“ດິນແດນແຫ່ງໝາກພ້າວ” ກັບອາຊີບຜະລິດ ຫັດຖະກຳ ສິລະປະ

“ດິນແດນແຫ່ງໝາກພ້າວ” ກັບອາຊີບຜະລິດ ຫັດຖະກຳ ສິລະປະ


ແຂວງ ເບນແຈ ໄດ້ຮັບການຂະໜານນາມວ່າ “ດິນແດນ ແຫ່ງໝາກພ້າວ” ທີ່ມີຊື່ສຽງ ດ້ວຍເນື້ອທີ່ປູກໝາກພ້າວຫຼາຍ ແລະ ເກົ່າແກ່ທີ່ສຸດ ຫວຽດນາມ. ນອກຈາກ ບັນດາ ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມ ທີ່ໄດ້ປຸງແຕ່ງ ຈາກໝາກພ້າວ ແລ້ວ, ປະຊາຊົນ ຍັງນຳໃຊ້ສ່ວນ ອື່ນໆ ຂອງ ຕົ້ນໝາກພ້າວ ພາຍຫຼັງ ທີ່ເກັບໝາກ ຫຼື ຕົ້ນແກ່ ໝົດອາຍຸເພື່ອສ້າງເປັນເຄື່ອງໃຊ້ ໃນຄົວເຮືອນ ຫຼື ເຄື່ອງຫັດຖະກຳ ສິລະປະ ທ່ີສວຍງາມ.

ມີຫຼາຍຄົນ ແລະ ພື້ນຖານຜະລິດເຄື່ອງ ຫັດຖະກຳສິລະປະ ຈາກໝາກພ້າວ ຫຼາຍແຫ່ງ ເກີດຂຶ້ນທົ່ວແຂວງ ເບນແຈ, ມີມາແຕ່ດົນນານ ແລະ ມີຊື່ສຽງໂດ່ງ ດັງທີ່ສຸດ ແມ່ນໝູ່ບ້ານອາຊີບ ໂກ່ນຟຸ້ງ, ຂຶ້ນກັບບ້ານ ເຕິນວິງ, ເມືອງ ເຈົາແທ່ງ, ແຂວງ ເບນແຈ. ໂກ່ນຟຸ້ງ ໄດ້ເປັນທີ່ຮູ້ຈັກວ່າ ເປັນດອນທ່ອງທ່ຽວ ທີ່ມີຊື່ສຽງ ອັນດັບໜຶ່ງ-ສອງ ຂອງ ເບນແຈ, ຕັ້ງຢູ່ກາງແມ່ນໍ້າຕ່ຽນ ແລະ ຖືກປົກຄຸມ ດ້ວຍຕົ້ນໝາກພ້າວ, ຊາວ ບ້ານແລກປ່ຽນການ​ຄ້າຂາຍ ​ກັບ​​ດິນ​ຕໍ່ແຜ່ນດ້ວຍສອງວິທີຄື: ທາງນໍ້າດ້ວຍເຮືອ, ແພ ​ແລະ ທາງບົກ ຕາມ​ເສັ້ນ​ທາງ​ນ້ອຍ ​ເຊື່ອມ​ຕໍ່​ກັບ​ຂົວ ແຣກມ໊ຽວ​.

ຕາມການບອກເລົ່າ ຂອງ ​ຜູ້ຄົນ​ທີ່​ດຳລົງ​ຊີວິດ​ຢູ່​ ໂກ່ນຟຸ້ງ ​ມາ​ເປັນເວ ລາ ດົນ​ນານ​ ໃຫ້ຮູ້ວ່າ ການ​ນຳ​ເອົາ​ສິ້ນສ່ວນ​ຕົ້ນ​ໝາກພ້າວ​ ມາ​ສ້າງ​ເປັນ​ ຂອງ​ ໃຊ້​ຊີວິດ​ປະຈຳ​ວັນ ​ໄດ້​ມີ​ມາ​ແຕ່​ດົນ​ ແລ້ວ. ເມື່ອຕົ້ນໝາກພ້າວແກ່ ຫຼື ຫັກຍ້ອນດິນຟ້າອາກາດ, ຊາວບ້ານ ໄດ້ເອົາຕົ້ນໝາກພ້າວ ທີ່ຫັກນັ້ນ ມາເຮັດໄມ້ຖູ່, ບ່ວງ, ບ່ວງຕັກເຂົ້າ, ບ່ວງຕັກແກງ... ເມື່ອນັກທ່ອງທ່ຽວ ມາທ່ຽວຊົມ ໂກ່ນຟຸ້ງ ຕິດໃຈ ແລ້ວຖາມຊື້, ເມື່ອຄວາມຕ້ອງການຄ່ອໆ ເພີ່ມຂຶ້ນ​, ສະ​ນັ້ນ​ມັນ​ໄດ້​ກາຍ​ເປັນ​ ອາ​ຊີບ​ຜະ ລິດເຄື່ອງຫັດ​ຖະ​ກໍາ​ສິລະປະ ແລະ ​ໄດ້​ພັດ​ທະ​ນາ​ ມາ​ເຖິງ​ປັດຈຸບັນ.

 

ຈໍານວນຄົວ​ເຮືອນ​ທີ່​ດຳລົງ​ຊີວິດ​ຢູ່​ ໂກ່ນຝຸ້ງ ມີໜ້ອຍ, ​ແຕ່​ເກືອບທຸກ​ຄົນ​ຢູ່ເທິງ “​ເກາະ​ໝາກ​ພ້າວ” ໂກ່ນຟຸ້ງ ​​ຮູ້​ຈັກອາຊີບ​ຊ່າງ​ໄມ້, ສ້າງບັນ ດາ​ຜະລິດ​ຕະພັນ ​ແລະ ​ເຄື່ອງ​ໃຊ້​ໃນ​ຄອບຄົວ ​ຈາກ​ຕົ້ນ​ໝາກພ້າວ. ​ກາຍ​ເປັນ​ໂຮງງານ​ຜະລິດ​ຂະໜາດ​ໃຫຍ່ແຫ່ງໜຶ່ງ, ຈະມີ​ສິບກວ່າໂຮງ ງານ ຜະລິດ​ຄື: ​ເຈື່ອງ​ຝູ໋, ​ແທ່ງ​ດາດ, ແອ໋ງ​ເຢືອງ, ສິລະປະ ໝາກ​ພ້າວ​ ເບນແຈ... ດ້ວຍ​ກຳລັງ​ການ​ຜະລິດ​ ຫຼາຍ​ພັນ​ຜະ​ລິດ​ຕະ​ພັນ​ ຕໍ່​ອາທິດ, ພ້ອມ​ມີຄວາມ​ຫຼາກ​ຫຼາຍ ທາງດ້ານຮູບແບບ ​ແລະ​ ປະ​ເພດ​.

ພວກ​ຂ້າພະເຈົ້າ​ໄດ້​ໄປຢ້ຽມ​ຢາມ​ໂຮງງານຜະລິດ ເຈືອງ​ຝູ໋ ຂອງ​ທ່ານ ເຈືອງ​ກົງ​ດຶກ ໃນ​ຂະ​ນະ​ທີ່​ເພິ່ນ​ພວມ​ສ້າງ​ສີ​ສັນ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ ຈາກໝາກ​ພ້າວ. ສີທີ່ໃຊ້ ໃຫ້ບັນດາເຄື່ອງຫັດຖະກໍາສິລະປະ ເຫຼົ່ານີ້ ແມ່ນ ນໍ້າມັນໝາກພ້າວ ຫຼື ຂີ້ທຽນ ຕົ້ມກັບນໍ້າມັນ, ຈຸດປະສົງ ແມ່ນເພື່ອສ້າງສີໄມ້, ຄວາມງາມ ຫຼື ຄວາມເຫຼື້ອມ ໃຫ້ແກ່ຜະລິດ ຕະພັນ. ທ່ານ ດຶກ ໃຫ້ຮູ້ວ່າ: ໂຮງງານແຫ່ງນີ້ ກໍ່ຕັ້ງຂຶ້ນເມື່ອ 5 ປີກ່ອນ, ໃນເບື້ອງຕົ້ນ ພຽງແຕ່ເຮັດເພື່ອຮັບໃຊ້ໃນຄອບຄົວເທົ່ານັ້ນ, ແຕ່ຕໍ່ມາເມື່ອເຫັນນັກທ່ອງທ່ຽວ ແລະ ພໍ່ຄ້າ ເຂົ້າມາສັ່ງຊື້ ຜະລິດຕະພັນ ເປັນຈຳ ນວນ ຫຼວງຫຼາຍ, ສະນັ້ນເພິ່ນຈຶ່ງສ້າງຕັ້ງ ໂຮງງານຜະລິດ.

ທ່ານ ດຶກ ກ່າວວ່າ ປົກກະຕິແລ້ວ ພວກຂ້າພະເຈົ້າຜະລິດ 2 ວິທີ, ອັນທີໜຶ່ງແມ່ນຜະລິດຕາມໃບສັ່ງສິນຄ້າຈຳນວນຫຼາຍ ຈາກບັນດາ ຮ້ານອາຫານ ແລະ ແຫຼ່ງທ່ອງທ່ຽວ, ອັນທີ 2 ແມ່ນເຮັດເປັນສິນຄ້າ ແລະ ແມ່ຄ້າມາຊື້ຂາຍຍົກ ເປັນຈຳນວນຫຼາຍ ແລະ ຂັ້ນຕອນ ທີ່ສໍາຄັນທີ່ສຸດ ແມ່ນການສ້າງແບບ ໃຫ້ແກ່ຜະລິດຕະພັນ. ແຕ່ລະໂຮງງານ ຈະມີການອອກແບບໂດຍສະເພາະຂອງຕົນເອງ, ບໍ່ມີໃຜຄືໃຜ, ອີງຕາມປະ ສົບການ, ຄວາມຊຳນານງານ ແລະ ສ້າງຍີ່ຫໍ້, ລັກສະນະສະເພາະຂອງແຕ່ລະໂຮງງານ. ການ​ອອກ​ແບບ​ທີ່​ສວຍ​ງາມ ​ແລະ ​ປະ​ທັບ​ໃຈ​ແມ່ນ​ຄວາມ​ດຶງ​ດູດ​ໃຫ້​ລູກ​ຄ້າ​ມາ​ຫາ​ທ່ານ”.

 

 

ທ່ານ ດຶກ ​ກ່າວ​ຕື່ມ​ວ່າ ຂັ້ນຕອນ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ໃນ​ອາຊີບ​ນີ້​ ແມ່ນ​ການ​ຂົນ​ຕົ້ນໝາກພ້າວ​ ມາທາງ​ນໍ້າ ແລະ ເລື່ອຍ ​ເພື່ອ​ຈຳແນກປະ ເພດວັດຖຸ​ດິບ​ ກ່ອນຈະໄດ້ເປັນຮູບເປັນຮ່າງຕົວຈິງ. ແຕ່ໃນປັດຈຸບັນ, ການນໍາໃຊ້ຈັກເລື່ອຍ, ເຄື່ອງຕັດ, ເຈຍ ໄດ້ຊ່ວຍໃຫ້ຂັ້ນຕອນນີ້ ງ່າຍຂຶ້ນ, ຄືຈະຊ່ວຍເພີ່ມປະລິມານຜະລິດຕະພັນ. ປັດຈຸ​ບັນ, ໂຮງງານ ​ເຈືອງ​ຝູ໋ ໄດ້​ຜະລິດ​ສະ​ເລ່ຍ 2.000 ​ຜະລິດ ຕະພັນຕໍ່​ອາທິດ​ຄື: ບ່ວງ​ຂະໜາດໃຫຍ່-​ນ້ອຍ, ໄມ້ຖູ່​ ຂະໜາດໃຫຍ່-​ນ້ອຍ, ​ບ່ວງຕັກ​ເຂົ້າ, ບ່ວງຕັກ​ແກງ, ຖ້ວຍ... ສຳລັບໂຮງງານ ແອ໋ງເຢືອງ ຜະລິດສະເພາະ ເຕົ້ານໍ້າຊາ, ໂຮງງານ ສິລະປະ ໝາກພ້າວ ເບນແຈ ສະເພາະໃນການຜະ ລິດ ເຄື່ອງປະດັບ ຫັດຖະກຳສິລະປະ, ເຄື່ອງທີ່ລະນຶກ ຈາກໝາກພ້າວ, ເຊິ່ງມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ ທາງດ້ານຮູບແບບ.

 

ປັດຈຸບັນ, ຕາມຖະໜົນສາຍຫຼັກຫຼາຍສາຍ ທີ່ນຳໄປສູ່ ເບນແຈ ແລະ ເຂດທ່ອງທ່ຽວຕ່າງໆ, ນັກທ່ອງທ່ຽວສາມາດພົບເຫັນຮ້ານຄ້າ ຫຼາຍຮ້ານ ໄດ້ຈັດວາງ ຂາຍບັນດາຜະລິດຕະພັນ, ເຄື່ອງຫັດຖະກໍາ ສິລະປະ ທີ່ເຮັດຈາກໝາກພ້າວ ຫຼື ຮ້ານອາຫານ, ໂຮງແຮມ, homestay ໄດ້ຕົກແຕ່ງພາຍໃນ ດ້ວຍຜະລິດຕະພັນເຮັດຈາກ ໝາກພ້າວ,  ບັນດາເຍື່ອງ ອາຫານໄດ້ປຸງແຕ່ງຈາກໝາກພ້າວ ໄດ້ກາຍເປັນຈຸດ​ເດັ່ນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ທັງ​ນຳ​ມາ​ເຊິ່ງການ​ບໍລິ​ໂພ​ກ, ທັງແນະນຳ​ບັນດາ​ລາຍການ​ທີ່​ນິຍົມ​ຜະລິດ​ຈາກ​ໝາກ​ພ້າວ ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ທັງ​ເປັນ​ຈຸດ​ເດັ່ນ​ ທີ່​ປະ​ທັບ​ໃຈ ​ຂອງ ​ການ ທ່ອງທ່ຽວ​ດິນແດນແຫ່ງໝາກ​ພ້າວ ເບນແຈ ອີກດ້ວຍ.

  • ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ

 




Top