• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງເສີມສຸຂະພາບຂອງປະຊາຊົນ ແມ່ນໜ້າທີ່ຈຸດສຸມ, ຕະຫຼອດຂອງ ຫວຽດນາມ

ຫວຽດນາມ ຖືວຽກງານປ້ອງກັນພະຍາດເປັນສຳຄັນ, ຖືການຕ້ານແມ່ນຫຼັກແຫຼ່ງແກ່ນສານເພື່ອຫຼຸດຜ່ອນພາລະອັນໜັກໜ່ວງໃນການປິ່ນປົວ, ພ້ອມທັງຮັກສາຕາໜ່າງສາທາລະນະສຸກຮາກຖານລົງຮອດຂັ້ນຕາແສງ, ເຖິງວ່າພວມປະຕິບັດການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງ; ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມບັນດາກິດຈະກຳຂອງ WHO ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈເພື່ອເປົ້າໝາຍຍົກສູງສຸຂະພາບ, ຄວາມຜາສຸກຂອງປະຊາຊົນ ຫວຽດນາມ ແລະ ປະຊາຄົມສາກົນ.
ການຕ້ອນຮັບທ່ານ Saia Ma’u Piukala, ຜູ້ອຳນວຍການອົງການອະນາໄມໂລກ (WHO) ພາກພື້ນ ປາຊີຟິກ ຕາເວັນຕົກ

“ການສົ່ງເສີມສຸຂະພາບຂອງປະຊາຊົນ ແມ່ນໜ້າທີ່ຈຸດສຸມ, ຕະຫຼອດຂອງ ຫວຽດນາມ”. ທ່ານ ເລແທັ່ງລອງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢັ້ງຢືນຄືດັ່ງກ່າວທີ່ການຕ້ອນຮັບທ່ານ Saia Ma’u Piukala, ຜູ້ອຳນວຍການອົງການອະນາໄມໂລກ (WHO) ພາກພື້ນ ປາຊີຟິກ ຕາເວັນຕົກ ໃນຕອນບ່າຍວັນທີ 25 ສິງຫາ ຢູ່ຮ່າໂນ້ຍ. ທ່ານ ເລແທັ່ງລອງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຖືວຽກງານປ້ອງກັນພະຍາດເປັນສຳຄັນ, ຖືການຕ້ານແມ່ນຫຼັກແຫຼ່ງແກ່ນສານເພື່ອຫຼຸດຜ່ອນພາລະອັນໜັກໜ່ວງໃນການປິ່ນປົວ, ພ້ອມທັງຮັກສາຕາໜ່າງສາທາລະນະສຸກຮາກຖານລົງຮອດຂັ້ນຕາແສງ, ເຖິງວ່າພວມປະຕິບັດການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງ; ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມບັນດາກິດຈະກຳຂອງ WHO ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈເພື່ອເປົ້າໝາຍຍົກສູງສຸຂະພາບ, ຄວາມຜາສຸກຂອງປະຊາຊົນ ຫວຽດນາມ ແລະ ປະຊາຄົມສາກົນ.

ສ່ວນທ່ານ Saia Ma’u Piukala, ຜູ້ອຳນວຍການອົງການອະນາໄມໂລກ (WHO) ພາກພື້ນ ປາຊີຟິກ ຕາເວັນຕົກ ກໍຊົມເຊີຍ ບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ພ້ອມທັງຕີລາຄາສູງວິໄສທັດຍຸດທະສາດຂອງການນຳ ຫວຽດນາມ ໃນການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານສາທາລະນະສຸກໃຫ້ແກ່ປະຊາຊົນ, ມຸ່ງໄປເຖິງການຍົກເວັ້ນຄ່າທຳນຽມໂຮງໝໍໃຫ້ແກ່ປະຊາຊົນໝົດທຸກຄົນໃນໄລຍະ 2030 – 2035. ທ່ານກໍເນັ້ນໜັກວ່າ WHO ພ້ອມແລ້ວທີ່ຈະຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນການໃຫ້ຄຳປຶກສາດ້ານນະໂຍບາຍ, ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ, ໂຄສະນາເຜີຍແຜ່ກ່ຽວກັບນະໂຍບາຍ ແລະ ການຄວບຄຸມໂລກພະຍາດ. 

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ແມ່ນແຫ່ງວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ເຊິ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ, ຜັນຂະຫຍາຍຢ່າງຂ້ຽວຂາດ.

Top