ຮ່າໂນ້ຍ ສົ່ງອອກຜະລິດຕະພັນກະເສດ

ຮ່າໂນ້ຍ ສົ່ງອອກຜະລິດຕະພັນກະເສດ

ຜະລິດຕະພັນເຄື່ອງເທດ ຂອງ ບໍລິສັດ DACE ໃນງານວາງສະແດງກະສິກໍາ ຢູ່ເອີຣົບພາບ: ແອ໋ງຫງວຽດ

 ຫວ່າງ​ມໍ່ໆ​ ມາ​ນີ້, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ທ່ີ​ນັບມື້ ສູງຂຶ້ນຂອງ ​ຕະຫຼາດ​ສົ່ງ​ອອກ​, ຮ່າ​ໂນ້ຍ ​ໄດ້​ພັດທະນາ ​ຂົງເຂດສະຫຼອງ ແຫຼ່ງວັດຖຸດິບ​ ທີ່​ມີ​ຄຸນ​ນະພາ​ບ, ມີ​ລະຫັດ​ ເຂດ​ປູກຝັງ ​ເພື່ອ​ຮັບປະກັນ​ແຫຼ່ງກຳ​ເນີ​ດ ​ແລະ ທີ່ມາຂອງຜະລິດ​ຕະພັນ. ນອກ​ນີ້, ຮ່າ​ໂນ້ຍ ຍັງ​ສ້າງ​ຕ່ອງ​ໂສ້​ເຊື່ອມ​ໂຍງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ ຕົ້ນຕໍ ​ເພື່ອ​ຮັບປະກັນ​ມາດ ຕະຖານ​ການສົ່ງ​ອອກ...

ຮ່າ​ໂນ້ຍ ມີ​ເນື້ອທີ່ຜະລິດ​ກະສິກຳ​ໃຫຍ່​ພໍ​ສົມຄວນ ​ແລະ ມີ​ຫຼາຍ​ກຸ່ມ​ຜະ ລິດ​ຕະພັນ ​ເໝາະ​ສົມ​ກັບ​ຂະໜາດ​ການ​ຜະລິດ​ເພື່ອ​ສົ່ງ​ອອກ. ປັດຈຸ​ບັນ, ບັນດາ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ຕົ້ນຕໍ​ຂອງ ຮ່າ​ໂນ້ຍ ​ໄດ້ແກ່ ແຄ່, ອານິດ, ເຄື່ອງເທດ ​(ຜັກທຽມ, ຂີງ, ໝາກ​ເຜັດ), ຊາຂຽວ, ຊາດຳ, ​ເຂົ້າ, ເຫັດຫອມ, ເຫັດ​ຫູ​ໜູ... ຮ່າ​ໂນ້ຍ ມີ​ວິສາຫະກິດ ສົ່ງອອກ ຜະລິດ​ຕະພັນ​ກະ​ເສດ ປະມານ 70 ​ແຫ່ງໄປ​ຍັງຕະຫຼາດ ​ອາຊີ​ຕາ​ເວັນ​ອອກ. ນີ້​ກໍ່​ແມ່ນ ​ຕະຫຼາດ​ສົ່ງ​ອອກ​ຕົ້ນຕໍ ​ຂອງ​ບັນດາ​ຜະ ລິດ​ຕະພັນ​ກະ​ເສດ ຮ່າ​ໂນ້ຍ. ນອກຈາກ​ນັ້ນ, ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ຂອງ​ ຮ່າ​ໂນ້ຍ ຍັງ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ ເອີ​ຣົບ, ສ ອາ​ເມ​ລິ​ກາ, ອາຊີ​ໃຕ້, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຕາ​ເວັນ​ອອກ​ກາງ. ປີ 2023,  ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ ​ນຳ​ລາຍຮັບໃຫ້ຂະແໜງ​ກະ​ສິ​ກຳ ​ຮ່າ​ໂນ້ຍ ກວ່າ 1,35 ຕື້ ໂດລາສະຫະລັດ. ນີ້​ແມ່ນ​ຕົວ​ເລກ​ທີ່​ໜ້າປະ​ທັບ​ໃຈ ​ຍ້ອນ​ວ່າ ​ກະສິກຳ ​ຮ່າ​ໂນ້ຍ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

ສະຫະກອນ ຕາມຮຶງ ຜັນຂະຫຍາຍຮູບແບບ ການປູກເຂົ້າອິນຊີ. ພາບ: ກົງດາດ/VNP


ທ່ານ​ນາງ ຫງວຽນ​ທິທູ​ຮັ່ງ, ຫົວໜ້າ​ສາຂາຄຸ້ມຄອງ​ຄຸນ​ນະພາ​ບ, ການປຸງ​ແຕ່ງ ​ແລະ ພັດທະນາຕະຫຼາດ ຮ່າ​ໂນ້ຍ ​ໃຫ້ຮູ້ວ່າ ປັດຈຸ​ບັນ, ນະຄອນ​ ມີ 13.000 ​ກວ່າແຫ່ງ​ຜະລິດ ​ແລະ ດຳເນີນການຄ້າ ຂາຍຜະລິດຕະພັນ ກະເສດ, ເຄື່ອງ ປ່າ​ ແລະ ສິນໃນນໍ້າ, ​ໃນ​ນັ້ນ​ມີໂຮງງານປຸງແຕ່ງ 1.700 ກວ່າ​ແຫ່ງ​ ແລະ ​ວິ​ສາ​ຫະກິດ​ປຸງ​ແຕ່ງ ຜະລິດ ຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນໍ້າ 250 ກວ່າແຫ່ງ. ຮ່າໂນ້ຍ ໄດ້ຮັບ 16 ລະຫັດ ສຳລັບ ໃຫ້ເຂດປູກໝາກໄມ້ ກິນໝາກ ແລະ 4 ລະຫັດສຳ ລັບໃຫ້ພື້ນຖານ ຫຸ້ມຫໍ່ ດ້ວຍກຳລັງການ ຜະລິດ 30 - 50 ໂຕນ/ວັນ/ແຫ່ງ ເພື່ອຮັບໃຊ້ ການສົ່ງອອກ, ໃນນັ້ນມີ 8 ລະຫັດ ສຳລັບໃຫ້ເຂດປູກກ້ວຍ ແລະ 8 ລະຫັດສຳລັບໃຫ້ເຂດປູກໝາກລຳໄຍ. 

ຄະນະ​ຜູ້​ຊ່ຽວຊານ​ຈາກ​ຄະນະ​ກຳມະການ ​ເອີ​ຣົບ ​ລົງ​ກວດ ກາ​ເຂດປູກ ຕົ້ນແຄ່ ​ຢູ່​ເມືອງ​ ກາວ​ບັ່ງ. ພາບ: ແອ໋ງຫງວຽດ 

ຮ່າໂນ້ຍ ໄດ້ ແລະ ພວມສົມທົບຢ່າງແໜ້ນແຟ້ນກັບ 43 ແຂວງ, ນະ ຄອນ ເພື່ອຮັກສາ ແລະ ໜູນຊ່ວຍ ພັດທະນາ ຕ່ອງໂສ້ການສະໜອງ ສະບຽງອາຫານປອດໄພ 926 ແຫ່ງ, ເຊື່ອມຕໍ່ບັນດາວິສາຫະກິດ ສົ່ງອອກ ຂອງ ນະຄອນ ກັບ ຕ່ອງໂສ້ການຜະລິດ ໃນຫຼາຍທ້ອງຖິ່ນ, ສ້້າງຂີດໝາຍແຫ່ງການຮ່ວມມືຢ່າງຕັ້ງໜ້າ ແລະ ເປັນເຈົ້າການ. ປັດຈຸ​ບັນ, ຮ່າ​ໂນ້ຍ ມີ​​ຜະລິດ​ຕະພັນ​ກະ​ເສດ​ ຄຸນ​ນະພາ​ບສູງ ຈຳນວນໜຶ່ງ​ ໄດ້ສົ່ງ​ອອກ​ໄປ​ຍັງ​ ສ ອາ​ເມ​ລິ​ກາ (​ສົ່ງ​ອອກ​ໝາກລຳ​ໄຍ​ ດ້າຍແທ່ງ), ເຢຍລະ​ມັນ (​ສົ່ງ​ອອກ​ເຂົ້າ ອິນຊີ​ ດົ່ງ​ຝູ໋), ສ ເກົາຫຼີ (ສົ່ງ​ອອກ​ຜັກ​ປອດ​ສານພິດ ວັນດຶກ), ສປ ຈີນ (​ສົ່ງ​ອອກ​ໝາກ​ກ້ວຍ ງ້າວ ຮົ່ງ)... ນອກຈາກ​ນັ້ນ, ຮ່າ​ໂນ້ຍ ຍັງ​ມີ​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ທີ່​ມີ​ທ່າ​ແຮງ​ສົ່ງ​ອອກ​ຄື: ເຂົ້າສານ (​ເຂົ້າສານ​ Japonica ປະມານ 7.000 ​ເຮັກຕາ),  ຜັກປອດ ສານພິດ (ກວ່າ 5.000 ເຮັກຕາ), ຜັກ ອິນຊີ (ກວ່າ 50 ເຮັກຕາ) ແລະ ຜະລິດຕະພັນ ປຸງແຕ່ງຄຸນນະພາບສູງ ອີກຫຼາຍຊະນິດ.

ການຈັດປະເພດຜະລິດຕະພັນໝາກກ້ວຍງ້າວ ຮົ່ງ ທີ່ສົ່ງອອກຂອງບໍລິສັດ 3T. ພາບ: ກົງດາດ/VNP
ເຄື່ອງ​ຮ່ອນ ແລະ ບົດ ແຄ່ ທຸກ​ຂະ​ໜາດ​ ທີ່​ບໍ​ລິ​ສັດ DACE ຢູ່​ເມືອງ ຊອກເຊີນ, ຮ່າ​ໂນ້ຍ. ພາບ: ກົງດາດ/VNP

ທ່ານນາງ ຟ້າມທິບິກຖຸ໋ຍ, ຜູ້ອໍານວຍການບໍລິສັດ ພັດທະນາ ກະສິກໍາ ແລະ ໃຫ້ຄຳປຶກສາດ້ານສິ່ງແວດລ້ອມ ຈໍາກັດ ໃຫ້ຮູ້ວ່າ: ບໍລິສັດ ສະ ເພາະປຸງແຕ່ງ ຜະລິດຕະພັນ ເຄື່ອງເທດ ອິນຊີ ຈາກຂີງ, ຂີ້ໝິ້ນ, ແຄ່, ອານິດ, ຜັກທຽມ, ໝາກເຜັດ ແລະ ຫົວສີໄຄ. ເຂດປູກວັດ​ຖຸ​ດິບ ​ຕົ້ນ​ຕໍ​ 2 ແຫ່ງ​ຂອງ​ບໍ​ລິ​ສັດ ແມ່ນ ກາວບັ່ງ ແລະ ຮ່າຢາງ. ຫວ່າງ​ມໍ່ໆ​ມາ​ນີ້, ຮ່າ​ໂນ້ຍ ​ໄດ້​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ, ​ໃນ​ນັ້ນ​ ມີ​ບໍລິສັດ​ພັດທະນາ​ກະສິ ກຳ ​ແລະ ​ໃຫ້​ຄຳ​ປຶກສາ​ດ້ານ​ສິ່ງ​ແວດ​ລ້ອມ​ຈຳກັດ ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ ​ແລະ ​ເອື້ອອຳນວຍ ໃນ FTA ຄື: ສັນຍາ CPTPP, EVFTA ​ແລະ ​ຄຳ​ໝັ້ນ​ສັນຍາ​ໃໝ່​ຈຳນວນໜຶ່ງກັບ ອັງກິດ, UAE ... ແນໃສ່ຊຸກຍູ້​ການ​ສົ່ງ​ອອກ. ປັດຈຸ​ບັນ, ​ໂດຍ​ສະ​ເລ່ຍ ​ແຕ່ລະ​ປີ​ ບໍລິສັດ​ຜະລິດ​ ແຄ່​ແຫ້ງ​ ປະ ມານ 300 ​ໂຕນ, ອານິດ​ ແຫ້ງ 200 ​ໂຕນ, ຂີງ​ສົດ 500 ​ໂຕນ, ຂີ້​ໝິ້ນ​ແຫ້ງ 100 ​ໂຕນ ​ແລະ ໝາກ​ເຜັດ​ ສົດ 200 ​ໂຕນ... ຜະລິດຕະພັນ ສ່ວນຫຼາຍແມ່ນ​ສົ່ງ​ອອກ​ໄປ​ຍັງ ​ສ ອາ​ເມ​ລິ​ກາ, ບາງປະເທດເອີຣົບ, ເກົາຫຼີ, ຍີ່ ປຸ່ນ, ຣັດເຊຍ, ອົດສະຕຣາລີ ...



ທ່ານ ຫງວຽນ​ວັນ​ມິງ, ຜູ້ອຳນວຍການ​ ສະຫະກອນ ​ຜະລິດ ​ແລະ ດຳ​ເນີນ​ບໍລິການ ກະສິກຳ ວັນດຶກ (​ເມືອງ ຢາເລີມ) ​ກ່າວ​ວ່າ ສະຫະກອນ ​ມີ​ເນື້ອ​ທີ່​ປູກ​ຜັກ ​ປອດສານພິດ 220 ​ເຮັກຕາ, ​ໃນ​ນັ້ນ​ ​ເກືອບ 27 ​ເຮັກ ຕາ ​ໄດ້​ຮັບ​ການ​ຜະລິດ ​ຕາມ​ມາດຕະຖານ VietGAP. ປັດຈຸ​ບັນ, ນອກ ຈາກ​ສະໜອງໃຫ້ແກ່​ບັນດາ​ຮ້ານ​ສັບ ພະ​ສິນຄ້າ, ຕະຫຼາດ​ຂາຍສົ່ງ ​ແລະ ​ບັນດາ​ແຂວງ​ໃກ້​ຄຽງ​ແລ້ວ, ແຕ່ລະປີ ສະຫະກອນ ​ຍັງ​ຮັກສາ​ການ​ສົ່ງ​ອອກ​ຜັກ​ປອດສານພິດ ​ກວ່າ 300 ​ໂຕນ​ ໄປ​ຍັງ​ໄຕ້​ຫວັນ (ຈີນ), ສ ເກົາ ຫຼີ... ແມ່ນຜັກບົ້ງຊະນິດດຽວກັນ ທີ່ໄດ້ມາດ ຕະຖານ VietGAP, ຖ້າຂາຍຢູ່ຮ້ານສັບພະ ສິນຄ້າຢູ່ ຮ່າໂນ້ຍ, ມີລາຄາ ພຽງແຕ່ 15.000 ດົ່ງ/ມັດ (ປະມານ 0.6 ໂດລາສະຫະລັດ), ແຕ່ເມື່ອສົ່ງອອກໄປ ສ ເກົາຫຼີ, ລາຄາ ຈະສູງເຖິງ 52.000 ດົ່ງ/ມັດ (ປະມານ 2.880 ວອນ).


ທ່ານ ຫງວຽນ​ດິ່ງ​ຮວາ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ຮ່າ​ໂນ້ຍ ​ໃຫ້ຮູ້ວ່າ ຂະ​ແໜງ​ກະສິກຳ ຮ່າ​ໂນ້ຍ ຈະ​ສືບ​ຕໍ່ປຶກ ສາ ​ແລະ ສະ​ເໜີ​ຕໍ່​ນະຄອນ​ ໃຫ້ມີການດັດ​ແກ້, ​ເພີ່ມເຕີມ ​ແລະ ປະກາດ ບັນດາ​ກົນ​ໄກ, ນະ​ໂຍບາຍ​ໃໝ່​ ເພື່ອ​ຊຸກຍູ້​ການ​ສົ່ງ​ອອກ​ຜະ ລິດ​ຕະພັນ​ກະ​ເສດ, ໂດຍສະເພາະແມ່ນຜະລິດຕະພັນກະເສດຫຼັກ; ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ​ໃຫ້​ບັນດາ​ວິ​ສາ​ຫະກິດ, ພື້ນຖານ​ຜະລິດ​ ແລະ ຄ້າຂາຍ ຜະລິດຕະພັນກະເສດ, ເຄື່ອງປ່າ​ ​ແລະ ສິນໃນນໍ້າ ກ່ຽວ​ກັບ​ລະບຽບ​ການ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ແລະ ຄວບ​ຄຸມ​ອາຫານ ​ທີ່​ນຳ​ເຂົ້າ ​ແລະ ສົ່ງ​ອອກ. ຂະ​ແໜງ​ກະ​ສິ​ກຳ ​ຮ່າ​ໂນ້ຍ ກໍ່​ຈະ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ບັນ​ດາ​ສັນ​ຍາ​ການ​ຄ້າ ແລະ ເງື່ອນ​ໄຂ​ນຳ​ເຂົ້າ​ ຂອງ​ບັນ​ດາ​ປະ​ເທດ ເພື່ອ​ຍົກ​ສູງ​ກຳ​ລັງ​ການ​ຜະ​ລິດ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ກະ​ເສດ. ພ້ອມ​ກັນ​ນັ້ນ, ຈັດ​ຕັ້ງ​ການ​ເຊື່ອມ​ໂຍງ, ສົ່ງ​ເສີມ​ການ​ຄ້າ, ໂຄສະນາ​ຜະ​ລິດ​ຕະ​ພັນ ​ຢູ່​ຕ່າງ​ປະ​ເທດ ​ແມ່ນ​ສ່ວນໜຶ່ງທີ່​ສຳ​ຄັນ ​ຂອງ​ ຍຸດ​ທະ​ສາດ​ສົ່ງ​ອອກ​ ກະ​ສິ​ກຳ​ ຂອງ ຮ່າ​ໂນ້ຍ.

ແນະນໍາຜະລິດຕະພັນໃຫ້ແກ່ລູກຄ້າຕ່າງປະເທດ ຂອງບໍລິສັດ DACE ຢູ່ຕະຫຼາດ ເຢຍລະມັນ. ພາບ: ແອ໋ງຫງວຽດ

ທ່ານ ຫງວຽນ​ແມ້ງ​ກວ່ຽນ, ຮອງ​ປະທານ​ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ​ເພື່ອ​ຊຸກຍູ້​ການ​ຜະລິດ ​ແລະ ສົ່ງ​ອອກ​ຜະ ລິດ​ຕະພັນ​ກະ​ເສດ, ຂະ​ແໜງ​ກະສິກຳ​ ຮ່າ​ໂນ້ຍ ຕ້ອງ​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ, ນຳ​ໜ້າ​ຂອງ​ປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ​ແລະ ການປຸງ​ແຕ່ງ. ຮ່າ​ໂນ້ຍ ຕ້ອງ​ກາຍ​ເປັນ​ສູນ​ຂົນ​ສົ່ງ ແລະ ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ. ກະ​ສິ​ກຳ ​ຮ່າ​ໂນ້ຍ ຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ຕາມ​ມາດ​ຕະ​ຖານ​ສາ​ກົນ ເພື່ອ​ຮັບ​ໃຊ້​ການ​ບໍ​ລິ​ໂພກ​ຢູ່ພາຍ​ໃນ ແລະ ​ຍູ້​ແຮງການ​ສົ່ງ​ອອກ.

ບົດ ແລະ ພາບ: VNP/ຮວ່າງຮາ່ - ແປໂດຍ: ຢືຟຽນ 


Top