ບົດຂຽນໃຫ້ຮູ້ວ່າ ການພົວພັນ ຫວຽດນາມ - ບຣາຊິນ ພວມຢູ່ໃນທ່າພັດທະນາຢ່າງແຮງ, ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ໃຕ້ - ໃຕ້ ໃນໂລກຫຼາຍຂົ້ວ ແລະ ແກ້ງແຍ້ງກັນ.
ສື່ມວນຊົນ Novaresistencia (ພາບ: VGP )
ວັນທີ 05 ກໍລະກົດ, ສື່ມວນຊົນ Novaresistencia ຂອງບຣາຊິນ ໄດ້ລົງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ - ບຣາຊິນ: ເຊື່ອມຕໍ່ຍຸດທະສາດ, ກຳນົດທິດອະນາຄົດການຮ່ວມມືທົ່ວໂລກ”. ບົດຂຽນໄດ້ເອົາລົງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມາຢ້ຽມຢາມ ບຣາຊິນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ 2025.
ບົດຂຽນໃຫ້ຮູ້ວ່າ ການພົວພັນ ຫວຽດນາມ - ບຣາຊິນ ພວມຢູ່ໃນທ່າພັດທະນາຢ່າງແຮງ, ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ໃຕ້ - ໃຕ້ ໃນໂລກຫຼາຍຂົ້ວ ແລະ ແກ້ງແຍ້ງກັນ. ດ້ວຍຂີດໝາຍແມ່ນການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2024, ຫວຽດນາມ ແລະ ບຣາຊິນ ພວມເປີດສັງກາດໃໝ່ຂອງການພົວພັນຮອບດ້ານ, ໃນນັ້ນ ຫວຽດນາມ ແມ່ນດວງດາວພວມກະຈ່າງແຈ້ງຢູ່ ອາຊີ ດ້ວຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ກ້າວກະໂດດຂັ້ນ ແລະ ບົດບາດຂອງຍຸດທະສາດນີ້ນັບມື້ນັບສຳຄັນ.
ບົດຂຽນ ໄດ້ເນັ້ນໜັກວ່າ ວົງເງິນການຄ້າ ຫວຽດນາມ - ບຣາຊິນ ໄດ້ມີການເຕີບໂຕຢ່າງກະໂດດຂັ້ນແຕ່ 1,5 ຕື້ USD ໃນປີ 2011 ຂຶ້ນເຖິງກ່ວາ 7,7 ຕື້ USD ໃນປີ 2024, ເພີ່ມຂຶ້ນທົບ 5 ເທື່ອໃນກ່ວາ ໜຶ່ງທົດສະວັດ. ການເຕີບໂຕນີ້ສ່ອງແສງໃຫ້ເຫັນລັກສະນະໜູນຊ່ວຍຍຸດທະສາດລະຫວ່າງສອງພື້ນຖານເສດຖະກິດເມື່ອ ຫວຽດນາມ ພວມປັບປຸງບົດບາດໃນລະບົບສະໜອງທົ່ວໂລກ.
(ແຫຼ່ງຄັດຈາກ VOV)