ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະປະຈຳລັດຖະບານໄດ້ຈັດກອງປະຊຸມກັບປະຊາຄົມວິສາຫະກິດ ດ້ວຍຫົວຂໍ້ “ແກ້ໄຂຈຸດອຸດຕັນ - ສ້າງຄວາມສະດວກໃຫ້ແກ່ແຫຼ່ງກຳລັງ - ຊຸກຍູ້ການເຕີບໂຕ”.
ທ່ານນາຍົກລັດຖະມົນຕີເລມິນຮຶງ, ກ່າວຄຳທີ່ກອງປະຊຸມ. (ພາບ: VNA)
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ທຸກຄຳຕອບກ່ຽວກັບຂໍ້ສະເໜີແນະຂອງວິສາຫະກິດຈະໄດ້ເປີດເຜີຍ. ບັນດາວິສາຫະກິດສ່ອງແສງຖືກຕ້ອງຈະໄດ້ຮັບຄວາມສົນໃຈ, ຕິດຕາມ ແລະ ຊີ້ນຳແກ້ໄຂຢ່າງສຸດຂີດ. ທ່ານນາຍົກລັດຖະມົນຕີກໍ່ສະເໜີສຸມໃສ່ແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ພິເສດແມ່ນດ້ານທີ່ດິນ.
“ວິສາຫະກິດຕ້ອງເຂົ້າຮ່ວມກົດໝາຍວ່າດ້ວຍທີ່ດິນ, ພິເສດແມ່ນກົນໄກກຳນົດລາຄາທີ່ດິນ, ທິດທາງເກັບ, ຊົດເຊີຍທີດິນ... ແມ່ນບັນດາບັນຫາໃຫຍ່. ນີ້ແມ່ນຄວາມຮັບຜິດຊອບຂອງລັດ, ລັດຄິດໄລ່ລາຄາທີ່ດິນວິສາຫະກິດຕ້ອງຈ່າຍ. ຂ້າພະເຈົ້າຮູ້ວ່າ ວິສາຫະກິດມີຄວາມສົນໃຈທີ່ສຸດ, ຍ້ອນວິສາຫະກິດໃດກໍ່ຕ້ອງເຂົ້າເຖິງທີ່ດິນ ນອກຈາກການເຂົ້າເຖິງດ້ານທຶນ”.
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ລັດຖະບານຖືປະຊາຄົມວິສາຫະກິດແມ່ນກຳລັງປະຈັນບານໃນພາລະກິດພັດທະນາປະເທດຊາດ; ທ່ານສະເໜີໃຫ້ບັນດາວິສາຫະກິດເປັນເຈົ້າການເຂົ້າຮ່ວມບັນດາລະບົບເຊື່ອມຕໍ່ການຜະລິດ, ລະບົບສະໜອງ, ລະບົບມູນຄ່າຢູ່ພາຍໃນປະເທດ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)