ຂ່າວສານ

ລັດຖະບານຖືປະຊາຄົມວິສາຫະກິດແມ່ນກຳລັງປະຈັນບານໃນພາລະກິດພັດທະນາປະເທດຊາດ

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະປະຈຳລັດຖະບານໄດ້ຈັດກອງປະຊຸມກັບປະຊາຄົມວິສາຫະກິດ ດ້ວຍຫົວຂໍ້ “ແກ້ໄຂຈຸດອຸດຕັນ - ສ້າງຄວາມສະດວກໃຫ້ແກ່ແຫຼ່ງກຳລັງ - ຊຸກຍູ້ການເຕີບໂຕ”.
  ທ່ານນາຍົກລັດຖະມົນຕີເລມິນຮຶງ, ກ່າວຄຳທີ່ກອງປະຊຸມ. (ພາບ: VNA)  

​ກ່າວ​ຄຳ​ເຫັນ​ສະ​ຫຼຸບ​ກອງ​ປະ​ຊຸມ​, ທ່ານ​ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢືນ​ຢັນ​ວ່າ ທຸກ​ຄຳ​ຕອບ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ແນະ​ຂອງວິ​ສາ​ຫ​ະ​ກິດ​ຈະ​ໄດ້​ເປີດ​ເຜີຍ. ບັນ​ດາ​ວິ​ສາ​ຫະ​ກິດ​ສ່ອງ​ແສງ​ຖືກ​ຕ້ອງ​ຈ​ະ​ໄດ້​ຮັບ​ຄວາມ​ສົນ​ໃຈ, ຕິດ​ຕາມ ແລະ ຊີ້​ນຳ​ແກ້​ໄຂ​ຢ່າງ​ສຸດ​ຂີດ. ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີກໍ່​ສະ​ເໜີ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ກ່ຽວ​ກັ​ບ​ລະ​ບອບ​ລະ​ບຽ​ບ​ການ, ພິ​ເສດ​ແມ່ນ​ດ້ານ​ທີ່​ດິນ.

“ວິ​ສາ​ຫະ​ກິດ​ຕ້ອງ​ເຂົ້າ​ຮ່ວມ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ, ພິ​ເສດ​ແມ່ນ​ກົນ​ໄກ​ກຳ​ນົດ​ລາ​ຄາ​ທີ່​ດິນ, ທິດ​ທາງ​ເກັບ, ຊົດ​ເຊີຍ​ທີ​ດິນ... ແມ່ນ​ບັນ​ດາ​ບັນ​ຫາ​ໃຫຍ່. ນີ້​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ, ລັດ​ຄິດ​ໄລ່​ລາ​ຄາ​ທີ່​ດິນ​ວິ​ສາ​ຫະ​ກິດ​ຕ້ອງ​ຈ່າຍ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ວິ​ສາ​ຫະ​ກິດ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ, ຍ້ອນ​ວິ​ສາ​ຫະ​ກິດ​ໃດ​ກໍ່​ຕ້ອງ​ເຂົ້າ​ເຖິງທີ່​ດິນ ນ​ອກ​ຈາກ​ການ​ເຂົ້າ​ເຖິງ​ດ້ານ​ທຶນ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້​ນ​ໜັກ​ວ່າ ລັດ​ຖະ​ບານ​ຖື​ປະ​ຊາ​ຄົມ​ວິ​ສາ​ຫ​​ະ​ກິດ​ແມ່ນ​ກຳ​ລັງ​ປະ​ຈັນ​ບານ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ; ທ່ານ​ສະ​ເໜີ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເປັ​ນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນ​ດາ​ລະ​ບົບ​ເຊື່ອມ​ຕໍ່​ການ​ຜະ​ລິດ, ລະ​ບົບ​ສະ​ໜອງ, ລະ​ບົບ​ມູນ​ຄ່າ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.


top