ຕອນເຊົ້າວັນທີ 29 ມີນາ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມສົ່ງເສີມການລົງທຶນແຂວງ ແທັງຮວ໊າ ປີ 2026 ຢູ່ແຂວງ ແທັງຮວ໊າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ລັດຖະບານ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນບັນດາທ້ອງຖິ່ນ, ວິສາຫະກິດ, ຜົນສຳເລັດຂອງວິສາຫະກິດ ແມ່ນຜົນສຳເລັດຂອງປະເທດຊາດ, ຖືຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງວິສາຫະກິດ ກໍແມ່ນຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງຕົນເພື່ອພ້ອມກັນແກ້ໄຂ.
ກອງປະຊຸມສົ່ງເສີມການລົງທຶນແຂວງ ແທັງຮວ໊າ ປີ 2026. (ພາບ: Dương Giang-TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: Dương Giang-TTXVN)
ໃນກອງປະຊຸມ, ບັນດາຜູ້ແທນ ໄດ້ຮັບຟັງການແນະນຳກ່ຽວກັບກຳລັງຄວາມສາມາດ, ທ່າແຮງ, ສະພາບແວດລ້ອມ ແລະ ສະພາບການລົງທຶນຂອງແຂວງ ແທັງຮວ໊າ. ທາງແຂວງ ກໍປະກາດບັນຊີລາຍຊື່ບັນດາໂຄງການບຸລິມະສິດດຶງດູດການລົງທຶນໄລຍະ 2026 – 2030, ລວມມີ 173 ໂຄງການນອນໃນ 6 ຂົງເຂດຕົ້ນຕໍ, ດ້ວຍເງິນລົງທຶນທັງໝົດຄາດວ່າກວ່າ 570.000 ຕື້ດົ່ງ, ເທົ່າກັບປະມານ 24 ຕື້ USD.
ພິເສດ, ການນຳແຂວງກໍມອບຂໍ້ຕົກລົງແຜນນະໂຍບາຍລົງທຶນ, ໃບຢັ້ງຢືນການລົງທຶນໃຫ້ແກ່ 28 ໂຄງການ ດ້ວຍມູນຄ່າປະມານ 30.000 ຕື້ດົ່ງ (ກວ່າ 1,13 ຕື້ USD); ບັນດາອົງການສຳນັກງານມອບບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກັບບັນດານັກລົງທຶນ 14 ໂຄງການ, ດ້ວຍມູນຄ່າການລົງທຶນທັງໝົດເກືອບ 73.000 ຕື້ດົ່ງ (2,7 ຕື້ USD) ໃນບັນດາຂົງເຂດພື້ນຖານໂຄງລ່າງຄົມມະນາຄົມ, ການບິນ, ເຂດອຸດສາຫະກຳ, lgoistics, ການຄົ້ນຄວ້າພັດທະນາ…
ຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເອກອັກຄະລັດຖະທູດ Ito Naoki
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເອກອັກຄະລັດຖະທູດ Ito Naoki ສືບຕໍ່ໃຫ້ຄວາມເອົາໃຈໃສ່, ຊຸກຍູ້ບັນດາໂຄງການຮ່ວມມືລົງທຶນກັບ ຫວຽດນາມ ລາຍກວ່າອີກ, ພ້ອມທັງເນັ້ນໜັກເຖິງຫຼັກການຮ່ວມມື “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລົງທຶນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ.
ທ່ານເອກອັກຄະລັດຖະທູດ Ito Naoki ສະແດງຄວາມປາດຖະໜາວ່າ ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາໂຄງການຮ່ວມມືທີ່ພົ້ນເດັ່ນລະຫວ່າງສອງປະເທດຢ່າງມີປະສິດທິຜົນ ເຊັ່ນ: ໂຄງການກັ່ນຕອງນ້ຳມັນ ງິເຊີນ ແລະ ໂຄງການມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມມງຈິງ ເຮັດວຽກກັບບໍລິສັດກັ່ນຕອງນ້ຳມັນ ງີເຊີນ ຈຳກັດ
ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບບໍລິສັດກັ່ນຕອງນ້ຳມັນ ງີເຊີນ ຈຳກັດ ແລະ ກວດກາການກໍ່ສ້າງສາງສະສົມນ້ຳມັນສຳຮອງຍຸດທະສາດ ງີເຊີນ.