• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມຕົ້ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ ແລະ ວັດ​ທະ​ນະ​ທຳ APEC 2027

APEC 2027 ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນຈະດຳເນີນຫຼາຍກິດຈະກຳໃນປີ, ຄາດວ່າຈະມີ 5 ກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM), 8 ກອງປະຊຸມຂັ້ນລັດຖະມົນຕີ ແລະ ຈຸດສຸມແມ່ນສັບປະດາສຸດຍອດ APEC ຢູ່ຝຸກວັກ, ອານຢາງ ດ້ວຍບັນດາເຫດການເປັນໜ້າສົນໃຈ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ອະນຸກຳມະການ ໂຄສະນາ ແລະ ວັດທະນະທຳ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027 ໄດ້ດຳເນີນກອງປະຊຸມວາລະທຳອິດ. ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງການຕ່າງປະເທດ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງອະນຸກຳມະການ ໂຄສະນາ ແລະ ວັດທະນະທຳ ຂອງຄະນະກຳມະການແຫ່ງຊາດ APEC 2027 ໂດຍທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນຫົວໜ້າອະນຸກຳມະການ.

APEC 2027 ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນຈະດຳເນີນຫຼາຍກິດຈະກຳໃນປີ, ຄາດວ່າຈະມີ 5 ກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM), 8 ກອງປະຊຸມຂັ້ນລັດຖະມົນຕີ ແລະ ຈຸດສຸມແມ່ນສັບປະດາສຸດຍອດ APEC ຢູ່ຝຸກວັກ, ອານຢາງ ດ້ວຍບັນດາເຫດການເປັນໜ້າສົນໃຈຄື: ກອງປະຊຸມລະຫວ່າງ ລັດຖະມົນຕີການຕ່າງປະເທດ - ເສດຖະກິດ, ກອງປະຊຸມສຸດຍອດ ວິສາຫະກິດ, ກອງປະຊຸມຂອງບັນດາການນຳເສດຖະກິດ APEC. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

ປີ APEC 2027 ບໍ່ພຽງແຕ່ແມ່ນໜ້າທີ່ສາກົນເທົ່ານັ້ນ ຫາກພວກເຮົາເປັນເຈົ້າພາບຈັດຕັ້ງເພື່ອຢັ້ງຢືນຕົນເອງຕໍ່ບັນດາສະມາຊິກໃນ APEC. ນີ້ແມ່ນໂອກາດທີ່ດີທີ່ສຸດເພື່ອໃຫ້ພວກເຮົາໂຄສະນາກ່ຽວກັບພາບພົດຂອງປະເທດຊາດເຖິງປະຊາຄົມສາກົນ, ສ້າງຫຼາຍໂອກາດຕື່ມອີກ, ໃນນັ້ນມີທັງໂອກາດກ່ຽວກັບເສດຖະກິດ, ໂອກາດໃຫ້ແກ່ການພັດທະນາ ຫຼືສ້າງກຳລັງໜູນໃຫ້ແກ່ເຂດພິເສດຝຸກວັກ, ອານຢາງ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top