ໝູ່ບ້ານອາຊີບ ຜະລິດທູບ ຖຸຍຊວນ

ໝູ່ບ້ານອາຊີບ ຜະລິດທູບ ຖຸຍຊວນ

ໝູ່ບ້ານອາຊີບຜະລິດທູບ ຖຸຍຊວນ ຂຶ້ນກັບບ້ານ ຖຸຍຊວນ, ນະຄອນ ເຫວ້ ໄດ້ມີຊື່ສຽງມາ ເປັນເວລາຍາວນານກັບອາຊີບຜະລິດທູບມູນເຊື້ອ. ສະຖານທີ່ແຫ່ງນີ້ ຖືວ່າ ເປັນ“ເມືອງຫຼວງ ຂອງ ຕົ້ນ ເກດສະໜາ” ຢູ່ເມືອງ ເຫວ້, ຮັກສາວັດທະນະທຳ ທາງຈິດວິນຍານ ທີ່ໂດດເດັ່ນຂອງຊາວນະຄອນຫຼວງເກົ່າ.

ໝູ່ບ້ານອາຊີບຜະລິດທູບ ຖຸຍຊວນ ຕັ້ງຢູ່ເທິງຖະໜົນ ຮວ່ຽນເຈິນກົງຈົ໋ວ, ໃກ້ກັບເນີນພູ ວ້ອງແກງເຫວ້, ສຸສານ ຕື້ດຶກ, ຫ່າງຈາກໃຈກາງນະຄອນ ເຫວ້ ໄປທາງທິດຕາເວັນຕົກສ່ຽງໃຕ້ 7 ກມ.

ອີງຕາມຜູ້ອາວຸໂສ ໃນບ້ານ ຖຸຍຊວນ, ອາຊີບນີ້ ໄດ້ປະກົດຕົວຕັ້ງແຕ່ສະໄໝກະສັດ ມິງມ້າງ (1820 1841). ຜ່ານຫຼາຍຮຸ່ນຄົນ, ຊາວ ບ້ານ ຖຸຍຊວນ ໄດ້ພະຍາຍາມຮັກສາ ແລະ ພັດທະນາອາຊີບມູນ ເຊື້ອນີ້, ປ່ຽນມັນເປັນສ່ວນໜຶ່ງ ທີ່ຂາດບໍ່ໄດ້ໃນຊີວິດດ້ານວັດທະນະທຳ ແລະ ຈິດໃຈຂອງຊາວເມືອງ ເຫວ້. ໝູ່ບ້ານອາຊີບ ແຫ່ງນີ້ ບໍ່ພຽງແຕ່ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຫຼາຍຮ້ອຍຄອບຄົວເທົ່ານັ້ນ, ແຕ່ຍັງປະ ກອບສ່ວນເຂົ້າໃນການສົ່ງເສີມຮູບພາບວັດທະນະທຳ ເຫວ້ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ອີກດ້ວຍ.

ບັນດາຄອບຄົວທີ່ຜະລິດທູບຢູ່ ຖຸຍຊວນ ໄດ້ຈັດແຈງພື້ນທີ່ ທີ່ເປັນເອກະ ລັກ ຫຼາຍມຸມ ເພື່ອໃຫ້ນັກທ່ອງທ່ຽວ ຖ່າຍຮູບ.

ເພື່ອຜະລິດອອກມາທູບ ທີ່ມີກິ່ນຫອມ, ຊ່າງຝີມື ຖຸຍຊວນ ຕ້ອງຜ່ານຫຼາຍຂັ້ນຕອນທີ່ລະອຽດ ແລະ ຊັບຊ້ອນ. ວັດຖຸດິບ ຫຼັກໃນການຜະລິດທູບ ປະກອບມີແປ້ງໄມ້ຫອມ, ກາວ ຕົ້ນໝາກຫວດ ແລະ ເຄື່ອງຫອມທຳມະຊາດເຊັ່ນ: ໄມ້ເກດສະໜາ, ໄມ້ຈັນ, ໄຄ... ແປ້ງຖືກປະສົມເຂົ້າ ກັນຢ່າງສະໝ່ຳສະເໝີ ກັບກາວ ຕາມອັດຕາສ່ວນ ລັບສະເພາະ, ຈາກນັ້ນ ຖືກນຳເຂົ້າເຄື່ອງຈັກ ເພື່ອດຶງເປັນເສັ້ນນ້ອຍ ແລະ ມ້ວນໃຫ້ສະໝ່ຳສະເໝີ ໃສ່ໄມ້ໄຜ່ ທີ່ຜ່ານການປຸງແຕ່ງແລ້ວ. ທູບ ຈະຖືກຕາກໃຫ້ແຫ້ງຕາມທຳມະຊາດ ພາຍໃຕ້ແສງແດດ ເປັນເວລາຫຼາຍມື້ ຈົນກວ່າຈະໄດ້ຄວາມແຫ້ງທີ່ເໝາະສົມ.

ທູບ ຖຸຍຊວນ ມີລັກສະນະພິເສດ ດ້ວຍກິ່ນຫອມ ອ່ອນໆ, ບໍ່ກິ່ນແຮງຄືກັບທູບອຸດສາຫະກຳ ທົ່ວໄປ. ຜະລິດຕະພັນ ແມ່ນເຮັດຈາກວັດຖຸດິບທຳມະຊາດ ທັງໝົດ, ບໍ່ໃຊ້ສານເຄມີ ທີ່ເປັນອັນຕະລາຍ, ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ໃຊ້ ແລະ ເປັນມິດກັບສິ່ງ ແວດລ້ອມ. ທູບແຕ່ລະດອກ ບໍ່ພຽງແຕ່ເປັນເຄື່ອງບູຊາເທົ່ານັ້ນ, ແຕ່ຍັງສື່ເຖິງຈິດວິນຍານຂອງ ວັດທະນະທຳ ເຫວ້ - ພື້ນຖານວັດ ທະນະທຳ ລາຊະວົງ ທີ່ລະ ອຽດອ່ອນ ແລະ ສະຫງ່າງາມ ອີກດ້ວຍ.

ອາຊີບຜະລິດທູບ ບໍ່ພຽງແຕ່ນຳເອົາຄຸນຄ່າທາງເສດຖະກິດ ມາໃຫ້ແກ່ຊາວບ້ານ ຖຸຍຊວນ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການອະນຸ ລັກຮັກ ສາວັດທະນະທຳ ທາງຈິດວິນຍານ ທີ່ໂດດເດັ່ນ ຂອງ ຊາວຫວຽດນາມ ອີກດ້ວຍ. ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມໝູ່ບ້ານອາຊີບແຫ່ງນີ້ ສາມາດຢ້ຽມຊົມ ຂັ້ນຕອນການຜະລິດທູບດ້ວຍມື, ສໍາຜັດກັບຂັ້ນຕອນການຜະລິດທູບໂດຍກົງ ແລະ ຊື້ຜະລິດຕະພັນ ທີ່ມີຄຸນນະ ພາບເພື່ອເປັນ ຂອງ ຂວັນ.

 

ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນທີ່ຈະໄດ້ສໍາຜັດກັບຂັ້ນຕອນການຜະລິດທູບມູນເຊື້ອ.

ຕ່າງກັບເຂດອື່ນໆ, ທູບ ຖຸຍຊວນ ໄດ້ສ້າງຍີ່ຫໍ້ ຂອງ ຕົນເອງຍ້ອນຄຸນນະພາບ ແລະ ຄວາມໜ້າເຊື່ອຖືທີ່ຍາວນານ. ທູບແຕ່ລະດອກ ແມ່ນເຮັດດ້ວຍຄວາມລະອຽດ ແລະ ລະມັດລະວັງ ຕັ້ງແຕ່ຂັ້ນຕອນການເລືອກວັດຖຸດິບ ຈົນເຖິງຜະລິດຕະພັນສຳເລັດຮູບ. ດ້ວຍຄຸນນະພາບພິເສດ, ທູບ ຖຸຍຊວນ ບໍ່ພຽງແຕ່ໄດ້ຮັບຄວາມນິຍົມ ຢູ່ພາຍໃນປະເທດເທົ່ານັ້ນ, ແຕ່ຍັງຖືກສົ່ງອອກໄປຍັງບັນດາປະເທດໃນ ອາຊີ ເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ໄຕ້ຫວັນ...

ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນທີ່ຈະໄດ້ສໍາຜັດກັບຂັ້ນຕອນການຜະລິດທູບມູນເຊື້ອ.

 

ບັນດາຄອບຄົວທີ່ຜະລິດທູບຢູ່ ຖຸຍຊວນ ໄດ້ຈັດແຈງພື້ນທີ່ ທີ່ເປັນເອກະ ລັກ ຫຼາຍມຸມ ເພື່ອໃຫ້ນັກທ່ອງທ່ຽວ ຖ່າຍຮູບ.

ໝູ່ບ້ານອາຊີບຜະລິດທູບ ຖຸຍຊວນ ແມ່ນມໍລະດົກທາງວັດທະນະທຳ ອັນລ້ຳຄ່າ ຂອງເມືອງ ເຫວ້ ທີ່ຕ້ອງໄດ້ຮັບການຮັກສາ ແລະ ສົ່ງເສີມ. ດ້ວຍຄຸນຄ່າທາງວັດທະນະທຳ ທີ່ເປັນເອກະລັກ, ໝູ່ບ້ານອາຊີບບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຮັກສາຄວາມງາມທາງວັດທະນະທຳ ທາງຈິດວິນຍານ ເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງ ທີ່ໜ້າສົນໃຈໃນການເດີນ ທາງສຳຫຼວດນະຄອນຫຼວງເກົ່າ ຂອງ ນັກທ່ອງທ່ຽວ ທັງໃກ້ ແລະ ໄກ ອີກດ້ວຍ.

ປະຕິບັດໂດຍ: ກົງດາດ/VNP - ແປໂດຍ: ຢືຟຽນ

 


Top