• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບປະທານສະພາສູງ ແລະ ສະພາຕ່ຳ ມາເລເຊຍ

ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບົດບາດຂອງ ມາເລເຊຍ ໃນການຮັບດຳລົງຕຳແໜ່ງປະທານ ອາຊຽນ ປີ 2025 ດ້ວຍຫົວຂໍ້ “ຍືນຍົງ ແລະ ກວມລວມ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບກັບທ່ານປະທານສະພາສູງ ມາເລເຊຍ Dato Awang Bemee Awang Ali Basah (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 25 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ ມາເລເຊຍ, ທີ່ນະຄອນຫຼວງ ກົວລາລຳເປີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ມາເລເຊຍ Dato Awang Bemee Awang Ali Basah ແລະ ທ່ານປະທານສະພາຕ່ຳ Dato’ Johari Bin Abdul.

        ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບົດບາດຂອງ ມາເລເຊຍ ໃນການຮັບດຳລົງຕຳແໜ່ງປະທານ ອາຊຽນ ປີ 2025 ດ້ວຍຫົວຂໍ້ “ຍືນຍົງ ແລະ ກວມລວມ” ແລະ ປະທານສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 46. ກ່ຽວກັບການພົວພັນ ຫວຽດນາມ - ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຈົ່ງສົມທົບກັນຜັນຂະຫຍາຍບັນດາມາດຕະການຢ່າງແຮງ ເພື່ອນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 20 ຕື້ USD ຕາມທິດສ້າງຄວາມດຸ່ນດ່ຽງ; ມາເລເຊຍ ໜູນຊ່ວຍບຳລຸງສ້າງໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ ຫວຽດນາມ ກ່ຽວກັບຂັ້ນຕອນການຜະລິດ ແລະ ອອກໃບຢັ້ງຢືນ Halal; ສູ້ຊົນລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດ Halal ໃນໄລຍະຈະມາເຖິງ…

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ການນຳສະພາແຫ່ງຊາດ ມາເລເຊຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກ, ຂໍ້ຕົກລົງທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ພ້ອມກັນນັ້ນ, ກໍ່ເຮັດສຳເລັດການເຈລະຈາ ແລະ ລົງນາມໃນສັນຍາ, ຂໍ້ຕົກລົງສຳຄັນກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານທະເລ, ການສຶກສາ… ໂດຍໄວ. 2 ຝ່າຍກໍ່ສົ່ງເສີມການເປີດບັນດາສາຍການບິນໂດຍກົງເຊື່ອມຕໍ່ທ້ອງຖິ່ນທີ່ມີຊື່ສຽງລະຫວ່າງ 2 ປະເທດ, ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າ, ການທ່ອງທ່ຽວ; ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງນີິ້ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດຂອງກັນ.

(ແຫຼ່ງຄັດຈາກ VOV)

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວັນທີ 27 ພຶດສະພາ, ສະເຫຼີມສະຫຼອງ 11 ປີແຫ່ງວັນມູນເຊື້ອກົມຮັກສາສັນຕິພາບ ຫວຽດນາມ (27/5/2014 – 27/5/2025). ວິວັດການ 11 ປີແຫ່ງວັນເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ ສປຊ ໄດ້ຢັ້ງຢືນຖານະບົດບາດ ຫວຽດນາມ ບົນແຜນທີ່ປົກປັກຮັກສາສັນຕິພາບ ໂລກ.

Top