ເຫັນກັບຕາ​ເຂດ​ປູກ​ກ້ວຍ​ສົ່ງ​ອອກ​ຂອງ​ບໍລິສັດ ຮຶງ​ເຊີນ ຢູ່​ເມືອງ ດັກ​ດວາ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກຕົກຕະລຶງ​ຕໍ່​ທົ່ງ​ນາ ປູກກ້ວຍ​ຫຼາຍແຫ່ງທີ່​ກວ້າງ​ໃຫຍ່​ໄພສານ​ ​ເທິງ​ຜືນ​ແຜ່ນດິນ​ທີ່​ອຸດົມສົມບູນ ​ແລະ ຮາບ​ພຽງ. 

ທ່ານ ເລ​ຮ່ວາງ​ລິງ, ຜູ້ອຳນວຍການ​ເຂດ​ວັດ​ຖຸ​ດິບ​ຂອງ​ບໍລິສັດ ຮຶງເຊີນ ​ໃຫ້​ຮູ້​ວ່າ: ສຳລັບ​ເນື້ອ​ທີ່​ປູກ​ກ້ວຍ​ແຫ່ງ​ນີ້, ແຕ່ລະປີ, ບໍລິສັດ​ສາມາດ​ເກັບ​ກູ້ໝາກ​ກ້ວຍ​ໄດ້​ປະມານ 12.000 ​ໂຕນ​, ດ້ວຍ​ລາຍ​ຮັບ​ປະມານ 350-400 ຕື້​ດົ່ງ ​ແລະ ​ແກ້​ໄຂ​ບັນຫາວຽກ​ເຮັດ​ງານ​ທໍາ​ໃຫ້​ຄົນ​ງານ​ທ້ອງ​ຖິ່ນ 800 ກວ່າ​ຄົນ, ສ່ວນ​ຫຼາຍ ແມ່ນຊາວ​​ເຜົ່າ​ສ່ວນ​ໜ້ອຍທີ່ພວມອາໄສ​ໃນ​ທ້ອງຖິ່ນ.

ເພື່ອ​ຄຸ້ມ​ຄອງ ​ແລະ ພັດທະນາ​ເຂດ​ວັດຖຸ​ດິບກ້ວຍ​ຂະໜາດໃຫຍ່​​ແຫ່ງນີ້, ​ຕັ້ງແຕ່​ຕົ້ນ​ບໍລິສັດ​ ຮຶງ​ເຊີນ ​ໄດ້​ນຳ​ໃຊ້​ຫຼາຍ​ວິທີ​ແກ້​ໄຂດ້ານ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ​ເຊັ່ນ: ລົງທຶນ​ກໍ່ສ້າງ​ລະບົບ​ຫົດນໍ້າ ກ້າວໜ້າທີ່​ນຳ​ເຂົ້າ​ຈາກ​ ປະເທດ ອິດສະຣາ​ແອນ, ນຳ​ໃຊ້ ​ໂດ​ຣນ ​ເພື່ອ​ສີດ​ຢາ​ປາບສັດຕູພືດ ແລະ ສັງເກດ, ຕິດຕາມ​ ​ສະພາບ​ສັດຕູ​ພືດ ທໍາລາຍ ຕົ້ນກ້ວຍ, ​ໄດ້​ຕິດ​ຕັ້ງ​ ລະບົບກະເຊົ້າໄມ້ ທົ່ວພື້ນ ທີ່ປູກເພື່ອຮັບໃຊ້ການເກັບກ່ຽວ ແລະ ການຂົນສົ່ງກ້ວຍຈາກ ຟາມ ໄປສູ່ ໂຮງງານປຸງແຕ່ງ...

 

ລະບົບຕ່ອງໂສ້ປິດຈາກການກວດກາເຖິງການຕິດສະແຕມ ແລະ ການຫຸ້ມຫໍ່ຜະລິດຕະພັນ. ພາບ: ແທງຮ່ວາ/VNP

ຍ້ອນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າໃນ​ການ​ຜະ​ລິດ, ຈິ່ງເຮັດໃຫ້ ຄຸນ​ນະ​ພາບ​ກ້ວຍ​ ຂອງ​ບໍ​ລິ​ສັດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເຫັນໄດ້ຊັດ, ຜະ​ລິດ​ຕະ​ພັນ​ໄດ້​ມາດ​ຕະ​ຖານ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​ໂລກ​ເຊັ່ນ: ສປ ຈີນ, ສ​ ເກົາ​ຫຼີ, ຍີ່​ປຸ່ນ, ຕາ​ເວັນ​ອອກ​ກາງ, ສິງ​ກະ​ໂປ... ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຕົນ, ຮຶງ​ເຊີນ ຈະ​ສືບ​ຕໍ່​ລົງທຶນ​ຫຼາຍ ໃຫ້ແກ່ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີສູງ​ເຂົ້າ​ໃນ​ການ​ຜະລິດ, ພ້ອມ​ກັບການ ຄົ້ນຄວ້າ​ຜັນ​ຂະຫຍາຍ​ເນື້ອ​ທີ່ ​ແລະ ຂະໜາດ​ການ​ຜະລິດ​ ໃນ​ແຂວງ ຢາລາຍ​ໂດຍ​ສະ​ເພາະ ​ແລະ ບັນດາ​ແຂວງຢູ່​ ໄຕງວຽນ ເວົ້າລວມ.

ອາດ​ເວົ້າ​ໄດ້​ວ່າ, ນອກຈາກ​ພືດທີ່​ມີ​ທ່າ​ແຮງ​ ແລະ ໄດ້ຢັ້ງຢືນ ຊື່ສຽງມາ​ເປັນເວລາດົນນານ​ຄື: ກາ​ເຟ, ໝາກ​ພິກ​ໄທ, ຢາງພາລາ... ກ້ວຍ​ຈະ​ແມ່ນ​ຜະລິດ​ຕະພັນ​ກະ​ເສດສົ່ງອອກໃໝ່ ​ທີ່​ມີ​ທ່າ​ແຮງ​ບົ່ມຊ້ອນ​ຂອງ​ແຂວງ​ ຢາ​ລາຍ.

 

ການ​ປົກ​ປັກ​ຮັກ​ສາ​ ແລະ​ ການ​ຂົນ​ສົ່ງ​ຂອງ​ໝາກ​ກ້ວຍ​ໄປ​ສະ​ຖານ​ທີ່​ບໍ​ລິ​ໂພກ​ແມ່ນ​ການ​ຮັບ​ປະ​ກັນ​ສະ​ເໝີ​ໄປ​. ພາບ: ແທງຮ່ວາ/VNP

  • ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ

ເທິງທົ່ງນາ ເກືອ ນິງຖ້ວນ

ເທິງທົ່ງນາ ເກືອ ນິງຖ້ວນ

ບັນດາກອງເກືອສີຂາວບໍລິສຸດ ທີ່ລໍຖ້າພໍ່ຄ້າມາເກັບຊື້, ຊາວນາເກືອ ທີ່ຟ້າວຟັ່ງຂະຫຍັນຜຽນ ຢູ່ຕາມທົ່ງນາເກືອ ທີ່ກວ້າງໃຫຍ່ໄພສານ ພາຍໃຕ້ສະພາບອາກາດແສງແດດກ້າ ແລະ ລົມພັດແຮງແມ່ນຮູບພາບທີ່ຄຸ້ນເຄີຍກັບອາຊີບ ຜະລິດເກືອ ແບບຫັດຖະກຳມູນເຊື້ອ ທີ່ມີມາຕັ້ງຫຼາຍຮ້ອຍປີ ຢູ່ແຂວງ ນິງຖ້ວນ.

Top