ວັນທີ 6 ມີນາ, ທ່ານ ຫງວຽນດັງກວາງ, ປະທານສະພາປະຊາຊົນ ແຂວງ ກ໋ວາງຈິ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນບັນດາຜູ້ອອກແຮງງານ ກຸຍບາ ໂດຍທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດ ສ.ກຸຍບາ ປະຈຳສສ. ຫວຽດນາມ ເປັນຫົວໜ້າຄະນະ.
ທ່ານ ຫງວຽນດັງກວາງ, ປະທານສະພາປະຊາຊົນ ແຂວງ ກ໋ວາງຈິ ແລະ ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດ ສ.ກຸຍບາ ປະຈຳສສ. ຫວຽດນາມ (ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານ ຫງວຽນດັງກວາງເນັ້ນໜັກວ່າ, ຊົນຊາດຫວຽດນາມ ແລະ ປະຊາຊົນກ໋ວາງຈິ ຍາມໃດກໍ່ຈົດຈຳນ້ຳໃຈຄວາມຮັກແພງແບບພິເສດເຊິ່ງພັກກອມມູນິດ ແລະ ປະຊາຊົນກຸຍບາສະຫງວນໃຫ້ກ໋ວາງຈິໃນການຕໍ່ສູ້ຍາດເອົາເອກະລາດ. ທາງແຂວງ ກ໋ວາງຈິຍາມໃດກໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ, ສາມັກຄີ, ໜູນຊ່ວຍປະຊາຊົນກຸຍບາ, ສືບຕໍ່ສ້າງສາ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນສາມັກຄີມິດຕະພາບແບບພິເສດ ລະຫວ່າງສອງປະເທດເວົ້າລວມ, ລະຫວ່າງແຂວງກ໋ວາງຈິ ແລະ ບັນດາທ້ອງຖິ່ນຂອງກຸຍບາເວົ້າສະເພາະ.
ສ່ວນທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນກ໋ວາງຈິ ຕໍ່ປະຊາຊົນກຸຍບາ ໃນຕະຫຼອດໄລຍະຜ່ານມາ. ກຸຍບາ ຕີລາຄາສູງເລື່ອງ ກ໋ວາງຈິ ກໍ່ສ້າງສວນສາທາລະນະ Fidel ຢູ່ໃຈກາງນະຄອນ ດົງຮ່າ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ປີ 2025 ແມ່ນປີມິດຕະພາບ ຫວຽດນາມ -ກຸຍບາ ແລະ ທ່ານປາດຖະໜາຢາກໃຫ້ສອງປະເທດ ຫວຽດນາມ - ກຸຍບາ ແລະ ແຂວງກ໋ວາງຈິ ກັບກຸຍບາຈະມີຫຼາຍການເຄື່ອນໄຫວທີແທດຈິງ, ມີການຮ່ວມມືລະອຽດ ມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຸຍບາ (2/12/1960 - 2/12/2025).
(ແຫຼ່ງຄັດຈາກ VOV)