ເລື່ອງເຂົ້າຮ່ວມສົນທິສັນຍາຈະຊ່ວຍໃຫ້ ອາກຊັງຕິນ ເພີ່ມທະວີການເຊື່ອມຕໍ່ກັບບັນດາຕະຫຼາດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ພ້ອມທັງສ້າງໂອກາດໃຫ້ການເຄື່ອນໄຫວສົ່ງອອກ, ການລົງທຶນ ແລະ ພັດທະນາຂົງເຂດເອກະຊົນຕື່ມອີກ.
ທ່ານລັດຖະມົນຕີການຕ່າງປະເທດ ອາກຊັງຕິນ Argentina Pablo Quirno (ພາບ: REUTERS/Tomas Cuesta)
ວັນທີ 02 ມິຖຸນາ, ທ່ານ Pablo Quirno ລັດຖະມົນຕີການຕ່າງປະເທດ ອາກຊັງຕິນ ແຈ້ງໃຫ້ຊາບວ່າ ປະເທດນີ້ຈະຍື່ນໃບຄຳຮ້ອງຂໍເຂົ້າເປັນສະມາຊິກຂອງສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການໃນວັນທີ 03 ມິຖຸນາ, ເຊິ່ງເປັນບາດກ້າວເດີນທີ່ສຳຄັນໃນຍຸດທະສາດເປີດກວ້າງການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການຄ້າສາກົນຂອງລັດຖະບານ ປະທານາທິບໍດີ ທ່ານ Javier Milei.
ເມື່ອກ່າວຄຳເຫັນທີ່ກອງປະຊຸມປະຈຳປີ ຄັ້ງທີ 43 ຂອງ ສະຖາບັນບັນດານັກບໍລິຫານການເງິນ ອາກຊັງຕິນ (IAEF), ທ່ານ Quirno ໃຫ້ຮູ້ວ່າ ສຳເນົາເອກະສານຂໍເຂົ້າເປັນສະມາຊິກ CTTPP ຈະໄດ້ມອບໃຫ້ລັດຖະມົນຕີກະຊວງການຄ້າ ນິວຊີແລນ. ທ່ານ Quirno ລັດຖະມົນຕີການຕ່າງປະເທດ ອາກຊັງຕິນ ຢັ້ງຢືນວ່າ ເລື່ອງເຂົ້າຮ່ວມສົນທິສັນຍາຈະຊ່ວຍໃຫ້ ອາກຊັງຕິນ ເພີ່ມທະວີການເຊື່ອມຕໍ່ກັບບັນດາຕະຫຼາດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ພ້ອມທັງສ້າງໂອກາດໃຫ້ການເຄື່ອນໄຫວສົ່ງອອກ, ການລົງທຶນ ແລະ ພັດທະນາຂົງເຂດເອກະຊົນຕື່ມອີກ.
(ແຫຼ່ງຄັດຈາກ VOV)