• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ແທັງ​ຮ​ວ໊າ ປີ 2026

ຕອນເຊົ້າວັນທີ 29 ມີນາ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມສົ່ງເສີມການລົງທຶນແຂວງ ແທັງຮວ໊າ ປີ 2026 ຢູ່ແຂວງ ແທັງຮວ໊າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ລັດຖະບານ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນບັນດາທ້ອງຖິ່ນ, ວິສາຫະກິດ, ຜົນສຳເລັດຂອງວິສາຫະກິດ ແມ່ນຜົນສຳເລັດຂອງປະເທດຊາດ, ຖືຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງວິສາຫະກິດ ກໍແມ່ນຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງຕົນເພື່ອພ້ອມກັນແກ້ໄຂ.
ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ແທັງ​ຮ​ວ໊າ ປີ 2026. (ພາບ: Dương Giang-TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: Dương Giang-TTXVN)

ໃນກອງປະຊຸມ, ບັນດາຜູ້ແທນ ໄດ້ຮັບຟັງການແນະນຳກ່ຽວກັບກຳລັງຄວາມສາມາດ, ທ່າແຮງ, ສະພາບແວດລ້ອມ ແລະ ສະພາບການລົງທຶນຂອງແຂວງ ແທັງຮວ໊າ. ທາງແຂວງ ກໍປະກາດບັນຊີລາຍຊື່ບັນດາໂຄງການບຸລິມະສິດດຶງດູດການລົງທຶນໄລຍະ 2026 – 2030, ລວມມີ 173 ໂຄງການນອນໃນ 6 ຂົງເຂດຕົ້ນຕໍ, ດ້ວຍເງິນລົງທຶນທັງໝົດຄາດວ່າກວ່າ 570.000 ຕື້ດົ່ງ, ເທົ່າກັບປະມານ 24 ຕື້ USD.

ພິເສດ, ການນຳແຂວງກໍມອບຂໍ້ຕົກລົງແຜນນະໂຍບາຍລົງທຶນ, ໃບຢັ້ງຢືນການລົງທຶນໃຫ້ແກ່ 28 ໂຄງການ ດ້ວຍມູນຄ່າປະມານ 30.000 ຕື້ດົ່ງ (ກວ່າ 1,13 ຕື້ USD); ບັນດາອົງການສຳນັກງານມອບບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກັບບັນດານັກລົງທຶນ 14 ໂຄງການ, ດ້ວຍມູນຄ່າການລົງທຶນທັງໝົດເກືອບ 73.000 ຕື້ດົ່ງ (2,7 ຕື້ USD) ໃນບັນດາຂົງເຂດພື້ນຖານໂຄງລ່າງຄົມມະນາຄົມ, ການບິນ, ເຂດອຸດສາຫະກຳ, lgoistics, ການຄົ້ນຄວ້າພັດທະນາ…

 ຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເອກອັກຄະລັດຖະທູດ Ito Naoki

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເອກອັກຄະລັດຖະທູດ Ito Naoki  ສືບຕໍ່ໃຫ້ຄວາມເອົາໃຈໃສ່, ຊຸກຍູ້ບັນດາໂຄງການຮ່ວມມືລົງທຶນກັບ ຫວຽດນາມ ລາຍກວ່າອີກ, ພ້ອມທັງເນັ້ນໜັກເຖິງຫຼັກການຮ່ວມມື “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລົງທຶນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ.

ທ່ານເອກອັກຄະລັດຖະທູດ Ito Naoki  ສະແດງຄວາມປາດຖະໜາວ່າ ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາໂຄງການຮ່ວມມືທີ່ພົ້ນເດັ່ນລະຫວ່າງສອງປະເທດຢ່າງມີປະສິດທິຜົນ ເຊັ່ນ: ໂຄງການກັ່ນຕອງນ້ຳມັນ ງິເຊີນ ແລະ ໂຄງການມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຟ້າມມງຈິງ ເຮັດວຽກກັບບໍລິສັດກັ່ນຕອງນ້ຳມັນ ງີເຊີນ ຈຳກັດ

ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບບໍລິສັດກັ່ນຕອງນ້ຳມັນ ງີເຊີນ ຈຳກັດ ແລະ ກວດກາການກໍ່ສ້າງສາງສະສົມນ້ຳມັນສຳຮອງຍຸດທະສາດ ງີເຊີນ. 

່(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່

ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່

ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່, ທັງເພີ່ມວົງເງິນການຄ້າ, ທັງສ້າງໂຄງປະກອບພື້ນຖານການເຕີບໂຕຄືນໃໝ່. ເມື່ອລັດຖະບານວາງເປົ້າໝາຍສົ່ງອອກໃຫ້ບັນລຸລະດັບເຕີບໂຕແຕ່ 15 – 16% ໃນປີ 2026, ເທົ່າກັບ 546 – 550 ຕື້ USD ນັ້ນ, ສິ່ງທ້າທາຍບໍ່ພຽງແຕ່ແມ່ນບັນຫາການຕະຫຼາດເທົ່ານັ້ນ, ຫາກຍັງແມ່ນບັນຫາ ຄຸນນະພາບ, ຄວາມເປັນເຈົ້າຕົນເອງ ແລະ ຄວາມສາມາດທົນທານຂອງພື້ນຖານເສດຖະກິດອີກດ້ວຍ.

Top