ກອງປະຊຸມແມ່ນເວທີປາໄສສຳຄັນສຳລັບການນຳຂັ້ນສູງຂອງອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ເພື່ອເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການຮ່ວມມືໃນການຕໍ່ສູ້, ຕ້ານອາດຊະຍາກຳຫຼົບໜີຢູ່ພາກພື້ນ ອາຊຽນ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VNA)
ກອງປະຊຸມການນຳການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່ສູ້, ຕ້ານອາດຊະຍາກຳຫຼົບໜີໄດ້ໄຂຂຶ້ນໃນຕອນເຊົ້າ 30 ກັນຍາ, ຢູ່ ຮ່າໂນ້ຍ. ກອງປະຊຸມໂດຍກະຊວງຕຳຫຼວດ ຫວຽດນາມ ເປັນປະທານຈັດຂຶ້ນດ້ວຍຫົວຂໍ້ວ່າ "ເພີ່ມທະວີການຮ່ວມມືຢູ່ພາກພື້ນເພື່ອ ອາຊຽນ ເຄົາລົບກົດໝາຍ ແລະ ບໍ່ມີອາດຊະຍາກຳຫຼົບໜີ".
ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຢືນຢັນວ່າ ກອງປະຊຸມແມ່ນເວທີປາໄສສຳຄັນສຳລັບການນຳຂັ້ນສູງຂອງອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ເພື່ອເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການຮ່ວມມືໃນການຕໍ່ສູ້, ຕ້ານອາດຊະຍາກຳຫຼົບໜີຢູ່ພາກພື້ນ ອາຊຽນ. ທ່ານລັດຖະມົນຕີເນັ້ນໜັກວ່າ ຜ່ານກອງປະຊຸມຈະສືບຕໍ່ຢືນຢັນຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນບັນດາກົນໄກຮ່ວມມືຫຼາຍຝ່າຍ ອາຊຽນ ໃນຂົງເຂດຄວາມໝັ້ນຄົງ ແລະ ການປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນສ້າງສັນ, ຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ແຕ່ລະປະເທດສະມາຊິກ ແລະ ພາກພື້ນ.
(ແຫຼ່ງຄັດຈາກ VOV)