ເສດຖະກິດພາກເອກະຊົນແມ່ນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ໂດຍສະເພາະແມ່ນໃຫ້ແກ່ການເຕີບໂຕ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
ຕອນບ່າຍວັນທີ 03 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ກ່ຽວກັບບາງມາດຕະການແກ້ໄຂຍຸດທະສາດ ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາເສດຖະກິດພາກເອກະຊົນ ຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ເສດຖະກິດພາກເອກະຊົນແມ່ນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ໂດຍສະເພາະແມ່ນໃຫ້ແກ່ການເຕີບໂຕ; ພ້ອມກັບເສດຖະກິດຂອງລັດ ແລະ ເສດຖະກິດລວມໝູ່ແມ່ນກຳລັງແກ່ນສານເພື່ອນຳ ຫວຽດນາມ ສືບຕໍ່ພັດທະນາແບບຍືນຍົງກວ່າ. ສະນັ້ນ, ໃນໄລຍະຈະມາເຖິງ, ພັກ, ລັດ ຈະມີບັນດາການລັດຖະນະໂຍບາຍໃຫຍ່, ສຳລັບເພື່ອສ້າງກຳລັງໜູນໃຫ້ແກ່ເຂດເສດຖະກິດເອກະຊົນພັດທະນາຢ່າງແຮງ, ເພື່ອໃຫ້ປະຊາຄົມວິສາຫະກິດພັດທະນາຢ່າງວັດທະນາຖາວອນ, ປະກອບສ່ວນຢ່າງເໝາະສົມເຂົ້າໃນວິວັດການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ.
ທ່ານເລຂາທິການໃຫຍ່ກໍ່ຮຽກຮ້ອງສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດ ເພື່ອສ້າງເງື່ອນໄຂສະດວກ ແລະ ສະພາບແວດລ້ອມທີ່ສະດວກໃຫ້ແກ່ວິສາຫະກິດພາກເອກະຊົນພັດທະນາໂດຍໄວຢ່າງຍືນຍົງ, ຍາວນານ.
(ແຫຼ່ງຄັດຈາກ VOV)