ເທິງທົ່ງນາ ເກືອ ນິງຖ້ວນ

ເທິງທົ່ງນາ ເກືອ ນິງຖ້ວນ

ບັນດາກອງເກືອສີຂາວບໍລິສຸດ ທີ່ລໍຖ້າພໍ່ຄ້າມາເກັບຊື້, ຊາວນາເກືອ ທີ່ຟ້າວຟັ່ງຂະຫຍັນຜຽນ ຢູ່ຕາມທົ່ງນາເກືອ ທີ່ກວ້າງໃຫຍ່ໄພສານ ພາຍໃຕ້ສະພາບອາກາດແສງແດດກ້າ ແລະ ລົມພັດແຮງແມ່ນຮູບພາບທີ່ຄຸ້ນເຄີຍກັບອາຊີບ ຜະລິດເກືອ ແບບຫັດຖະກຳມູນເຊື້ອ ທີ່ມີມາຕັ້ງຫຼາຍຮ້ອຍປີ ຢູ່ແຂວງ ນິງຖ້ວນ.
ຊາວນາເກືອ ນິງຖ້ວນ ພວມເຮັດວຽກເທິງ​ທົ່ງ​ນາ​ເກືອ ຈີຫາຍ ຢູ່ແຂວງ ນິງຖ້ວນ. ພາບ: ກົງດາດ/VNP

ແຂວງ ນິງຖ້ວນ ເປັນແຂວງທີ່ມີອາຊີບຜະລິດ ແບບເກືອ ຫັດຖະກຳ ມາແຕ່ດົນນານ ແລະ ປັດຈຸບັນແມ່ນໜຶ່ງໃນ 19 ແຂວງແຄມທະເລທີ່ມີເນື້ອທີ່ແລະ ຜົນຜະລິດເກືອ ຫຼາຍທີ່ສຸດ ໃນປະເທດ. ​ໃນ​ນັ້ນ, ​ເມືອງ​ນິງຫາຍ ​ແລະ ​ເມືອງ​ ຖ້ວນ​ນາມ ​​ຖື​ວ່າ​ແມ່ນ​ຖິ່ນກຳເນີດອາຊີບຜະລິດ​ເກືອ​ຢູ່​ທ້ອງ​ຖິ່ນ​ແຫ່ງນີ້ ດ້ວຍ​ເນື້ອ​ທີ່​ຜະລິດ​ທັງ​ໝົດ 3.000 ກວ່າ​ເຮັກຕາ. ການຜະລິດເກືອ ໜຶ່ງຕາມປົກກະຕິແມ່ນໃຊ້ເວລາ 7-10 ວັນ, ສະເລ່ຍຜົນຜະລິດ ປະມານ 10 ໂຕນ/ເຮັກຕາ, ປີໜຶ່ງ ຊາວນາເກືອຈະຜະລິດ ແລະ ເກັບກ່ຽວເກືອ ໃນເວລາ 8 ເດືອນ, ຜົນຜະລິດເກືອທັງໝົດ ບັນລຸ 440.314 ໂຕນ/ປີ. ປັດຈຸ​ບັນ, ລາຄາເກັບ​ຊື້​​ແຕ່ 700-1.100 ດົ່ງ/ກິໂລກຣາມ, ພ້ອມ​ກັບ​ການ​​ຊ່ວຍເຫຼືອ​ທຶນ​ຮອນ, ​ແນະນຳ​ເຕັກນິກ​ຜະລິດ​ເກືອແບບ​ໃໝ່ ​ແລະ ການ​ບໍລິ​ໂພ​ກຜົນ​ຜະລິດ, ຊາວນາ​ເກືອ​ຫຼາຍ​ຄົນ​ໄດ້ມີ​ລາຍ​ຮັບ​ທີ່​ໝັ້ນຄົງ ​ແລະ ມີຄວາມມຸ່ງໝັ້ນກັບອາຊີບຜະລິດເກືອ ແບບມູນເຊື້ອ ຂອງ ທ້ອງຖິ່ນ ໃນໄລຍະຍາວ.


ແຂວງ ນິງຖ້ວນ ໄດ້ວາງເປົ້ມໝາຍ ເຖິງປີ 2025 ຈະເພີ່ມ ເນື້ອທີ່ຜະລິດເກືອໃຫ້ໄດ້ 3.267 ເຮັກຕາ, ຜົນຜະລິດບັນລຸ 550.000 ໂຕນ/ປີ. ຮອດ​ປີ 2030, ທົ່ວ​ແຂວງ​ຈະ​ຮັກສາ​ເນື້ອ​ທີ່​ຜະລິດ​ເກືອ​ໃຫ້​ໝັ້ນຄົງ 3.267 ​ເຮັກຕາ, ສະມັດ​ຕະພາບ​ການ​ຜະລິດ​ບັນລຸ 650.000 ​ໂຕນ/ປີ.

ອາຊີບຜະລິດ​ເກືອ​ຢູ່ ນິງຖ້ວນ ​​ຕົ້ນຕໍ​ຢູ່​ບັນດາ ຕາ​ແສງ ​ເຟືອງ​ຫາຍ, ຈີຫາຍ, ​ເຍີນຫາຍ (​ເມືອງ​ ນິງຫາຍ), ກ່າ​ນາ, ເຟືອກຢຽມ, ເຟືອກມິງ (​ເມືອງ​ ຖ້ວນ​ນາມ). ພາບ: ກົງດາດ/VNP

ວິທີ​ຜະລິດ​ເກືອ ແບບຫັດຖະກຳ​ຂອງ​ແຂວງ ນິງຖ້ວນ ​ແມ່ນ​ຄ້າຍ​ຄື​ກັບ​ແຫ່ງຕ່າງໆ ​ໃນ​ທົ່ວ​ປະ​ເທດ, ນັບ​ແຕ່​ຂັ້ນ​ຕອນ​ ການ​ເຮັດ​ທົ່ງນາເກືອ, ​ເດີ່ນ, ນຳ​ນໍ້າທະ​ເລເຂົ້າ, ຕາກ​ແດດ, ​ວັດ​ແທກ​ຄວາມ​ເຄັມ ​Bomeໃຫ້​ໄດ້​ຕາມ​ມາດ​ຕະ​ຖານ ຈົນເຖິງຂັ້ນຕອນ ການລະບາຍ ນ້ໍາເປື້ອນ, ກວາດເກືອເຂົ້າກັນເປັນກອງ ເພື່ອຕາກໃຫ້ແຫ້ງ ແລະເກັບກ່ຽວ. ນິງຖ້ວນ ມີລັກສະນະ ອາກາດ ເປັນເຂດຮ້ອນ ທີ່ມີແສງແດດກ້າ ແລະ ລົມພັດແຮງ, ຄວາມສາມາດໃນການລະເຫີຍສູງ, ຄວາມຊຸ່ມຊື່ນ ຂອງ ອາກາດຕໍ່າ ແລະ ຄວາມເຄັມຂອງນໍ້າທະເລສູງ, ມີຄວາມສະດວກຫຼາຍໃນການຜະລິດເກືອ, ປະກອບສ່ວນ ເຮັດໃຫ້ ນຳ້ທະເລ ລະເຫີຍກາຍເປັນເກືອສັ້ນລົງ.


ເພື່ອແນ​ໃສ່​ການຊຸກຍູ້​ອາຊີບ ຜະລິດເກືອໃຫ້​ຍືນ​ຍົງ, ​ແຂວງ ນິງຖ້ວນ ​ໄດ້​ສຸມ​ໃສ່​ລົງທຶນ​ປັບປຸງ ​ແລະ ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ ​ແລະ ​ຫັນປ່ຽນ​ລະບົບ​ຊົນລະປະທານ​ຢູ່ທົ່ງນາເກືອ ໃຫ້ໝັ້ນຄົງ; ສົ່ງເສີມບັນດາ​ຮູບ​ແບບ​ການ​ຜະລິດ​ເກືອ​ຕາມ​ກຸ່ມ​ຮ່ວມມື, ສະຫະກອນ; ການຝຶກອົບຮົມ, ຊ່ວຍເຫຼືອ ທາງດ້ານ ເຕັກນິກຜະລິດເກືອ, ໜູນຊ່ວຍການລົງທຶນໃນລະບົບ ອຸປະກອນການປຸງແຕ່ງເພື່ອຫັນ ຜະລິດຕະພັນເກືອ ໃຫ້ມີຫຼາຍ ຮູບແບບ; ຊ່ວຍ​ຊາວ​ນາເກືອ ​ກູ້​ຢືມ​ທຶນ​ເພື່ອ​ລົງທຶນ​ຫັນ​ການ​ຜະລິດ​ເກືອ​ແບບ​ມູນເຊື້ອ ມານຳໃຊ້​ວິທີ​ຜະລິດເກືອ ແບບປູ ຜ້າເຕັ້ນ ​ເພື່ອ​ນຳ​ມາ​ປະສິດທິຜົນ ແລະ ຄຸນນະພາບສູງໃຫ້ແກ່ ເກືອ ຂອງທ້ອງຖິ່ນ.

 


ບົດ:VNP/ເຊີນເຫງ້ຍ - ພາບ: ກົງດາດ - ແປໂດຍ: ຢືຟຽນ

 


Top