• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 46

ຕອນເຊົ້າ ວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບບັນດາການນຳເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຊື່ງໄດ້ຈັດຕັ້ງຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການນຳບັນດາປະເທດ ທີ່ກອງປະຊຸມສຸດຍອດ ອາຊຽນ

ດ້ວຍຫົວຂໍ້ຂອງປີປະທານ ອາຊຽນ 2025 ແມ່ນ: “ກວມລວມ ແລະ ຍືນຍົງ”, ມາເລເຊຍ ໄດ້ພ້ອມກັບບັນດາປະເທດ ກຳນົດບາງເນື້ອໃນການຮ່ວມມືລະອຽດ, ສະແດງໃຫ້ເຫັນຜ່ານບັນດາຈຸດສຸມ: ບຸລິມະສິດປັບປຸງບົດບາດໃຈກາງຂອງ ອາຊຽນ ໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຜ່ານການພົບປະສົນທະນາ, ການທູດ ແລະ ເຈດຕະນາດີ, ເປີດກວ້າງການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງ ກັບບັນດາຄູ່ຮ່ວມມືພາຍນອກ; ການເຕີບໂຕແບບຍືນຍົງ ແລະ ກວມລວມ, ນຳເນື້ອໃນກວມລວມ ແລະ ຍືນຍົງເຂົ້າໃຈກາງຂອງວິວັດການກໍ່ສ້າງປະຊາຄົມ, ຊຸກຍູ້ການຮັດແຄບຊ່ອງຫວ່າງການພັດທະນາ ແລະ ຄວາມບໍ່ສະເຫມີພາບ,ຍົກສູງກຳລັງຄວາມສາມາດຮັບມື, ປັບຕົວໃຫ້ແທດເໝາະ ແລະ ສົມທົບກັບກະທຳ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວັນທີ 27 ພຶດສະພາ, ສະເຫຼີມສະຫຼອງ 11 ປີແຫ່ງວັນມູນເຊື້ອກົມຮັກສາສັນຕິພາບ ຫວຽດນາມ (27/5/2014 – 27/5/2025). ວິວັດການ 11 ປີແຫ່ງວັນເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ ສປຊ ໄດ້ຢັ້ງຢືນຖານະບົດບາດ ຫວຽດນາມ ບົນແຜນທີ່ປົກປັກຮັກສາສັນຕິພາບ ໂລກ.

Top