• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ລັດຖະມົນຕີສອງທ່ານພິຈາລະນາແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທີ່ກ່ຽວຂ້ອງເຖິງການສົ່ງອອກນ້ຳຕານ ຈາກ ລາວ ເຂົ້າ ຫວຽດນາມ.
(ພາບ: moit.gov.vn)

ຫວຽດນາມ ແລະ ລາວ ຈະຮ່ວມມືພັດທະນາການຄ້າ ພະລັງງານ ແລະ Logistics ເຂດຊາຍແດນ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາລະຫວ່າງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ລາວ ໃນວັນທີ 4 ສິງຫາ ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງກະຊວງອຸດສາຫະກຳການຄ້າ ລາວ ແຕ່ວັນທີ 3-4 ສິງຫາ. ທ່ານ ຫງວຽນຮົ່ງຢຽນ ສະເໜີໃຫ້ ຝ່າຍ ລາວ ເພີ່ມທະວີການສະໜອງຂໍ້ມູນກ່ຽວກັບຄວາມຕ້ອງການຕະຫຼາດ, ບັນຊີລາຍຊື່ສິນຄ້າສົ່ງອອກ-ນຳເຂົ້າ ແລະ ວິສາຫະກິດຕິດຕໍ່ປະສານ ເພື່ອໃຫ້ ຫວຽດນາມ ໜູນຊ່ວຍເຊື່ອມຕໍ່ກັບບັນດານັກນຳເຂົ້າໃຫ່ຍ, ລະບົບຈຳໜ່າຍຂອງ ຫວຽດນາມ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ກໍ່ວາງແຜນກຳນົດສັງລວມບັນດາໂຄງການໄຟຟ້າທີ່ຄາດວ່າຈະຂາຍໃຫ້ ຫວຽດນາມ.

 ລັດຖະມົນຕີສອງທ່ານພິຈາລະນາແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທີ່ກ່ຽວຂ້ອງເຖິງການສົ່ງອອກນ້ຳຕານ ຈາກ ລາວ ເຂົ້າ ຫວຽດນາມ ຕາມສັນຍາການຄ້າ ຫວຽດນາມ-ລາວ ປີ 2015 ໃນໄລຍະ 2021-2022; ຮ່ວມມືກໍ່ສ້າງສາງນ້ຳມັນ ແລະ ເຂດອຸດສາຫະກຳ-ເສດຖະກິດຮ່ວມ ຫວຽດນາມ-ລາວ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບ; ສ້າງພື້ນຖານອັນໝັ້ນຄົງໜັກແໜ້ນ ເພື່ອພັດທະນາການພົວພັນດ້ານເສດຖະກິດ-ການຄ້າ-ພະລັງງານ ຫວຽດນາມ-ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊ​າດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​ຄັ້ງ​ທຳ​ອິດ

ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊ​າດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​ຄັ້ງ​ທຳ​ອິດ

ເວທີປາໄສກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຄັ້ງທຳອິດ ໂດຍ ຄະນະປະຈຳສະພາແຫ່ງຊາດ ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການຕິດຕາມກວດກາຂອງສະພາແຫ່ງຊາດເພື່ອສ້າງສາພັດທະນາ”.

Top