• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ຕົກລົງພາສີອາກອນ ອາເມລິກາ - ອີຢູ: ຢຸດຕິສະພາບບໍ່ມີທາງອອກຂ້າມມະຫາສະໝຸດອັດລັງຕິກ

ຕາມເນື້ອໃນຂອງຂໍ້ຕົກລົງທີ່ການນຳ 2 ທ່ານປະກາດຕໍ່ວົງການນັກຂ່າວແລ້ວ, ອາເມລິກາ ຈະຈັດວາງອັດຕາພາສີພື້ນຖານ 15% ສຳລັບສິນຄ້າສ່ວນຫຼາຍຂອງ ອີຢູ ທີ່ສົ່ງໄປ ອາເມລິກາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (ອີຊີ) (ພາບ: REUTERS/Evelyn Hockstein)

ວັນທີ 27 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (ອີຊີ), ໄດ້ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງດ້ານພາສີອາກອນລະຫວ່າງ ອາເມລິກາ ແລະ ສະຫະພາບ ເອີລົບ (ອີຢູ), ຢຸດຕິສະພາບບໍ່ມີທາງອອກດ້ານການຄ້າທີ່ແກ່ຍາວລະຫວ່າງ 2 ພັນທະມິດຍຸດທະສາດ, ເຖິງວ່າໄດ້ສ້າງຄວາມລະແວງສົງໄສຫຼາຍຢ່າງຢູ່ ເອີລົບ.

ຂໍ້ຕົກລົງດ້ານການຄ້າເພື່ອແນໃສ່ຢຸດຕິການປະທະກັນດ້ານພາສີອາກອນລະຫວ່າງ ອາເມລິກາ ແລະ ອີຢູ ບັນລຸໄດ້ພາຍຫຼັງກອງປະຊຸມລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາງ Ursula von der Leyen, ປະທານ ອີຊີ ໃນວັນທີ 27 ກໍລະກົດ, ຢູ່ Turnberry, Scotland.

ຢຸດຕິສະພາບທີ່ບໍ່ມີການກຳນົດເວລາ

ຕາມເນື້ອໃນຂອງຂໍ້ຕົກລົງທີ່ການນຳ 2 ທ່ານປະກາດຕໍ່ວົງການນັກຂ່າວແລ້ວ, ອາເມລິກາ ຈະຈັດວາງອັດຕາພາສີພື້ນຖານ 15% ສຳລັບສິນຄ້າສ່ວນຫຼາຍຂອງ ອີຢູ ທີ່ສົ່ງໄປ ອາເມລິກາ. ສຳລັບບັນດາຂົງເຂດສຳຄັນອື່ນຂອງ ອີຢູ, ຄື: ເຮືອບິນ, ອຸປະກອນການບິນ, ຜະລິດຕະພັນເຄມີ ຫຼື ວັດຖຸທີ່ຈຳເປັນຈຳນວນໜຶ່ງ… ອັດຕາພາສີຍັງບໍ່ທັນໄດ້ປະກາດເທື່ອ ແລະ ອາດຈະນອນຢູ່ບັນດາການເຈລະຈາດ້ານເຕັກນິກລະອຽດທີ່ ອາເມລິກາ ແລະ ອີຢູ ຈະດຳເນີນໃນໄລຍະຈະມາເຖິງ. ປ່ຽນແທນອັດຕາພາສີ 15%, ອີຢູ ຮັກສາອັດຕາພາສີ 0% ສຳລັບສິນຄ້າຂອງ ອາເມລິກາ, ຍອມຊື້ພະລັງງານດ້ວຍຈຳນວນເງິນ 750 ຕື້ USD ຈາກ ອາເມລິກາ, ກໍຄືໃຫ້ຄຳໝັ້ນສັນຍາລົງທຶນ 600 ຕື້ USD ເຂົ້າ ອາເມລິກາ ໃນຊຸມປີຈະມາເຖິງ.

ເລື່ອງ ອາເມລິກາ - ອີຢູ ບັນລຸຂໍ້ຕົກລົງກ່ອນຈຸດເວລາກຳນົດສຸດທ້າຍຄືວັນທີ 01 ສິງຫາ ໄດ້ຊ່ວຍໃຫ້ທັງ 2 ຝ່າຍແກ້ໄຂຄວາມວິຕົກກັງວົນຫຼາຍຢ່າງ. ທ່ານນາງ Ursula von der Leyen, ຖືວ່າ:

“ຂໍ້ຕົກລົງນີ້ໄດ້ສ້າງຄວາມແນ່ນອນ ໃນຈຸດເວລາທີ່ບໍ່ແນ່ນອນ ແລະ ນຳມາເຊິ່ງຄວາມສະຖຽນລະພາບ, ອາດຈະຄາດຄະເນໄດ້ໃຫ້ແກ່ພົນລະເມືອງ ແລະ ວິສາຫະກິດຢູ່ 2 ຝັ່ງມະຫາສະໝຸດອັດລັງຕິກ. ພຽງໃນເວລາ 2  3 ອາທິດ, ພາຍຫຼັງກອງປະຊຸມສຸດຍອດມະຫາສະໝຸດອັດລັງຕິກເໜືອ (NATO), ຂໍ້ຕົກລົງນີ້ຈະເປັນພື້ນຖານທີ 2 ຢືນຢັນຄືນການພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດອັດລັງຕິກ”.

ເບິ່ງລວມແລ້ວ, ບັນດາຕະຫຼາດການເງິນທົ່ວໂລກມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ຂໍ້ຕົກລົງ ອາເມລິກາ - ອີຢູ, ແຕ່ວົງການນັກດຳເນີນທຸລະກິດ ແລະ ລົງທຶນຢູ່ ເອີລົບ ພັດບໍ່ມີຄວາມປະເອີບໃຈ. ເລື່ອງ ອີຢູ ບໍ່ບັນລຸເປົ້າໝາຍເບື້ອງຕົ້ນແມ່ນນຳອັດຕາພາສີຂອງ ອາເມລິກາ ລົງ 0%, ບວກກັບເລື່ອງຕ້ອງຍົກອອກບັນດາຄຳໝັ້ນສັນຍານັບພັນຕື້ USD ກ່ຽວກັບການຊື້ສິນຄ້າ ອາເມລິກາ ແລະ ລົງທຶນເຂົ້າ ອາເມລິກາ, ຊີ້ໃຫ້ເຫັນວ່າ ກຸ່ມນີ້ໄດ້ໃຫ້ບຸລິມະສິດແກ່ເລື່ອງຫຼີກລ້ຽງແຜນການຮ້າຍແຮງທີ່ສຸດແມ່ນເກີດການປະທະກັນດ້ານການຄ້າຢ່າງຮອບດ້ານກັບ ອາເມລິກາ. ທ່ານຫົວໜ້າຊ່ຽວຊານເສດຖະກິດຂອງທະນາຄານ ING (ໂຮນລັງ), Carsten Brzeski ມີຂໍ້ສັງເກດທີ່ຄ້າຍຄືກັນວ່າ:

“ອັດຕາພາສີ 15% ໃນເບື້ອງຕົ້ນ, ເບິ່ງຄືວ່າແມ່ນດີ, ພິເສດ, ເມື່ອ ອີຢູ ເຄີຍຖືກນາບຂູ່ຈັດວາງອັດຕາພາສີ 25% ຫຼື 30%, ແຕ່ເມື່ອທຽບໃສ່ອັດຕາພາສີໃນຕົ້ນປີແລ້ວ 15% ແມ່ນຍັງຫຼາຍຢູ່. ສິ່ງດັ່ງກ່າວມີຄວາມໝາຍວ່າ, ຖ້າມີຝ່າຍໜຶ່ງທີ່ຖືກເສຍຫາຍໃນການເຈລະຈານີ້ ນັ້ນຈະແມ່ນ ເອີລົບ, ຍ້ອນຄວາມເສຍຫາຍດ້ານເສດຖະກິດສຳລັບ ເອີລົບ ຈະສູງກວ່າຫຼາຍພໍສົມຄວນ ເມື່ອທຽບໃສ່ຄວາມເສຍຫາຍທີ່ອາດຈະເກີດຂຶ້ນຍ້ອນໄພເງິນເຟີ້ສຳລັບ ອາເມລິກາ”.

ບໍ່ແມ່ນການສິ້ນສຸດ

ການນຳບັນດາປະເທດສະມາຊິກ ອີຢູ ຮັບເອົາຂໍ້ຕົກລົງດ້ານການຄ້າ ອາເມລິກາ - ອີຢູ ຢ່າງລະມັດລະວັງ, ເມື່ອສ່ວນຫຼາຍລ້ວນແຕ່ຖືວ່າ “ນີ້ແມ່ນຂໍ້ຕົກລົງເສຍຫາຍໜ້ອຍສຸດສຳລັບ ອີຢູ ໃນສະພາບການປະຈຸບັນ, ຫາກບໍ່ແມ່ນຂໍ້ຕົກລົງທີ່ດີ”. ທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz ຖະແຫຼງວ່າ, ຍາກທີ່ທ່ານຈະມີຄວາມເພິ່ງພໍໃຈຕໍ່ໝາກຜົນການເຈລະຈາກັບ ອາເມລິກາ ແລະ ຢືນຢັນວ່າ, ຂໍ້ຕົກລົງ ອາເມລິກາ - ອີຢູ ຈະກໍ່ຄວາມເສຍຫາຍຫຼາຍພໍສົມຄວນໃຫ້ແກ່ພື້ນຖານເສດຖະກິດສຸມໃສ່ການສົ່ງອອກສ່ວນຫຼາຍຄື ເຢຍລະມັນ. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກໍ່ຍອມຮັບວ່າ ທ່ານບໍ່ຄອງຄອຍທີ່ຈະບັນລຸໄດ້ຂໍ້ຕົກລົງທີ່ດີກວ່າໃນຈຸດເວລານີ້. ການນຳບັນດາປະເທດ ອີຕາລີ, ໂຮນລັງ ຫຼື ສ.ອຽກລັງ ກໍ່ໄດ້ແບ່ງປັນທັດສະນະທີ່ຄ້າຍຄືກັນ. ໂດຍມີຂໍ້ສັງເກດເຊັ່ນດຽວກັນ, ທ່ານນາງ Cinzia Alcidi, ນັກຊ່ຽວຊານຢູ່ສູນຄົ້ນຄວ້ານະໂຍບາຍ ເອີລົບ (CEPS), ມີສຳນັກງານຕັ້ງຢູ່ ບຣຸກແຊນ, ປະເທດ ແບນຊິກ, ຕີລາຄາວ່າ:

“ຂ້າພະເຈົ້າຄິດວ່າ, ບາດກ້າວຕໍ່ໄປແມ່ນບັນລຸສັນຍາຢ່າງແທ້ຈິງ, ສ່ວນປະຈຸບັນຍັງແມ່ນຂໍ້ຕົກລົງດ້ານການເມືອງ. ພວກເຮົາຕ້ອງມີຂໍ້ຕົກລົງດ້ານການຄ້າດ້ວຍລາຍລັກອັກສອນຢ່າງຄົບຖ້ວນ ແລະ ຂ້າພະເຈົ້າຄິດວ່າ ນີ້ນີ້ຈະມີຜົນປະໂຫຍດໃຫ້ ເອີລົບ”.

ຕາມວົງການນັກສັງເກດການແລ້ວ, ມີມາດຕາຈຳນວນໜຶ່ງຂອງຂໍ້ຕົກລົງທີ່ຍັງບໍ່ທັນຈະແຈ້ງ ແລະ ອາດຈະສ້າງພື້ນທີ່ການເຈລະຈາໃຫ້ແກ່ ອີຢູ ຂຸດຄົ້ນໃນຊຸມປີຈະມາເຖິງ, ພິເສດແມ່ນເນື້ອໃນ ອີຢູ ໃຫ້ຄຳໝັ້ນສັນຍາລົງທຶນຈຳນວນເງິນ 600 ຕື້ USD ເຂົ້າ ອາເມລິກາ. ຕາມນັກຊ່ຽວຊານ Carsten Brzeski ແລ້ວ, ຄະນະກຳມະການ ເອີລົບ ບໍ່ມີສິດຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຫຼື ບໍລິສັດເອກະຊົນ ລົງທຶນເຂົ້າປະເທດອື່ນຄືແນວໃດ, ສະນັ້ນ, ເລື່ອງ ອີຢູ ຈະປະຕິບັດຄຳໝັ້ນສັນຍານີ້ຄືແນວໃດກໍ່ຍັງແມ່ນຄຳຖາມໃຫຍ່ຢູ່.

(ແຫຼ່ງຄັດຈາກ VOV)

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ພິທີເປີດສະຫຼອງແມ່ນການສືບທອດມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ, ແມ່ນສັນຍາລັກໃຫ້ແກ່ການສືບທອດຂອງຄົນລຸ່ນຕ່າງໆ, ໃຫ້ແກ່ການກຽມພ້ອມພັດທະນາ, ຮ່ວມມືລະຫວ່າງ ລັດເຊຍ ແລະ ຫວຽດນາມ.

Top