• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - Kyrgyzstan: ​ປັບ​ປຸງການພົວພັນມິດຕະພາບ, ຍົກສູງລັດທິຫຼາຍຝ່າຍ

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງປະທານປະເທດ ຫວຽດ​ນາມ ຈະມີການເຄື່ອນໄຫວປະຕິບັດງານຢູ່ Kyrgyzstan ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ເປີດກວ້າງອົງການຮ່ວມມືຊຽງໄຮ (SCO). ເລື່ອງ Kyrgyzstan ,ປະ​ເທດປະທານໝູນວຽນຂອງ SCO ອາຍຸການ 2025 - 2026, ໄດ້ເຊີນ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ບົດບາດ, ຖານະ ແລະ ການປະກອບສ່ວນຕ່າງໆຂອງ ຫວຽດນາມ.
  ທ່ານ ຫງວຽນແທ່ງເລ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Kyrgyzstanແລະ Kazakhstan (ພາບ: VNA)  
ແຕ່ວັນທີ 31 ສິງຫາ ຫາວັນທີ 1 ກັນຍາ, ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງປະທານປະເທດ ຫວຽດ​ນາມ ຈະມີການເຄື່ອນໄຫວປະຕິບັດງານຢູ່ Kyrgyzstan ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ເປີດກວ້າງອົງການຮ່ວມມືຊຽງໄຮ (SCO). ເລື່ອງ Kyrgyzstan ,ປະ​ເທດປະທານໝູນວຽນຂອງ SCO ອາຍຸການ 2025 - 2026, ໄດ້ເຊີນ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ບົດບາດ, ຖານະ ແລະ ການປະກອບສ່ວນຕ່າງໆຂອງ ຫວຽດນາມ. ທ່ານ ຫງວຽນແທ່ງເລ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Kyrgyzstanແລະ Kazakhstan, ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນເດີນ​ທາງ​ໄປປະຕິບັດງານທີ່ມີຄວາມໝາຍສຳຄັນທັງທາງດ້ານຫຼາຍຝ່າຍ ແລະ ສອງຝ່າຍ. ຕາມການມອບ​ສິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານ​ນາງ ຫວໍທິແອງຊວັນ ຮອງປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດຂະຫຍາຍ SCO ໃນຖານະເປັນແຂກຖືກເຊີນ ແລະ ດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ Kyrgyzstan. ຢູ່ກອງປະຊຸມ, ຫວຽດນາມ ຈະພ້ອ​ມ​ກັບບັນດາປະເທດແລກປ່ຽນ ກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນຫາຕ່າງໆທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ; ປະກອບສ່ວນສຽງເວົ້າທີ່ສ້າງສັນໃນການຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ.

(ແຫຼ່ງຄັດຈາກ VOV)

ຮ່າໂນຍ ຈັດຫຼາຍການເຄື່ອນໄຫວວັດທະນະທຳໃນໂອກາດວັນຊາດ

ຮ່າໂນຍ ຈັດຫຼາຍການເຄື່ອນໄຫວວັດທະນະທຳໃນໂອກາດວັນຊາດ

ບັນດາການເຄື່ອນໄຫວຢູ່ ວັນມຽວ - ກວກຕືຢ໋າມ, ຄຸກຫ໋​ວາຫຼໍ່, ຫໍ​ພິ​ພິ​ຕະ​ພັນຮ່າໂ​ນ້ຍ ແລະ ສະ​ຖານ​ທີ່ຮ່ອງ​ຮອຍຫຼາຍແຫ່ງ ກໍ່ໄດ້ຈັດບັນດາການເຄື່ອນໄຫວລົງ​ຕົວ​ຈິງ, ງານວາງສະແດງ, ການພົບປະແລກປ່ຽນ ແລະ ສຶກສາຮັກສາມໍລະດົກ.

Top