ລາຍການສິລະປະພິເສດ ທີ່ມີຊື່ວ່າ “ສິນທຳກະຕັນຍູ ແລະ ຈິດວິນຍານສັກສິດຂອງປະເທດຊາດ” ຖືກດຳເນີນໃນຕອນຄ່ຳວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ. ເຫດການດັ່ງກ່າວນອນໃນລາຍການ “ງານບຸນຫໍ່ເຂົ້າປະດັບດິນ - ສິນທຳກະຕັນຍູ ແລະ ຊົນຊາດ” ໂດຍຄະນະຖະແຫຼງຂ່າວແລະການສື່ສານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມຈັດຂຶ້ນປະຈຳປີ.
ພະອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະຖະແຫຼງຂ່າວ ແລະ ການສື່ສານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: VOV5)
ລາຍການດັ່ງກ່າວໄດ້ເນັ້ນໜັກເຖິງ 5 ປັດໄຈແກ່ນສານຂອງສິນທຳກະຕັນຍູໃນຊີວິດຍຸກປະຈຸບັນ, ພ້ອມທັງຍ້ອງຍໍສັນລະເສີນຈິດໃຈປົກປັກຮັກສາອະທິປະໄຕອັນສັກສິດຂອງຊາດໃນປັດຈຸບັນ ແລະ ຕະຫຼອດການ; ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າມະນຸດຊາດ - ກົດເກນເຫດ ແລະ ຜົນ ອັນຈົບງາມຂອງສິນທຳກະຕັນຍູໃນສັງຄົມ. ເມື່ອກ່າວຄຳເຫັນນະທີ່ນີ້, ພະອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະຖະແຫຼງຂ່າວ ແລະ ການສື່ສານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ, ຊີ້ແຈ້ງວ່າ
“ລາຍການ “ງານບຸນຫໍ່ເຂົ້າປະດັບດິນ - ສິນທຳກະຕັນຍູ ແລະ ຊົນຊາດ” ຈາກການເຄື່ອນໄຫວປະຈຳປີ ໄດ້ກາຍການແຜ່ຂະຫຍາຍສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ປັດຈຸບັນນີ້, ງານບຸນຫໍ່ເຂົ້າປະດັບດິນ ບໍ່ພຽງແຕ່ຢຸດຢູ່ພິທີກຳເທົ່ານັ້ນ, ຫາກຍັງໄດ້ຝັງເລິກໃນຈິດສຳນຶກ, ຄວາມຮັກຂອງມະນຸດ, ກາຍເປັນແບບວິຖີດຳລົງຊີວິດ, ຈັງຫວະຫາຍໃຈ, ເປັນສາຍເລືອດໃຫ້ຫົວໃຈ ຫວຽດນາມ, ເຊື່ອມຕໍ່ກັບລ້ານຫົວໃຈ, ແຜ່ຂະຫຍາຍຄວາມກະຕັນຍູໄປສູ່ທຸກແຖບຖິ່ນ”.
(ແຫຼ່ງຄັດຈາກ VOV)