ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນຜູ້ຕາງໜ້າຂອງແມ່ຍິງທຸກຂັ້ນ ໃນວຽກງານເປັນເສນາທິການບັນດານະໂຍບາຍໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງ ຫວຽດນາມ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ)
ຕອນເຊົ້າວັນທີ 08 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບນັກວິລະຊົນກຳລັງປະກອບອາວຸດປະຊາຊົນຍິງ, ວິລະຊົນແຮງງານຍິງ, ນາຍພົນຍິງ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຈັດລາງວັນ Kovalevskaia ແລະ ມອບລາງວັນ Kovalevskaia ປີ 2024.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ອວຍພອນນັກວິທະຍາສາດຍິງ 2 ຄົນໄດ້ຮັບລາງວັນ Kovalevskaia ປີ 2024, ແມ່ນ: ທ່ານຮອງສາດສະດາຈານ, ປະລິນຍາເອກ, ນາງ ຫງວຽນມິງເຕີນ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແລະ ທ່ານຮອງສາດສະດາຈານ, ປະລິນຍາເອກ, ນາງ ດັ້ງທິມິຢຸງ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາຂອງແມ່ຍິງ ແລະ ວຽກງານແມ່ຍິງ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທຸກດ້ານຂອງຊີວິດສັງຄົມ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນຜູ້ຕາງໜ້າຂອງແມ່ຍິງທຸກຂັ້ນ ໃນວຽກງານເປັນເສນາທິການບັນດານະໂຍບາຍໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງ ຫວຽດນາມ ເວົ້າລວມ, ບັນດານັກຄົ້ນຄວ້າວິທະຍາສາດຍິງເວົ້າສະເພາະ ສືບຕໍ່ເສີມຂະຫຍາຍຄວາມເກັ່ງກ້າສາມາດ, ພູມປັນຍາ, ການອຸທິດສ່ວນເພື່ອຄວາມກ້າວໜ້າ ແລະ ການພັດທະນາຂອງແມ່ຍິງ.
“ພວກເຮົາປາດຖະໜາ ແລະ ເຊື່ອໝັ້ນວ່າ, ແມ່ຍິງ ຫວຽດນາມ ຈະນັບມື້ນັບຮັກສາ, ພັດທະນາມູນເຊື້ອ ພະນາງ ຈຶງ, ພະນາງ ຈ້ຽວ ໄວ້ຢ່າງໝັ້ນຄົງ, ສົມທົບກັບບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອປະຫວັດສາດທີ່ສະຫງ່າອົງອາດ ແລະ ໝູນໃຊ້ຢ່າງມີຫົວຄິດປະດິດຄິດສ້າງໃນເງື່ອນໄຂ ຫວຽດນາມ ແລະ ສະພາບການສາກົນໃນປະຈຸບັນ ເພື່ອໃຫ້ພວກເຮົາເສີມຂະຫຍາຍແຫຼ່ງກຳລັງຂອງແມ່ຍິງໃຫ້ເປັນຢ່າງດີທີ່ສຸດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
(ແຫຼ່ງຄັດຈາກ VOV)