• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄປ ອິນໂດເນເຊຍ: ຢືນຢັນການພົວພັນຄູ່ຮ່ວມມື 70 ປີຢ່າງແໜ້ນແຟ້ນ

ໃນການຢ້ຽມຢາມຄັ້ງນີ້, ຄາດວ່າ ການນຳ 2 ທ່ານຈະແລກປ່ຽນ, ພົບປະເຈລະຈາກ່ຽວກັບບັນດາມາດຕະການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ.
(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ)

ວັນທີ 09 ມີນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ຈະເລີ່ມດຳເນີນການຢ້ຽມຢາມ ອິນໂດເນເຊຍ ທາງລັດຖະກິດ, ຢ້ຽມຢາມຄະນະເລຂາ ອາຊຽນ ແລະ ຢ້ຽມຢາມ ສ.ສິງກະໂປ ຢ່າງເປັນທາງການ (ແຕ່ວັນທີ 09 – 13 ມີນາ). ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ຄາດວ່າ ການນຳ 2 ທ່ານຈະແລກປ່ຽນ, ພົບປະເຈລະຈາກ່ຽວກັບບັນດາມາດຕະການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ປະເທດເປັນເອກະພາບບັນດາມາດຕະການ ເພື່ອແນໃສ່ບັນລຸເປົ້າໝາຍນຳວົງເງິນການຄ້ານຳເຂົ້າຂຶ້ນເປັນ 18 ຕື້ USD ໃນປີ 2028:

        “ວົງເງິນການຄ້າ 2 ສົ້ນຂອງ 2 ປະເທດໄດ້ລືນກາຍລະດັບ 16 ຕື້ USD ໃນປີ 2024. 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນ. ກ່ຽວກັບດ້ານຕະຫຼາດ ອິນໂດເນເຊຍ ມີປະຊາກອນ 270 ລ້ານຄົນ ແລະ  ຫວຽດນາມ ມີປະຊາກອນກວ່າ 100 ລ້ານຄົນ, ນີ້ແມ່ນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອໃຫ້ 2 ປະເທດສືບຕໍ່ສາມາດເພີ່ມທະວີການພົວພັນດ້ານການຄ້າໃຫ້ຫຼາຍກວ່າ”.

        ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Arrmanatha Christiawan Nasir, ຖືວ່າ ໃນສະພາບປະຈຸບັນ, ຂົງເຂດວັດທະນະທຳ, ການພົບປະແລກປ່ຽນວັດທະນະທຳ ຫຼື ການທ່ອງທ່ຽວກໍ່ມີຄວາມສຳຄັນຍິ່ງ ແລະ ຕ້ອງໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ວັນທີ 07 ມີນາ, ສື່ມວນ ອິນໂດເນເຊຍ ໄດ້ເອົາລົງຫຼາຍຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ. ບັນດາບົດຂຽນເນັ້ນໜັກວ່າ, ການຢ້ຽມຢາມນີ້ຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ ອິນໂດເນເຊຍ ແລະ  ຫວຽດນາມ, ພ້ອມກັນນັ້ນ, ເປີດໂອກາດຮ່ວມມືໃໝ່ໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

ວັນ​ແມ່​ຍິງສາ​ກົນ (8 ມີ​ນາ): ສ​ປ​ຊ ກ່າວ​ເຕືອນ​ສິດ​ຂອງ​ແມ່​ຍິງ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ບັນ​ດາ​ໄພ​ນາບ​ຂູ່​ໃໝ່

ວັນ​ແມ່​ຍິງສາ​ກົນ (8 ມີ​ນາ): ສ​ປ​ຊ ກ່າວ​ເຕືອນ​ສິດ​ຂອງ​ແມ່​ຍິງ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ບັນ​ດາ​ໄພ​ນາບ​ຂູ່​ໃໝ່

ຄະນະກຳມະການ ເອີລົບ (EC) ໄດ້ປະກາດຢ່າງເປັນທາງການ ເສັ້ນທາງສິດຂອງແມ່ຍິງ ແລະ ສະເໜີບົດລາຍງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2025.

Top