• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ

ບັນຫາສຳຄັນ, ຫຼັກແຫຼ່ງທີ່ສຸດແມ່ນ ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ.
(ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ)

ກຳລັງໜູນໃໝ່ໃຫ້ແກ່ກາພັດທະນາເສດຖະກິດ”. ນີ້ແມ່ນຫົວຂໍ້ບົດຂຽນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມໄດ້ປະກາດໃນວັນທີ 11 ພຶດສະພາ.

ເປີດສາກບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນຢ່າງແນວແນ່ຕໍ່ເປົ້າໝາຍເອກະລາດຊົນຊາດ ຕິດພັນກັບລັດທິສັງຄົມນິຍົມແມ່ນການຄັດເລືອກທີ່ສະຫຼາດສ່ອງໃສ, ຖືກຕ້ອງຂອງພັກກອມມູນິດ ຫວຽດນາມ. ເພື່ອສ້າງລັດທິສັງຄົມນິຍົມໃຫ້ບັນລຸຜົນສຳເລັດ ດ້ວຍບັນດາຈຸດພິເສດສະເພາະທີ່ໂຄງການການເມືອງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນລັດທິສັງຄົມນິຍົມ (ເພີ່ມເຕີມ, ພັດທະນາປີ 2021) ຂອງພັກ ໄດ້ກຳນົດໄວ້, ການເຄື່ອນໄຫວຜະລິດວັດຖຸຂອງມະນຸດມີຄວາມໝາຍຕັດສິນທີ່ສຸດ, ດ້ວຍສະມັດຕະພາບການອອກແຮງງານສູງແມ່ນປັດໄຈແກ່ນສານ.
ເພື່ອພັດທະນາເສດຖະກິດເອກະຊົນ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ, ບັນຫາສຳຄັນ, ຫຼັກແຫຼ່ງທີ່ສຸດແມ່ນ ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ດ້ວຍບັນດາການປ່ຽນແປງມີລັກສະນະບາດລ້ຽວດ້ານຈີນຕະນາການ, ຄວາມຮັບຮູ້, ການກະທຳ.

ວັນທີ 04 ພຶດສະພາ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ດ້ວຍບັນດາເປົ້າໝາຍ, ທັດສະນະ, ໜ້າທີ່, ມາດຕະການແກ້ໄຂບຸກທະລຸ, ບໍ່ເຄີຍມີມາກ່ອນ; ກຳນົດຮູບແບບທັດສະນະໃໝ່ໃນພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. ເພື່ອປະຕິບັດມະຕິເລກທີ 68 ຢ່າງມີໄຊ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກອອກ 4 ໜ້າທີ່, ຄື:

ທີໜຶ່ງນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ. ຕາມນັ້ນແລ້ວ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ສະພາແຫ່ງຊາດຈະປຶກສາຫາລື ແລະ ປະກາດໃຊ້ມະຕິກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ດ້ວຍບັນດາກົນໄກ, ນະໂຍບາຍໃຫ້ບຸລິມະສິດລະອຽດ, ມີຄວາມເປັນໄປໄດ້, ມີປະສິດທິຜົນ. ສ້າງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິເລກທີ 68 ໂດຍທ່ານນາຍົກລັດຖະມົນຕີເປັນຫົວໜ້າຄະນະ, ກວດກາປະຈຳເດືອນ, ກະຕຸກຊຸກຍູ້ການປະຕິບັດມະຕິຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ຊຸກຍູ້, ສ້າງການປ່ຽນແປງໃໝ່ດ້ານຈີນຕະນາການບໍລິຫານ ຈາກການ ຄຸ້ມຄອງໄປສູ່ການຮ່ວມເດີນທາງ, ຖືວິສາຫະກິດແມ່ນເປົ້າໝາຍເພື່ອ “ຮັບໃຊ້” ແທນທີ່ເປົ້າໝາຍ “ຄຸ້ມຄອງ”.

ທີສອງຮີບເຮັ່ງຫັນບັນດາທັດສະນະຂອງພັກເປັນກົດໝາຍ ແລະ ຮັບປະກັນຄວາມເຂັ້ມງວດ. ຄົ້ນຄວ້າການສ້າງກົດໝາຍພັດທະນາເສດຖະກິດພາກເອກະຊົນ ແລະ ປັບປຸງ, ເພີ່ມເຕີມບັນດາຂໍ້ກຳກົດດ້ານກົດໝາຍທີ່ກ່ຽວຂ້ອງ. ສົ່ງເສີມການພັດທະນາວິທະຍາສາດເຕັກໂນໂລຊີ, ວິສາຫະກິດພາກເອກະຊົນນຳໜ້າໃນບັນດາໂຄງການໃຫຍ່, ຈຸດສຸມແຫ່ງຊາດ ແລະ ສ້າງຕັ້ງບັນດາພື້ນຖານໂຄງລ່າງຄົ້ນຄວ້າການປ່ຽນແປງໃໝ່ລະດັບຊາດ.

ທີສາມເອົາໃຈໃສ່ເປັນພິເສດເຖິງວິສາຫະກິດຂະໜາດໜ້ອຍຈຸລະວິສາຫະກິດຊຸກຍູ້ການພັດທະນາສັງຄົມໂດຍມີແນວຄິດ startup, ຄວາມຄາດຫວັງເປັນເຈົ້າພິເສດແມ່ນໃນຂົງເຂດນະວັດຕະກຳ. ຜັນຂະຫຍາຍ ບ້ວງເງິນສິນເຊື່ອໃຫ້ບຸລິມະສິດແກ່ວິສາຫະກິດຂະໜາດກາງ ແລະ ຈຸລະວິສາຫະກິດໃນທັນທີ, ຜ່ານການຮັບປະກັນສິນເຊື່ອຂອງລັດ. ສະຫງວນເນື້ອທີ່ດິນບຸລິມະສິດແຕ່ 5 – 10% ຢູ່ບັນດາເຂດອຸດສາຫະກຳເຕັກໂນໂລຊີສູງໃຫ້ແກ່ startup ເຊົ່າດ້ວຍລາຄາບຸລິມະສິດ.

ທີສີສ້າງຖັນແຖວນັກທຸລະກິດໃຫ້ກາຍເປັນ “ນັກຮົບ” ໃນແນຮົບເສດຖະກິດເຂົ້າຮ່ວມການວາງແຜນນະໂຍບາຍຢ່າງແທດຈິງ. ສ້າງເງື່ອນໄຂສະດວກເພື່ອໃຫ້ນັກທຸລະກິດເຂົ້າຮ່ວມການຕີລາຄານະໂຍບາຍ, ປະກອບສ່ວນເຂົ້າໃນວິວັດການວາງແຜນ ແລະ ປະຕິບັດຍຸດທະສາດພັດທະນາ.

ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ, ແນ່ນອນວ່າ ຫວຽດນາມ ຈະປະຕິບັດມະຕິເລກທີ 68 ຢ່າງມີໄຊ, ນຳເສດຖະກິດພາກເອກະຊົນໃຫ້ພັດທະນາເທົ່າ ທຽມໂດຍໄວ, ກາຍເປັນກຳລັງໜູນສຳຄັນທີ່ສຸດຢ່າງແທດຈິງ, ເປັນເສົ້າຄ້ຳຮັບປະກັນການພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງພື້ນຖານເສດຖະກິດແຫ່ງຊາດ, ປະຕິບັດຄວາມຄາດຫວັງສ້າງສາປະເທດ ຫວຽດນາມ ສັງຄົມນິຍົມ, ປະຊາຄົມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top