• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກປີ 2025”

ງານແຂ່ງຂັນແລ່ນດັ່ງກ່າວເພື່ອປະກອບສ່ວນແຜ່ຂະຫຍາຍສານ “ຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນໝົດທຸກຄົນ, ປະຊາຄົມ ແລະ ວິສາຫະກິດໃນທົ່ວປະເທດ ພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
(ງານແຂ່ງຂັນແລ່ນຕອບສະໜອງ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກປີ 2025”)

ຕອນເຊົ້າວັນທີ 08 ມີນາ, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກປີ 2025” ແລະ ງານແຂ່ງຂັນແລ່ນຕອບສະໜອງ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກປີ 2025”.

        ທີ່ພິທີປຸກລະດົມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮ່ວາງລອງ ໃຫ້ຮູ້ວ່າ: ງານແຂ່ງຂັນແລ່ນດັ່ງກ່າວເພື່ອປະກອບສ່ວນແຜ່ຂະຫຍາຍສານ “ຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນໝົດທຸກຄົນ, ປະຊາຄົມ ແລະ ວິສາຫະກິດໃນທົ່ວປະເທດ ພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ, ມຸ່ງໄປເຖິງອະນາຄົດ Net Zero, ອະນາຄົດສີຂຽວ ແລະ ຍືນຍົງ:

        “ລັດຖະບານ ຫວຽດນາມ ໄດ້ມີຄຳໝັ້ນສັນຍາວ່າ ປະຕິບັດການປ່ອຍອາຍພິດລົງ 0 ໃນປີ 2050 ທີ່ກອງປະຊຸມ COP 26, ແລະ ຫຼັງຈາກນັ້ນ, ຫວຽດນາມ ມີຫຼາຍລັດຖະນະໂຍບາຍສຳຄັນເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ເສັ້ນທາງ, ວິວັດການຫັນປ່ຽນພະລັງງານ. ສະນັ້ນ, ໃນຊຸມປີຜ່ານມາ ກະຊວງອຸດສາຫະກຳການຄ້າ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍຫຼາຍນະໂຍບາຍສຳຄັນໃນວິວັດການຫັນປ່ຽນພະລັງງານ ແລະ ພິເສດແມ່ນໃນການປະຢັດພະລັງງານ, ນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ”.

        ນອກຈາກງານແຂ່ງຂັນແລ່ນດັ່ງກ່າວ, ຈຸດພົ້ນເດັ່ນ “ມອດໄຟໃນເວລາ 1 ຊົ່ວໂມງຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ” ຈະຈັດຂຶ້ນໃນເວລາ 20 ໂມງ 30 ນາທີຮອດເວລາ 21 ໂມງ 30 ນາທີ, ວັນທີ 22 ມີນາ.

(ແຫຼ່ງຄັດຈາກ VOV)

ວັນ​ແມ່​ຍິງສາ​ກົນ (8 ມີ​ນາ): ສ​ປ​ຊ ກ່າວ​ເຕືອນ​ສິດ​ຂອງ​ແມ່​ຍິງ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ບັນ​ດາ​ໄພ​ນາບ​ຂູ່​ໃໝ່

ວັນ​ແມ່​ຍິງສາ​ກົນ (8 ມີ​ນາ): ສ​ປ​ຊ ກ່າວ​ເຕືອນ​ສິດ​ຂອງ​ແມ່​ຍິງ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ບັນ​ດາ​ໄພ​ນາບ​ຂູ່​ໃໝ່

ຄະນະກຳມະການ ເອີລົບ (EC) ໄດ້ປະກາດຢ່າງເປັນທາງການ ເສັ້ນທາງສິດຂອງແມ່ຍິງ ແລະ ສະເໜີບົດລາຍງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2025.

Top