• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບເອົາຄ້ຳຫັນຂອງສະມາຊິກສະພາແຫ່ງຊາດກ່ຽວກັບການຊັກຖາມລັດຖະມົນຕີ 2 ທ່ານ

ທ່ານເລຂາສະພາແຫ່ງຊາດໄດ້ສົ່ງໃບຂໍຄຳເຫັນເຖິງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບການຄາດຄະເນໝວດບັນຫາຊັກຖາມ ແລະ ຜູ້ຕອບຄຳຊັກຖາມທີ່ກອງປະຊຸມຄັ້ງນີ້.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 (ພາບ: quochoi.vn)

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານເລຂາສະພາແຫ່ງຊາດໄດ້ສົ່ງໃບຂໍຄຳເຫັນເຖິງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບການຄາດຄະເນໝວດບັນຫາຊັກຖາມ ແລະ ຜູ້ຕອບຄຳຊັກຖາມທີ່ກອງປະຊຸມຄັ້ງນີ້. ໃນ 3 ໝວດບັນຫາທີ່ໄດ້ຍົກອອກມາ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີເລືອກເອົາ 2 ໝວດຕາມຂົງເຂດຂອງລັດຖະມົນຕີ 2 ທ່ານທີ່ຮັບຜິດຊອບຈະຕອບຄຳຊັກຖາມ.

        ໃນນັ້ນ, ໝວດບັນຫາທີ 1 ຂຶ້ນກັບຂົງເຂດການສຶກສາ ແລະ ບຳລຸງສ້າງ, ໝວດບັນຫາທີ 2 ຂຶ້ນກັບຂົງເຂດການເງິນ. ໝວດບັນຫາທີ 3 ແມ່ນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ. ນອກຈາກບັນດາລັດຖະມົນຕີຈະໃຫ້ເປັນຜູ້ຕອບຄຳຊັກຖາມຫຼັກແລ້ວ, ບັນດາທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ພ້ອມກັບລັດຖະມົນຕີກະຊວງອື່ນຈຳນວນໜຶ່ງ ອາດຈະເຂົ້າຮ່ວມການຕອບຄຳຊັກຖາມ, ອະພິບາຍກ່ຽວກັບບັນຫາທີ່ກ່ຽວຂ້ອງ.

        ວາລະຊັກຖາມທີ່ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 1,5 ວັນ, ນັບແຕ່ຕອນບ່າຍວັນທີ 19 ມິຖຸນາ ຮອດໝົດວັນທີ 20 ມິຖຸນາ, ສັ້ນກວ່າປົກກະຕິ.

        ຕອນເຊົ້າວັນທີ 16 ພຶດສະພາ, ໂດຍສືບຕໍ່ລາຍການເຮັດວຽກທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບ: ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກ, ນະໂຍບາຍພັດທະນາເສດຖະກິດພາກເອກະຊົນ; ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດ, ສ້າງບາດກ້າວບຸກທະລຸໃນການສ້າງ ແລະ ຈັດການປະຕິບັດກົດໝາຍ.

(ແຫຼ່ງຄັດຈາກ VOV)

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້.

Top