ວຽກງານສ້າງລະບອບລະບຽບການ, ກົດໝາຍ ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳປະຕິບັດເປັນພິເສດຈາກພັກ, ລັດ, ເຖິງຢ່າງໃດກໍ່ຕາມ, ໃນວິວັດການປະຕິບັດອາດຈະມີຫຼາຍບັນຫາເກີດຂຶ້ນ, ຍ້ອນນີ້ແມ່ນບັນຫາໃໝ່, ທົດລອງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ຕອນບ່າຍວັນທີ 07 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຊາບຊຶມ, ຜັນຂະຫຍາຍການປະຕິບັດກົດໝາຍ, ມະຕິສະບັບຕ່າງໆ ທີ່ສະພາແຫ່ງຊາດຊຸດທີ 15 ຮັບຮອງເອົາໃນກອງປະຊຸມວິສາມັນຄັ້ງທີ 9. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກເຊື່ອມຕໍ່ຈາກລັດຖະບານກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
ກອງປະຊຸມວິສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 4 ສະບັບ, ມະຕິ 5 ສະບັບກ່ຽວຂ້ອງເຖິງການຊັບຊ້ອນກົງຈັກລັດ; ປະກາດເອກະສານກຳນົດກົດໝາຍ; ບັນດາມະຕິກຳນົດກົນໄກ, ນະໂຍບາຍພິເສດສະເພາະ, ສົ່ງເສີມການພັດທະນາວິທະຍາສາດ, ເຕັກໂນໂລຊີ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ວຽກງານສ້າງລະບອບລະບຽບການ, ກົດໝາຍ ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳປະຕິບັດເປັນພິເສດຈາກພັກ, ລັດ, ເຖິງຢ່າງໃດກໍ່ຕາມ, ໃນວິວັດການປະຕິບັດອາດຈະມີຫຼາຍບັນຫາເກີດຂຶ້ນ, ຍ້ອນນີ້ແມ່ນບັນຫາໃໝ່, ທົດລອງ. ສະນັ້ນ, ບັນດາຝ່າຍຕ້ອງຮັບຟັງຄຳເຫັນສ່ອງແສງຄືນ, ການປະກອບຄຳເຫັນຂອງນັກວິທະຍາສາດ, ຜູ້ເຄື່ອນໄຫວຕົວຈິງ, ປະຊາຊົນ ແລະ ວິສາຫະກິດ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ວຽກງານຜັນຂະຫຍາຍການປະຕິບັດກົດໝາຍ, ດ້ວຍວິທີເຮັດຄືໃນໄລຍະຜ່ານມາ, ນັບມື້ນັບປ່ຽນແປງໃໝ່, ມີວິຊາຊີບ, ມີແບບມີແຜນ, ບັນລຸປະສິດທິພາບ, ປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງໃນຕົວຈິງທີ່ໄດ້ວາງອອກ.
(ແຫຼ່ງຄັດຈາກ VOV)