ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງມາຮອດປັດຈຸບັນ, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພເກືອບ 209.000 ຫຼັງ ບັນລຸປະມານ 77% ໃນຈຳນວນຄວາມຕ້ອງການທັງໝົດ, ມີ 15 ແຂວງ, ນະຄອນໄດ້ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ຕອນເຊົ້າວັນທີ11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳສູນກາງຜັນຂະຫຍາຍການລົບລ້າງເຮືອນຢູ່ຊົວຄາວ, ເຮືອນເປເພໃນທົ່ວປະເທດ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳ ເພື່ອຕີລາຄາສະພາບການ, ໝາກຜົນຂອງການປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ ແລະ ໜ້າທີ່ໃນໄລຍະຈະມາເຖິງ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກຢູ່ສຳນັກງານລັດຖະບານ, ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງມາຮອດປັດຈຸບັນ, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພເກືອບ 209.000 ຫຼັງ ບັນລຸປະມານ 77% ໃນຈຳນວນຄວາມຕ້ອງການທັງໝົດ, ມີ 15 ແຂວງ, ນະຄອນໄດ້ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເຮືອນແຕ່ລະຫຼັງແມ່ນ ຂອງຂວັນ, ແມ່ນນ້ຳໃຈຄວາມຮັກແພງ, ແມ່ນຊາຍຄາອັນອົບອຸ່ນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ນ້ຳໃຈຄວາມຮັກແພງຂອງຊົນຊາດ, ຂອງພໍ່ແມ່ປະຊາຊົນ, ຂອງການແບ່ງເບົາຂອງທົ່ວສັງຄົມ.
(ແຫຼ່ງຄັດຈາກ VOV)