ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເນັ້ນໜັກເຖິງບັນດາໜ້າທີ່, ມາດຕະການຈຸດສຸມ, ການບຸກລະລຸໃນບັນດາຂົງເຂດເພື່ອເຮັດໃໝ່ບັນດາກຳລັງໜູນເຕີບໂຕແບບເກົ່າ, ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່; ຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ; ຜັນຂະຫຍາຍບັນດາມະຕິສຳຄັນຂອງກົມການເມືອງໃຫ້ເປັນຢ່າງດີ; ແກ້ໄຂບັນດາໂຄງການທີ່ຍັງປະສົບກັບຄວາມຫຍຸ້ງຍາກ…
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
“ປັບຕົວເຂົ້າກັບສະພາບການຢ່າງມີໄຫວພິບ ແລະ ປະສິດທິຜົນ ເພື່ອບັນລຸລະດັບການເຕີບໂຕ 8,3 – 8,5%”. ສິ່ງນີ້ໂດຍທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກໃນກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 04 ສິງຫາ ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເນັ້ນໜັກເຖິງບັນດາໜ້າທີ່, ມາດຕະການຈຸດສຸມ, ການບຸກລະລຸໃນບັນດາຂົງເຂດເພື່ອເຮັດໃໝ່ບັນດາກຳລັງໜູນເຕີບໂຕແບບເກົ່າ, ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່; ຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ; ຜັນຂະຫຍາຍບັນດາມະຕິສຳຄັນຂອງກົມການເມືອງໃຫ້ເປັນຢ່າງດີ; ແກ້ໄຂບັນດາໂຄງການທີ່ຍັງປະສົບກັບຄວາມຫຍຸ້ງຍາກ… ພ້ອມດຽວກັນນັ້ນ, ກໍຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ; ກະກຽມສົກຮຽນໃໝ່; ສ້າງ ແລະ ຜັນຂະຫຍາຍບັນດາແຜນຮ່າງການປ້ອງກັນ, ຕ້ານ ແລະ ຮັບມືກັບໄພພິບັດທຳມະຊາດ…
ກໍໃນກອງປະຊຸມດັ່ງກ່າວ, ບັນດາບົດລາຍງານໄດ້ຊີ້ໃຫ້ເຫັນວ່າ ສະພາບການເສດຖະກິດ - ສັງຄົມ ສືບຕໍ່ຮັກສາທ່າອ່ຽງຕັ້ງໜ້າ, ສ້າງປະຖົມປັດໄຈເພື່ອສູ້ຊົນປະຕິບັດຄາດໝາຍການບັນລຸລະດັບເຕີບໂຕທັງປີໃຫ້ໄດ້ 8,3 – 8,5%. ພື້ນຖານເສດຖະກິດສືບຕໍ່ທ່ວງທ່າເຕີບໂຕ, ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ; ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸນດ່ຽງໃຫຍ່ໄດ້ຮັບປະກັນ.
(ແຫຼ່ງຄັດຈາກ VOV)