ຄະນະກຳມະການ ເອີລົບ (EC) ໄດ້ປະກາດຢ່າງເປັນທາງການ ເສັ້ນທາງສິດຂອງແມ່ຍິງ ແລະ ສະເໜີບົດລາຍງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2025.
ວັນທີ 7 ມີນາ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຢູ່ສະມັດຊາໃຫ່ຍ ສປຊ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ກ່າວເຕືອນວ່າ ສະພາບຈຳແນກການປະພຶດຕໍ່ແມ່ຍິງທີ່ແກ່ຍາວໃນເວລາເປັນສັດຕະວັດ ພວມຖືກໜັກໜ່ວງກ່ວາ ຍ້ອນບັນດາໄພນາບຂູ່ໃໝ່. ສິດຂອງແມ່ຍິງພວມຖືກບຸກໂຈມຕີ ແລະ ໂລກບໍ່ສາມາດເຫັນບັນດາຄວາມກ້າວໜ້າຖືກຕ່າວປີ້ນໄດ້.
ເຫັນດີນຳທ່ານເລຂາທິການໃຫ່ຍ ສປຊ, ທ່ານນາງ Sima Sami Bahous, ຜູ້ອຳນວຍການຝ່າຍບໍລິຫານຂອງອົງການ ສປຊ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ້ຍິງ (UN Women), ໃຫ້ຮູ້ວ່າ ເປົ້າໝາຍ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ກາຍເປັນບັນຫາຮິບດ່ວນຍິ່ງກ່ວາເວລາໃດໝົດ ຂະນະທີ່ບັນດາສິ່ງກີດຂວາງບົນເສັ້ນທາງນັ້ນ ພັດຈະແຈ້ງກ່ວາ, ຕ້ອງການຄວາມຕັດສິນໃຈທີ່ໝັ້ນຄົງໜັກແໜ້ນກ່ວາ.
ໃນວັນດຽວກັນ, ຄະນະກຳມະການ ເອີລົບ (EC) ໄດ້ປະກາດຢ່າງເປັນທາງການ ເສັ້ນທາງສິດຂອງແມ່ຍິງ ແລະ ສະເໜີບົດລາຍງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2025. ນີ້ແມ່ນບາດກ້າວເດີນສຳຄັນ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ສະຫະພາບ ເອີລົບ (EU), ພ້ອມທັງສ່ອງແສງຄຳໝັ້ນສັນຍາຢ່າງແຮງຂອງ EU ທີ່ມີຕໍ່ສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ, ຈາກນັ້ນຈະສ້າງສັງຄົມແຫ່ງຄວາມຍຸດຕິທຳ ແລະ ສະເໝີພາບກ່ວາອີກ.
(ແຫຼ່ງຄັດຈາກ VOV)