• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.
ພິທີລົງນາມລະຫວ່າງສອງປະເທດ (ພາບ: TTXVN )

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ນະຄອນຫຼວງ ແບັກລິນ, ເຢຍລະມັນ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮ່ວາງລອງ ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານ ສະຫະພັນເຢຍລະມັນ Stefan Rouenhoff ໄດ້ເຊັນຖະແຫຼງການຮ່ວມສ້າງຕັ້ງຄູ່ຮ່ວມມືພະລັງງານ ຫວຽດນາມ - ເຢຍລະມັນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ຫວຽດນາມ.

ຕາມນັ້ນແລ້ວ, ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ ແລະ ໜູນຊ່ວຍການລົບລ້າງທາດກາກບອນສຳລັບບັນດາຂະແໜງຍາກທີ່ຈະຫຼຸດຜ່ອນການປ່ອຍອາຍພິດ. ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງລອງ ໃຫຮູ້ວ່າ:

ການລົງນາມຂໍ້ຕົກລົງຮ່ວມມືສ້າງການພົວພັນຄູ່ຮ່ວມມືພະລັງງານ ກັບ ເຢຍລະມັນໄດ້ຍົກລະດັບການພົວພັນສອງຝ່າຍໃນຂົງເຂດພະລັງງານ ແລະ ອຸດສາຫະກຳ. ຜ່ານນັ້ນ ເປີດຂອບເຂດການຮ່ວມມືໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດ ເຢຍລະມັນ ເຂົ້າມາລົງທຶນ, ດຳເນີນທຸລະກິດ ແລະ ຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ຖ່າຍທອດເຕັກໂນໂລຢີ ກັບບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດພະລັງງານ ພິເສດແມ່ນພະລັງງານທົດແທນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ສ.ເກົາຫຼີ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ສ.ເກົາຫຼີ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ.

Top